ແຂວງເຊກອງ ກຽມຈົດທະບຽນຖິ່ນກໍາເນີດ ໂສມດາກຈຶງ

1309

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະການຄ້າແຂວງເຊກອງ ໄດ້ຈັດກອງປະຊຸມກ່ຽວກັບການກະກຽມຈົດທະບຽນຖິ່ນກໍາເນີດໂສມ ຂຶ້ນໃນວັນທີ 10 ກັນຍາ 2021 ທີ່ສະໂມສອນແຂວງເຊກອງ ໂດຍການເປັນປະທານຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ພ້ອມນີ້ ກໍມີທ່ານເຈົ້າເມືອງດາກຈຶງ, ຫົວໜ້າ-ຮອງພະແນກ, ຫ້ອງການ, ຜູ້ຜະລິດ-ຜູ້ປະກອບການໂສມ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເຫຼັກໄຫຼ ສີວິໄລ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາ ແລະປຶກສາຫາລືຮ່ວມກັບຜູ້ຜະລິດ, ຜູ້ປະກອບການໂສມ ເມືອງດາກຈຶງ ແລະຂະແໜງການກ່ຽວຂ້ອງກ່ຽວກັບການວາງແຜນ ແລະ ກະກຽມຈົດທະບຽນຖິ່ນກໍາເນີດໂສມຈາກເມືອງດາກຈຶງ ແລະບັນດາໜ້າວຽກຕ່າງໆໃນການກະ ກຽມຈົດທະບຽນ ເພື່ອເປັນການປົກປ້ອງຖິ່ນກໍາເນີດໂສມໃຫ້ແກ່ຜູ້ຜະລິດ ແລະຜູ້ປະກອບການໂສມດາກຈຶງ ແນໃສ່ໃຫ້ຂະແໜງການທ້ອງຖິ່ນ ແລະຜູ້ຜະລິດ, ຜູ້ປະກອບການເຫັນໄດ້ຄວາມສໍາຄັນ ແລະຜົນປະໂຫຍດຈາກການປົກປ້ອງຖິ່ນກໍາເນີດໂສມ ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດ ນໍາໃຊ້ຊັບສິນທາງປັນຍາ ເຂົ້າໃນຂະບວນການຜະລິດເປັນຕົ້ນແມ່ນການຜະລິດໂສມ ແນໃສ່ສົ່ງເສີມສ້າງມູນຄ່າເພີ່ມໃຫ້ສິນຄ້າດັ່ງກ່າວ, ທັງເປັນການອະນຸລັກລະບົບນິເວດອັນອຸດົມສົມບູນ ແລະປົກປັກຮັກສາພູມປັນຍາທ້ອງຖິ່ນແບບດັ້ງເດີມໄວ້ໃຫ້ໝັ້ນຄົງ ແລະຍືນຍົງຕະຫຼອດໄປ.

ຈາກນັ້ນ ຄະນະຮັບຜິດຊອບກອງປະຊຸມກໍໄດ້ນໍາສະເໜີວຽກງານສໍາຄັນຕ່າງໆ ເປັນຕົ້ນແມ່ນນໍາສະເໜີຂັ້ນຕອນການຈົດທະບຽນຖິ່ນກໍາເນີດໃຫ້ຜູ້ຜະລິດ ແລະຜູ້ປະກອບການໂສມ, ຂັ້ນຕອນການສ້າງຕັ້ງສະມາຄົມ ເພື່ອກະກຽມຈົດທະບຽນຖິ່ນກໍາເນີດ, ແຕ່ງຕັ້ງຄະນະຂົນຂວາຍ ເພື່ອສ້າງຕັ້ງສະມາມຄົມສົ່ງເສີມຖິ່ນກໍາເນີດ ທີ່ປະກອບດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງ, ການກໍານົດແຜນວຽກໃນຕໍ່ໜ້າ ແລະແບ່ງຄວາມຮັບຜິດ ຊອບຕໍ່ໜ້າວຽກ ເພື່ອແນໃສ່ໃຫ້ແຕ່ລະຂະແໜງການພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະກະກຽມຈົດທະ ບຽນຖິ່ນກໍາເນີດໂສມ ເມືອງດາກຈຶງແຂວງເຊກອງໃນຕໍ່ໜ້າ.

.