ສິນນະກອນ ໜຶ່ງດຽວຈາກຜົນຜະລິດຂອງທີມແຂວງຫຼວງພະບາງ ຕິດ1ໃນ30ນັກເຕະທີມຊາດລາວ ຢູ 23

593

ການແຂ່ງຂັນບານເຕະທົ່ວປະເທດ 2020 ຊີງຂັນວັນຊາດທີ 2 ທັນວາ ທີ່ນະຄອນຫຼວງວຽງຈັນ ປະສົບຜົນສໍາເລັດຫຼາຍດ້ານ ໂດຍສະເພາະມີນັກເຕະແຈ້ງເກີດກັນຫຼາຍຄົນໜຶ່ງໃນນັ້ນກໍມີ ສິນນະກອນ ກຸມະນີຄໍາ ຜູ້ຍິງປະຕູຂຶ້ນນໍາໃຫ້ກັບ ແຂວງຫຼວງພະບາງ ໃນນັດຊີງຊະນະເລີດບານເຕະທົ່ວປະເທດ ຫຼ້າສຸດສາມາດຕິດ 1 ໃນ 30 ນັກເຕະທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ.

ເມື່ອວັນທີ 8 ກັນຍາ 2021 ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ 30 ນັກເຕະທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເພື່ອກຽມເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ 2022 ຮອບຄັດເລືອກ ປາກົດວ່າ ສິນນະກອນ ກຸມະນີຄໍາ ກາຍເປັນນັກເຕະໜຶ່ງດຽວຈາກແຂວງຫຼວງພະບາງ ແລະ ທີມປະສົມແຂວງຫຼວງພະບາງ ທີ່ມີຊື່ໃນຊຸດດັ່ງກ່າວ ແນ່ນອນ ສິນນະກອນ ກໍມີລຸ້ນຕິດ 1 ໃນ 23 ນັກເຕະທີມຊາດຊຸດນີ້ໄປແຂ່ງຂັນລາຍການລະດັບພາກພື້ນເປັນຄັ້ງທໍາອິດ.

ຫຼ້າສຸດ ສິນນະກອນ ເປີດເຜີຍຕໍ່ທີມຂ່າວເສດຖະກິດ-ການຄ້າ ຂອງພວກເຮົາວ່າ ສໍາລັບນ້ອງແມ່ນຫຼິ້ນບານເຕະມາແຕ່ນ້ອຍໆ ກ່ອນທີ່ເຂົ້າສະໂມສອນ ແຄນດີ້ ຕອນອາຍຸ 12 ປີ ແລະ ເຂົ້າສະໂມສອນເຍົາວະຊົນ ແຂວງຫຼວງພະບາງ ຕອນອາຍຸ 14 ປີ ຈົນໃນທີ່ສຸດໃນປີ 2020 ນ້ອງກໍໄດ້ໄປຄັດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ແລະ ກໍສາມາດຕິດ 1 ໃນຮອບ 40 ຄົນ ( ເປັນ 1 ໃນ 4 ນັກເຕະຈາກແຂວງຫຼວງພະບາງ ) ເພື່ອຄັດເລືອກນັກກີລາກຽມເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮອບສຸດທ້າຍ ທີ່ປະເທດອຸດສະເບກິດສະຖານ ແຕ່ໜ້າເສຍດາຍລາຍການດັ່ງກ່າວຖືກຍົກເລີກ ແລະ ການຄັດເລືອກທີມຊາດຊຸດດັ່ງກ່າວກໍຖືກໂຈະ.

ສິນນະກອນ ກຸມະນີຄໍາ ເກີດວັນທີ 27 ທັນວາ 2003, ນໍ້າໜັກ 65 ກິໂລກຣາມ ແລະ ສູງ 170 ຊັງຕີແມັດ ປັດຈຸບັນແມ່ນສຶກສາຢູ່ທີ່ ມະວິທະຍາໄລ ສຸພານຸວົງ ທີ່ແຂວງຫຼວງພະບາງ ກ່າວເຖິງການມາຄັດເລືອກທີມຊາດລາວ ຢູ 23 ວ່າ ຫຼັງຕິດ 1 ໃນ 30 ຄົນກະມີຄວາມຮູ້ສືກດີໃຈທີ່ມີຊື່ຕົນເອງຕິດ 1 ໃນນັ້ນເປັນຄັ້ງທຳອິດ ແນ່ນອນການຝືກຊ້ອມກັບ ທີມຊາດລາວ ຊຸດນີ້ແມ່ນມີຄວາມເຂັ້ມຂຸ້ນຫຼາຍຕາມລະດັບເວລາທີ່ຝືກຊ້ອມກໍຈະໜັກຂຶ້ນເລື້ອຍໆ, ສ່ວນເພື່ອນຮ່ວມທີມຊາດຊຸດນີ້ທຸກຄົນກະມີທັກສະທີ່ດີ ແລະ ແຂງແກ່ນຫຼາຍຄົນ. ຢ່າງໃດກໍຕາມ ການຝຶກຊ້ອມທີ່ຜ່ານມານ້ອງໄດ້ຮຽນຮູ້ເລື່ອງພາລະກຳລັງ ແລະ ການເຂົ້າໃຈລະບົບການຫລິ້ນເປັນທີມຫຼາຍຂຶ້ນ, ສ່ວນເປົ້າໝາຍກັບ ທີມຊາດ ຊຸດນີ້ກໍຢາກຕິດ 1 ໃນ 23 ຄົນສຸດທ້າຍ ເພື່ອພັດທະນາຕົນເອງຕໍ່ໄປ.

ສໍາລັບ ສິນນະກອນ ເປັນນັກເຕະດາວເດັ່ນຈາກແຂວງຫຼວງພະບາງ ແຈ້ງເກີດໃນການແຂ່ງຂັນບານເຕະທົວປະເທດ 2020 ຫຼັງຈາກທີ່ສ້າງຜົນງານໂດດເດັ່ນພາ ທີມແຂວງຫຼວງພະບາງ ທະລຸເຂົ້າເຖິງຮອບຊີງຊະນະເລີດ ແລະ ໃນຮອບຊີງກໍສາມາດຍິງປະຕູຂຶ້ນນໍາໃຫ້ກັບ ແຂວງຫຼວງພະບາງ ກ່ອນທີ່ສຸດທ້າຍຈະດວນຈຸດໂທດເສຍໃຫ້ ແຂວງຈໍາປາສັກ ໄດ້ຮອງແຊັມໄປຄອງ.

ຂ່າວ-ຮູບ: ຫຼ້າ MKP ແລະ ສະຫະພັນບານເຕະແຫ່ງຊາດລາວ