ມຊ ແຈ້ງໃໝ່ 25 ກັນຍາເສັງແນ່ນອນ ນ້ອງໆຈົ່ງກຽມພ້ອມ

1408

ເນື່ອງຈາກໂຄວິດແຜ່ລະບາດເຮັດໃຫ້ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນທີ່ມະຫາວິທະຍາໄລແຫ່ງຊາດ ເລື່ອນມື້ເສັງຈາກທຳອິດເປັນວັນທີ 11 ມາເປັນວັນທີ 25 ສຳລັບນ້ອງໆທີ່ສະໝັກໄປແລ້ວໃຫ້ສືບຕໍ່ໄປເອົາໃບເຂົ້າຫ້ອງສອບເສັງ ເພື່ອກະກຽມບົດຮຽນໃສ່ມື້ສອບເສັງຕົວຈີງ.

ອີງຕາມແຈ້ງການຂອງ ມະຫາວິທະຍາໄລແຫ່ງຊາດ(ມຊ) ສະບັບເລກທີ 2274/ມຊ ລົງວັນທີ 10 ກັນຍາ 2021 ລະບຸວ່າ: ໃນການລົງທະບຽນສອບເສັງປີນີ້ ທາງມະຫາວິທະຍາໄລແຫ່ງຊາດ ໄດ້ປະຕິບັດການລົງທະບຽນແບບອອນ ລາຍ (Online) ມາໄລຍະຫນຶ່ງແລ້ວ ແລະ ໄດ້ພັກເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19 ແຕ່ເພື່ອຮັບສະຫມັກສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ຢູ່ມະຫາວິທະຍາໄລແຫ່ງຊາດ, ໃນສົກສຶກສາ 2021-2022 ໃຫ້ ມີປະສິດທິພາບ ຈຶ່ງໄດ້ມີການເປີດຮັບລົງທະບຽນ ແລະ ກໍານົດມື້ສອບເສັງໃຫມ່ ໂດຍມີລາຍລະອຽດດັ່ງນີ້:


1. ກໍານົດວັນສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ທີ່ມະຫາວິທະຍາໄລແຫ່ງຊາດ ວັນທີ 25 ກັນຍາ 2021
2. ເປີດໃຫ້ລົງທະບຽນອອນລາຍ (Online) ເຖິງວັນທີ 22 ກັນຍາ 2021
3. ນໍາເອກະສານມາສະເຫນີ ແລະ ຮັບບັດອະນຸຍາດເຂົ້າຫ້ອງສອບເສັງຈາກການລົງອອນລາຍ (Online)
ເລີ່ມວັນທີ 14 ກັນຍາ 2021 ເຖິງວັນທີ 22 ກັນຍາ 2021
4. ກໍລະນີຜູ້ທີ່ບໍ່ສາມາດລົງທະບຽນເອງໄດ້ ແລະ ບໍ່ເຂົ້າໃຈ ແມ່ນສາມາດມາລົງທະບຽນອອນລາຍ (Online) ກັບທີ່ ຢູ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ (ສະໂມສອນໃຫຍ່) ເລີ່ມວັນທີ 14 ກັນຍາ 2021ເຖິງວັນທີ 22 ກັນຍາ 2021
5. ສະຖານທີ່ລົງທະບຽນ ແລະ ຮັບບັດອະນຸຍາດເຂົ້າຫ້ອງສອບເສັງ: ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ (ສະໂມສອນໃຫຍ່)


6. ໃຫ້ນັກສຶກສາ ແລະ ຜູ້ປົກຄອງທີ່ນໍາພານັກສຶກສາມາລົງທະບຽນສອບເສັງທີ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ (ສະໂມສອນໃຫຍ່) ແລະ ມາສອບເສັງເຂົ້າຮຽນ ຢູ່ມະຫາວິທະຍາໄລແຫ່ງຊາດ ໃຫ້ໃສ່ຜ້າປິດປາກປິດດັງ ທຸກຄັ້ງ, ຮັກສາໄລຍະຫ່າງຢ່າງຫນ້ອຍ 1 ແມັດ ແລະ ລ້າງມືໃຫ້ສະອາດໃສ່ສະບູ ຫຼື ເຈວບໍ່ມີເອວກໍຮໍ 70% ຂຶ້ນໄປ ເພື່ອປ້ອງກັນພະຍາດຈຸລະໂລກອັກເສບປອດ (COVID-19)
7. ລາຍລະອຽດໃນການສະຫມັກສາມາດເຂົ້າໄປເບິ່ງໄດ້ທີ່ http://entrance.nuol.edu.la
ຫຼື Facebook: ຂ່າວສານ ມຊ NUoL News


8. ກຳນົດວັນສອບເສັງແມ່ນ ວັນທີ 25 ກັນຍາ 2021: ກຸ່ມສອບເສັງA ຕອນເຊົ້າ 9:00-11:00 ວິຊາຄະນິດສາດ A +ຟີຊິກສາດ ແລະ ຕອນບ່າຍ 14:00-15:30 ວິຊາສອບເສັງ ພາສາລາວ-ວັນນະຄະດີ+ເຄມີສາດ+ຊີວະສາດ+ພາສາອັງກິດ ແລະ ກຸ່ມສອບເສັງB ຕອນເຊົ້າ 9:00-11:00 ວິຊາສອບເສັງ ຄະນິດສາດ B +ພາສາລາວ-ວັນນະຄະດີ, ຕອບ່າຍ 14:00-15:30 ວິຊາສອບເສັງ ພູມີສາດ+ປະຫວັດສາດ+ພາສາອັງກິດ ແລະ ເອກະສານທີ່ນັກຮຽນຕ້ອງປະກອບຄັດຕິດໃສ່ເອກະສານສະຫມັກສອບເສັງປະກອບມີ: ສໍາເນົາບັດເຂົ້າຫ້ອງສອບເສັງຈົບ ມ.7, ສໍາລັບນັກຮຽນຈົບ ໃນສົກຮຽນ 2020-2021. (01 ສະບັບ);ສໍາເນົາປະກາສະນີຍະບັດຈົບ ມ.7, ສໍາລັບນັກຮຽນທີ່ຈົບ ມ.7 ກ່ອນສົກຮຽນ 2020-2021, (01) ສະບັບ); : ຮູບຖ່າຍຂະຫນາດ 3×4 ຖ່າຍບໍ່ເກີນ 3 ເດືອນ, ຈໍານວນ 02 ໃບ;
(ສໍາລັບນັກຮຽນຈົບ ມ.7 ສົກຮຽນ 2020-2021 ໃຫ້ເອົາຮູບດຽວກັນກັບຮູບໃນບັດເຂົ້າຫ້ອງສອບ
ເສັງຈົບ ມ.7 )
10. ນັກສຶກສາສາມາດມາຕິດຕາມລາຍຊື່ ແລະ ສະຖານທີ່ສອບເສັງ ວັນທີ 24 ກັນຍາ 2021
11. ເພື່ອກະກຽມຄວາມພ້ອມ ແລະ ຈັດຕັ້ງປະຕິບັດການສອບເສັງໃຫ້ມີປະສິດທິຜົນສູງ, ຈຶ່ງແຈ້ງມາຍັງທ່ານຄະນະບໍ່ ດີຄະນະວິຊາຕ່າງໆ, ຫົວຫນ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ຫໍສະຫມຸດກາງ ແລະ ໂຮງຮຽນພອນ ສະຫວັນໂຈະການຮຽນ-ການສອນ ແລະ ກິດຈະກໍາດ້ານວິຊາການຕ່າງໆໃນ ວັນທີ 25 ກັນຍາ 2021 ແລະອໍານວຍຄວາມສະດວກໃຫ້ແກ່ຄະນະກໍາມະການໃນການຈັດຕັ້ງສອບເສັງໃນຄັ້ງນີ້ດ້ວຍ
12. ຖ້າມີການປ່ຽນແປງ ທາງມະຫາວິທະຍາໄລແຫ່ງຊາດ ຈະແຈ້ງຕາມ Facebook: ຂ່າວສານ ມຊ
NUoL News ຫຼື http://entrance.nuol.edu.la ຂໍໃຫ້ໃຫ້ນັກສຶກສາ, ຜູ້ປົກຄອງ ຫຼື ຜູ້ສົນໃຈ ຕິດຕາມໄດ້.