ໄປເບິ່ງເງື່ອນໄຂງ່າຍໆ ຫາກເນມາ ເຮັດໄດ້ກໍຈະໄດ້ໂບນັດພິເສດຈາກ ປາຣີສ ແຊງແຊກແມງ

389
PSG's Neymar, left, and PSG's Angel Di Maria during the France League One soccer match between Reims and Paris Saint-Germain, at the Stade Auguste-Delaune in Reims, France, Sunday, Aug. 29, 2021. (AP Photo/Francois Mori)

ເນມາ ກອງໜ້າຄົນເກັ່ງຂອງທີມຊາດບາຊິນ ແລະ ສະໂມສອນ ປາຣີສ ແຊງແຊກແມງ ຈະໄດ້ຮັບໂບນັດພິເສດ ພຽງແຕ່ປະຕິບັດເງື່ອນໄຂງ່າຍໆກັບສະໂມສອນ ຕາມການລາຍງານຂອງສື່ໃນປະເທດແອັດສະປາຍ.

ສື່ໃນປະເທດແອັດສະປາຍ ເປີດເຜີຍ ເງື່ອນໄຂພິເສດຂອງ ເນມາ ທີ່ຍ້າຍຈາກ ບາເຊໂລນາ ທີມໃນປະເທດແອັດສະປາຍ ມາຮ່ວມກັບ ປາຣີສ ແຊງແຊກແມງ ທີມໃນລີກເອິງຝຣັ່ງ ແຕ່ປີ 2017 ໂດຍລະບຸວ່າ: ລາວຈະໄດ້ຮັບເງິນພິເສດປະມານ 500.000 ເອີໂຣຕໍ່ເດືອນ ສໍາລັບການປະພຶດຕົວໃຫ້ດີໆ ບໍ່ວ່າຈະເປັນເລື່ອງພາບລັກ ລວມເຖິງການຕົງຕໍ່ເວລາ, ບໍ່ອອກມາຕໍາໜິສະໂມສອນ ຫຼື ເພື່ອນຮ່ວມທີມ ແລະ ປະຕິບັດຕໍ່ແຟນບານດີໆ.

ຖ້າຫາກສາມາດເຮັດໄດ້ຕາມເງື່ອນໄຂດັ່ງກ່າວ ເນມາ ຈະສາມາດຮັບເງິນພິເສດ ຫຼື ໂບນັສດັ່ງກ່າວໄປຄອງ ໂດຍສະເລ່ຍຕໍ່ປີຈະໄດ້ຢູ່ 6,5 ລ້ານເອີໂຣທັນທີ.
ຮູບຈາກ: AP