ກະຊວງຮສສ ຮ່ວມກັບບໍລິສັດ ມະຫານະຄອນໄອທີ ຈະພັດທະນາລະບົບເກັບກຳຂໍ້ມູນ ແລະ ຂຶ້ນທະບຽນຜູ້ວ່າງງານ ເພື່ອສະໜອງເຂົ້າໃສ່ຕຳແໜ່ງງານ

423

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ຮ່ວມກັບ ບໍລິສັດ ມະຫານະຄອນໄອທີ ແລະ ບໍລິການຈໍາກັດຜູ້ດຽວ ໄດ້ລົງນາມເຊັນສັນຍາຮ່ວມມື ໃນການເກັບກຳຂໍ້ມູນ ແລະ ຂຶ້ນທະບຽນຜູ້ວ່າງງານ ເພື່ອສະໜອງເຂົ້າໃສ່ຕຳແໜ່ງງານວ່າງ ຢູ່ພາຍໃນປະເທດ ທັງນີ້ຈະພັດະທະນາຖານຂໍ້ມູນແບບລວມສູນ ພ້ອມເປີດແຟັດຟອມທີ່ງ່າຍດາຍ ຜູ້ອອກແຮງງານສາມາດຢືນແບບຟອມຜ່ານລະບົບສະມາດໂຟນໄດ້ດ້ວຍຕົນເອງ.

ພິທີລົງນາມມີຂຶ້ນວັນທີ 9 ກັນຍາ 2021 ທີ່ ເຮືອນຮັບແຂກກະຊວງ ຮສສ ໂດຍການເຂົ້າຮ່ວມຂອງທ່ານ ພົງໄຊສັກ ອິນຖາລາດ ຮອງ ລັດຖະມົນຕີກະຊວງ ຮສສ, ທ່ານ ຄໍາພັນ ສຸພາບ ຜູ້ບໍລິຫານສູງສຸດບໍລິສັດມະຫານະຄອນ; ມີແຂກຈາກພາກລັດ – ທຸລະກິດເຂົ້າຮ່ວມ.

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກ່າວວ່າ: ໂຄວິດ19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ ຂອງຜູ້ອອກແຮງງານ ຢູ່ ສປປ ລາວ ເນື່ອງຈາກຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ຫຼາຍແຫ່ງຕ້ອງໄດ້ໂຈະ ຫຼື ປິດກິດຈະການລົງ ສົ່ງຜົນເຮັດໃຫ້ ຜູ້ອອກແຮງງານໃນລະບົບ, ນອກລະບົບ ລວມເຖິງຜູ້ປະກອບອາຊີບອິດສະຫຼະ ຕ້ອງປະເຊີນກັບການວ່າງງານ. ຄຽງຄູ່ກັນນັ້ນ, ປະຊາຊົນລາວທີ່ໄປອອກແຮງງານຢູ່ຕ່າງປະເທດທັງແບບຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ ໄດ້ຫຼັ່ງໄຫຼກັບຄືນປະເທດ ເປັນຈຳນວນຫຼວງຫຼາຍ ໂດຍຜ່ານຊ່ອງທາງຕ່າງໆ. ເຫດການດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ ອັດຕາການວ່າງງານພາຍໃນປະເທດ ເພີ່ມຂຶ້ນຈາກ 9% ໃນປີ 2019 ມາເປັນ 20% ໃນປີ 2020 ແລະ 22% ໃນປີ 2021. ຄາດຄະເນວ່າມີກໍາລັງແຮງງານລາວທີ່ວ່າງງານທັງໝົດໃນປີ 2021 ເຖິງ 400.000 ຄົນ. ໃນນັ້ນ ເກືອບເຄິ່ງໜຶ່ງແມ່ນກັບຈາກຕ່າງປະເທດ.

ສະນັ້ນ, ການຮ່ວມມືກັບບໍລິສັດມະຫານະຄອນໄອທີ ແລະ ບໍລິການຈຳກັດຜູ້ດຽວ ກໍເປັນອີກໜຶ່ງທິດທາງ ທີ່ສອດຄ່ອງກັບວາລະແຫ່ງຊາດຂອງລັດຖະບານກ່ຽວກັບການແກ້ໄຂວຽກງານດ້ານແຮງງານ ຊຶ່ງຂອບເຂດຂອງການຮ່ວມມືລະຫວ່າງກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກັບ ບໍລິສັດມະຫານະຄອນໄອທີ ແລະ ບໍລິການຈຳກັດຜູ້ດຽວ ຄື:

1 ພັດທະນາລະບົບຖານຂໍ້ມູນ ເພື່ອເກັບກໍາຂໍ້ມູນຂອງຜູ້ກໍາລັງວ່າງງານ, ຕໍາແໜ່ງງານວ່າງ ແລະ ເກັບກໍາຈຳນວນຜູ້ອອກແຮງງານທີ່ເຂົ້າສູ່ຕະຫຼາດແຮງງານໃໝ່ພາຍໃນປະເທດ;
2. ຂຶ້ນທະບຽນຜູ້ວ່າງງານ ແລະ ຕໍາແໜ່ງງານວ່າງ ໃນຂອບເທດທົ່ວປະເທດ;
3. ສະໜອງຜູ້ຕ້ອງການວຽກເຮັດເຂົ້າໃສ່ຕໍາແໜ່ງງານວ່າງ ຕາມຄວາມຕ້ອງການຕົວຈິງຂອງ ຂະແໜງເສດຖະກິດ;
4. ຮ່ວມກັບຜູ້ໃຊ້ແຮງງານຝຶກເຂົ້າສູ່ຕໍາແໜ່ງງານວ່າງ, ຝຶກເພື່ອຍົກລະດັບ ແລະ ຝຶກເພື່ອປະກອບອາຊີບອິດສະຫຼະ;
5. ຮ່ວມກັນສຶກສາ ແລະ ພັດທະນາລະບົບໂປຣແກຣມການຈັດຫາງານ ທີ່ມີຢູ່ຂອງກົມທີ່ກ່ຽວຂ້ອງໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ການມີສ່ວນຮ່ວມຂອງບໍລິສັດມະຫານະຄອນໄອທີ ແລະ ບໍລິການຈຳກັດຜູ້ດຽວ ຄາດວ່າຈະຊ່ວຍໃຫ້ກະຊວງ ຮສສ ມີລະບົບຖານເກັບເກັບກຳຂໍ້ມູນ ແລະ ຂຶ້ນທະບຽນແຮງງານທີ່ທັນສະໄໝ ແລະ ສອດຄ່ອງກັບຄວາມຕ້ອງການຫຼາຍຂຶ້ນ. ພ້ອມນີ້, ກໍຈະເປັນການຊ່ວຍຜູ້ວ່າງງານເຂົ້າເຖິງການຈ້າງງານພາຍໃນປະເທດ ຊຶ່ງຈະເຮັດໃຫ້ອັດຕາການວ່າງງານຫຼຸດລົງເທື່ອລະກ້າວ.


ທ່ານ ຄໍາພັນ ສຸພາບກ່າວໃນພິທີວ່າ: ຍ້ອນເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວນີ້ ກຸ່ມບໍລິສັດມະຫານະຄອນໄອທີ ແລະ ບໍລິການ ຈິ່ງໄດ້ສະແດງເຈດຈໍານົງ ເພື່ອເຂົ້າມາຮ່ວມມືກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນການຂຶ້ນທະບຽນແຮງງານຜູ້ວ່າງງານ ແລະ ຕໍາແໜ່ງງານວ່າງ ໃນຂອບເທດທົ່ວປະເທດ ຢ່າງເປັນລະບົບ, ເຊື່ອມຈອດກັນ, ເຮັດວຽກຮ່ວມກັນ, ສ້າງແຮງງານທີ່ຢູ່ນອກລະບົບ ເຂົ້າມາຢູ່ໃນລະບົບ, ຖືກຕ້ອງຕາມກົດໝາຍ ແລະ ກ້າວໄປເຖິງການຫຼຸດຜ່ອນການວາງງານໃນອະນາຄົດ ໄດ້ເທື່ອລະກ້າວ.

ພາຍຫຼັງເຊັນສັນຍາ ພວກເຮົາຈະໃຊ້ເວລາຢ່າງນ້ອຍ 6 ເດືອນໃຫ້ມີການປ່ຽນແປງທີ່ດີຂຶ້ນ ແລະ ຄາດວ່າໃຊ້ເວລາ 1ປີເພື່ອໃຫ້ວຽກງານຂັບເຄື່ອນໄດ້ເຕັມປະສິດທິພາບ ເຊິ່ງທຸກວຽກງານຈະມີຂໍ້ມູນແຮງງານທີ່ວ່າງງານ, ຂໍ້ມູນແຮງງານທີ່ຕ້ອງການເຮັດວຽກງານ ເຊິ່ງເຮົາຕ້ອງເສີມຂະຫຍາຍໃຫ້ມີໂຕເລກລະອຽດເຂົ້າໃນຖານຂໍ້ມູນຂອງກະຊວງ ຮສສ ເຊິ່ງຈະໄດ້ເຮັດວຽກ ແລະ ປະສານງານກັບອົງການກໍາມະບານ, ກະຊວງສຶກສາ ແລະ ຂະແໜງກ່ຽວຂ້ອງລວມທັງບໍລິສັດຈັດຫາງານ ເພື່ອເອົາຂໍ້ມູນເປັນພື້ນຖານ ຫຼັງຈາກນັ້ນເຮົາຈະສ້າງແຟັດຟອມທີ່ຕອບສະໜອງກັບບັນຫາທຸກມື້ນີ້ໃຫ້ມັນສອດຄ່ອງກັບ ຄວາມເປັນຈິງ ໃຫ້ທຸກຄົນສາມາດເຂົ້າຖານຂໍ້ມູນ ແລະ ສະໝັກງານຜ່ານໂທລະສັບມືຖືໂດຍບໍ່ຕ້ອງໄປຊອກຢືນແບບຟອມໃນອົງກອນ ຫຼື ບໍລິສັດຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະຈະຕໍ່ຍອດແອັບພີເຄຊັນຕ່າງໆທີ່ມີໃນກະຊວງ ຮສສ ໃຫ້ສາມາດຮອງຮັບການບໍລິການຈຸດນີ້ໃຫ້ໄດ້.

ທ່ານກ່າວວ່າ ແຮງງານລາວທີ່ມີໃນປັດຈຸບັນ ສ່ວນຫຼາຍມີຄວາມສາມາດ ແຕ່ຈໍາເປັນຢ່າງຍິ່ງຕ້ອງຜ່ານການຝືກອົບຮົມທັກສະສີມື ເພື່ອໃຫ້ໄດ້ຮັບໃບຢັ້ງຢືນ ທັງນີ້ເພື່ອຜົນປະໂຫຍດ ໃນການຮັບເງິນເດືອນຂອງຕົນເອງ ພ້ອມທັງມີຂໍ້ດີໃນການຕໍ່ລອງ ແລະ ບໍ່ຖືກເອົາປຽບ