ອັບເດດການປິ່ນປົວຫາຍດີຢູ່ສະຫວັນນະເຂດຮອດມື້ນີ້ໄດ້ 3.600 ກວ່າຄົນແລ້ວ

279

ສະຫວັນນະເຂດ ເປັນໜຶ່ງໃນບັນດາແຂວງທີ່ມີຕົວເລກຜູ້ຕິດເຊື້ອສູງທີ່ສຸດຂອງລາວເຮົາ ມາຮອດປະຈຸບັນຍອດຜູ້ຕິດເຊື້ອສະສົມ 5.890 ຄົນ, ໃນນັ້ນໄດ້ປິ່ນປົວຫາຍດີແລ້ວ 3.614 ຄົນ, ຍິງ 1.770 ຄົນ ແລະ ຍັງຄ້າງສູນປິ່ນປົວ 2.276 ຄົນ, ທີ່ໜ້າເສົ້າແມ່ນເສັຍຊີວິດໄປ 7 ຄົນ, ຍິງ 2 ຄົນ.

ກຸ່ມອອກໂຮງໝໍຫຼ້າສຸດແມ່ນ ໄດ້ສົ່ງເຂົ້າສູນຈຳກັດບໍລິເວນຂອງເມືອງຕໍ່ຈັດຂຶ້ນໃນວັນທີ 8 ກັນຍາ 2021 ມີຈຳນວນ 61 ກໍລະນີ ຈາກໂຮງໝໍສະໜາມຫຼັກ 9 ( 60 ຄົນ ) ແລະ ໂຮງໝໍສະໜາມ ວສສ 1 ຄົົນ.


ກ່ອນທີ່ຈະກັບບ້ານໄປຫາຄອບຄົວແພດໃຫ້ຄຳແນະນຳວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດຫນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.


ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

( ຂໍ້ມູນ 8 ກັນຍາ 2021)