ສິນຄ້າເສຍຄຸນ ເກີດຂຶ້ນຫຼາຍຢ່າລືມສັງເກດກ່ອນຈົກເງິນຈ່າຍ

594

ພົບເຫັນຕໍ່ເນື່ອງສຳລັບສິນຄ້າເສຍຄຸນນະພາບ, ສິນຄ້າທີ່ບໍໄດ້ຮັບອະນຸຍາດນຳເຂົ້າ ເຊິ່ງແນ່ນອນຖ້າປະຊາຊົນຊື້ມາໂດຍບໍ່ສັງເກດຈະມີຜົນກະທົບຕໍ່ສຸຂະພາບໄດ້ ແຖມເສຍເງິນໄປອີກໂດຍເປົ່າປະໂຫຍດ ຈິ່ງຢາກເຕືອນທຸກຄົນໃຫ້ມີສະຕິເສຍເວລາອ່ານໜ້ອຍໜຶ່ງກ່ອນຈົກເງິນຈາກຖົງມາຊື້ສິນຄ້າ.

ກ່ຽວກັບສິນຄ້າເສື່ອມຄຸນ ທາງຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ເມືອງປາກກະດິງ ຫາກໍ່ຈັດພິທີທຳລາຍ ສິນຄ້າເສຍຄຸນ, ສິນຄ້າຕ້ອງຫ້າມ ແລະ ຢາຕ້ອງຫ້າມ ຈໍານວນ 36 ລາຍການ ລວມມູນຄ່າ 48 ລ້ານກ່ວາກີບ ໂດຍມີ ທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ມີຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຂັ້ນເມືອງເຂົ້າຮ່ວມ.

ສິນຄ້າເສຍຄຸນ, ສິນຄ້າຕ້ອງຫ້າມ ແລະ ຢາຕ້ອງຫ້າມ ທີ່ນໍາມາທໍາລາຍໃນຄັ້ງນີ້, ໄດ້ມາຈາກການລົງຕິດຕາມກວດກາຂອງ ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຂັ້ນເມືອງປາກກະດິງ ໃນລະຫວ່າງທ້າຍເດືອນກໍລະກົດ ຫາ ຕົ້ນເດືືອນສິງຫາ ຜ່ານມາ ໂດຍໄດ້ກວດທັງໝົດ 216 ຮ້ານ, ໃນນັ້ນ ກວດພົບເຄື່ອງບໍລິໂພກເສຍຄຸນ, ໝົດອາຍຸ ຢູ່ 100 ຮ້ານ, ມີເຄື່ອງບໍລິໂພກທີ່ເສຍຄຸນ 35 ລາຍການ ເປັນຕົ້ນ ເຂົ້າໜົມ, ເຄື່ອງດື່ມ, ໝີ່ສຳເລັດຮູບ, ເຄື່ອງບໍລິໂພກໃນຄົວເຮືອນ, ອາຫານແຊ່ແຂງ ແລະ ເຄື່ອງສຳອາງ ລວມມູນຄ່າ 44,5 ລ້ານກວ່າກີບ

ກວດພົບສິນຄ້າຕ້ອງຫ້າມ ປະເພດຢາສູບ ອີຊີ່ ຈຳນວນ 15 ຕຸດ ມູນຄ່າ 1,2 ລ້ານກີບ ແລະ ກວດພົບຢາປົວພະຍາດ ທີ່ລັກຂາຍຕາມຮ້ານຂາຍເຄື່ອງ ທີ່ບໍ່ແມ່ນຮ້ານຂາຍຢາ ຈຳນວນ 15 ລາຍການ ລວມມູນຄ່າ 2,2 ລ້ານກວ່າກີບ ດັ່ງນັ້ນ, ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ກໍໄດ້ເຮັດບົດບັນທຶກ ແລະ ສຶກສາອົບຮົມ ພ້ອມທັງອາຍັດສິນຄ້າດັ່ງກ່າວນັ້ນໄວ້ ແລະ ໄດ້ຈັດພິທີທຳລາຍຢ່າງເປັນທາງການ.

 

ຂໍ້ມູນຈາກ: ຄວາມສະຫງົບ