ນາຍົກລັດຖະມົນຕີ ກ່າວຄໍາປາໄສ ໃນພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 18

751

ໃນວັນທີ 10 ກັນຍາ 2021, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວຄໍາປາໄສ (ແບບບັນທຶກວິດີໂອ) ຮ່ວມກັບ ທ່ານ ວາງ ກີຊານ (Wang Qishan) ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 18, ໃນຖານະ ສປປ ລາວ ເປັນປະເທດກິດຕິມະສັກ ຂອງລັດຖະບານແຫ່ງ ສປ ຈີນ ເປັນປີທີ 2 ຕິດຕໍ່ກັນ.


ງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 18 ພາຍໃຕ້​ຄຳ​ຂວັນ “ກາລະໂອກາດຮ່ວມກັນ ຈາກແລວການຮ່ວມມືທາງບົກ-ທາງທະເລ ແບບໃໝ່, ສ້າງຄູ່ຮ່ວມຊາຕາກໍາ ອາຊຽນ-ຈີນ” ແມ່ນໃນຮູບແບບທາງໄກ ແລະ ເຂົ້າຮ່ວມກັບທີ່ ຊຶ່ງໄດ້ຈັດຂຶ້ນທ່າມກາງບັນຍາກາດທີ່ ອາຊຽນ ແລະ ສປ ຈີນ ສະເຫຼີມສະຫຼອງການພົວພັນຮ່ວມມື ຄົບຮອບ 30 ປີ.


ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີໄດ້ມີຄໍາເຫັນບາງຕອນ ໂດຍໄດ້ເນັ້ນໃຫ້ເຫັນຄວາມສໍາຄັນຂອງງານວາງສະແດງສິນຄ້າອາຊຽນ-ຈີນ ໃນການປະກອບສ່ວນຊຸກຍູ້ການຮ່ວມມືອາຊຽນ-ຈີນ ໃນໄລຍະຜ່ານມາ. ນອກນັ້ນ, ອາຊຽນ ໄດ້ໃຫ້ຄວາມສຳຄັນຕໍ່ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ແລະ ການເຊື່ອມຈອດພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ກັບພາກພື້ນອື່ນ ໂດຍສະເພາະທ່າແຮງທີ່ມີຢູ່ພາຍໃນ ແລະ ພາຍນອກ ເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ IV ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ໃນປະກົດຜົນເປັນຈິງ ຊຶ່ງໃນຕົວຈິງ ແມ່ນຕ້ອງການການຊ່ວຍເຫຼືອຈາກປະເທດຕ່າງໆ ໂດຍສະເພາະ ສປ ຈີນ ທາງດ້ານວິຊາການ ແລະ ທຶນຮອນຕ່າງໆ. ທ່ານນາຍົກລັດຖະມົນຕີຍັງໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງການນໍາພັກ, ລັດຖະບານ ແລະ ປະຊາຊົນຈີນ ໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 100 ປີ, ພ້ອມທັງອວຍພອນໃຫ້ແກ່ງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງທີ 18 ປີນີ້ ປະສົບຜົນສຳເລັດຢ່າງຈົບງາມ.


ພິເສດ, ສປປ ລາວ ຍັງໄດ້ເປັນເຈົ້າພາບຮ່ວມກອງປະຊຸມໂຕະມົນພົບປະລະຫວ່າງການນໍາຂອງ ສປປ ລາວ ແລະ ນັກທຸລະກິດຈີນ ຊຶ່ງເປັນກອງປະຊຸມປິ່ນອ້ອມ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 18. ນອກນັ້ນ, ສປ ລາວ ຍັງໄດ້ເປີດຮ້ານວາງສະແດງແຫ່ງຊາດລາວ ແລະ ຫຸ່ນຈໍາລອງເມືອງແຫ່ງສະເໜ່ ນະຄອນໄກສອນ ພົມວິຫານ ອີກດ້ວຍ.
ປີ 2021 ຍັງເປັນປີແຫ່ງປະຫວັດສາດສະເຫຼີມ​ສະຫຼອງການພົວພັນຮ່ວມມື ລາວ-ຈີນ ຄົບຮອບ 60 ປີ ກໍຄືປີມິດຕະພາບ ລາວ-ຈີນ. ໃນນີ້, ໂຄງການທາງລົດໄຟ ລາວ-ຈີນ ເປັນໂຄງການສັນຍາລັກໜຶ່ງພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຊຶ່ງເປັນນິມິດໝາຍໃໝ່ແຫ່ງມູນເຊື້ອການພົວພັນຍຸດທະສາດຮອບດ້ານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃນຍຸກສະໄໝ ໃໝ່ທີ່ໝັ້ນຄົງຂະໜົງແກ່ນ ຊຶ່ງຄາດວ່າໂຄງການທາງລົດໄຟລາວ-ຈີນ ດັ່ງກ່າວ ຈະເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ທັນວາ 2021 ​ຊຶ່ງ​ເປັນ​ວັນ​ສະ​ຖາ​ປະ​ນາ ສປປ ລາວ ຄົບ​ຮອບ 46 ປີ.

ຂ່າວ-ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ