ແຈ້ງ! ພາຍຸໂກເຊີນກຳລັງມາ ປະຊາຊົນທຸກຄົນໃຫ້ລະມັດລະວັງ

377

ໃນລະດູຝົນນີ້ ເປັນສິ່ງທີທຸກຄົນຕ້ອງມີສະຕິລະວັງຕົວ ໃນການໃຊ້ຊີວິດ, ການເດີນທາງໄປມາ ຕາມສະຖານທີ່ຕ່າງໆ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະຊັບສິນ ອັນເນື່ອງມາຈາກ ໄພພິບັດທາງທຳມະຊາດ.

ເພື່ອແຈ້ງເຕືອນໃຫ້ປະຊາຊົນໄດ້ຮັບຊາບຂ່າວ ພະຍາກອນອາກາດຢ່າງທົ່ວກັນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການສະບັບທີ 1 ເລກທີ 01035/ກອຕທ ລົງວັນທີ 9 ກັນຍາ 2021 ເພື່ອແຈ້ງເຕືອນປະຊາຊົນລະວັງພາຍຸເຂດຮ້ອນ ໂກນເຊິນ ໃນລະຫວ່າງ 13 – 14 ກັນຍາ 2021 ນີ້.


ຕາມແຈ້ງການລະບຸວ່າ: ໃນເວລາ 14:05 ໂມງຂອງວັນທີ 9 ກັນຍາ 2021 ພາຍຸເຂດຮ້ອນ ໂກນເຊິນ ມີສູນກາງຢູ່ເຂດທະເລຈີນໃຕ້ຕອນກາງ ໃນເສັ້ນຂະໜານທີ 15,8 ອົງສາເໜືອ ແລະ ເສັ້ນແວງທີ 115.6 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ມີຄວາມໄວສູງສຸດຢູ່ໃກ້ຈຸດສູນກາງປະມານ 83 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ ພາຍຸຫົວນີ້ຈະເຄື່ອນຂຶ້ນຝັ່ງທາງພາກກາງຕອນເທິງຂອງ ສສ ຫວຽດນາມ ໃນຕອນກາງເວັນຂອງວັນທີ 13 ກັນຍາ 2021. ຫຼັງຈາກນັ້ນ ຈະອ່ອນກຳລັງເປັນພາຍຸດີເປຼຊັນ ເຄື່ອນທີ່ຜ່ານພາກກາງ ຫາ ພາກເໜືອ ຂອງ ສປປ ລາວ ໃນໄລຍະວັນທີ 13 ຫາ 14 ກັນຍາ 2021 ນີ້, ຊຶ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດໃນ ສປປ ລາວ ດັ່ງນີ້:

– ໄລຍະວັນທີ 12 ຫາ 13 ກັນຍາ 2021 ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກໃຕ້.
– ໄລຍະວັນທີ 13 ຫາ 15 ກັນຍາ 2021 ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອ.

ດັ່ງນັ້ນ, ຈຶ່ງເຕືອນເຖິງ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ຕາມລຽບຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນ້ໍາຖ້ວມຍຶ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 – 4 ວັນຕໍ່ໜ້ານີ້.