ທາງການແລ້ວ! ເມີເຊເດສ ຢືນຢັນ ຣັສເຊລ ຈັບຄູ່ກັບ ແຮມິລຕັນ ລ່າແຊັມລະດູການ 2022

406
Williams driver George Russell of Britain attends a press conference ahead of Sunday's Formula One Dutch Grand Prix at the Zandvoort racetrack, Netherlands, Thursday, Sept. 2, 2021. (Andrej Isakovic, Pool via AP)

ເມີເຊເດສ ທີມຊັ້ນນໍາໃນວົງການລົດສູດໜຶ່ງຊີງແຊັມໂລກ ປະກາດໃຫ້ ຈອຈ ຣັສເຊລ ນັກແຂ່ງດາວເດັ່ນ ຮັບໜ້າທີ່ເປັນເພື່ອນຮ່ວມທີມກັບ ລູອິສ ແຮມິລຕັນ ແຊັມໂລກ 7 ສະໄໝ ລ່າແຊັມລະດູການ 2022 ຢ່າງເປັນທາງການ ຫຼັງຈາກທີ່ ອັລຟາ ໂຣເມໂອ ຢືນຢັນຄວ້າຕົວ ວັລເທຣີິ ບ໊ອດທາສ ໄປຮ່ວມທີມເມື່ອບໍ່ດົນມານີ້.

ຣັສເຊລ ປັດຈຸບັນອາຍຸ 23 ປີຖືກດຶງມາຢູ່ກັບ ເມີເຊເດສ ຫຼັງຈາກທີ່ກ່ອນໜ້ານີ້ຂັບໃຫ້ກັບ ລິລລຽມສ໌ ເຖິງ 3 ລະດູການ ແລະ ກາຍເປັນນັກແຂ່ງເບີໜຶ່ງຂອງທີມດັ່ງກ່າວ.

ຣັສເຊລ ກ່າວວ່າ: ມັນເປັນວັນທີ່ມີຄວາມໝາຍສໍາລັບຂ້ອຍທັງສ່ວນຕົວ ແລະ ໃນຖານະນັກແຂ່ງອາຊີບ ເຊິ່ງຂ້ອຍຕື່ນເຕັ້ນເລີຍ ແລະ ນີ້ເປັນໂອກາດສໍາຄັນ ໂດຍຂ້ອຍຕ້ອງການສວຍໂອກາດເອົາໄວ້, ແຕ່ຂ້ອຍບໍ່ໄດ້ຢູ່ກັບພາບລວງຕາ ເນື່ອງຈາກຄວາມທ້າທາຍສູງຂຶ້ນ ແລະ ມັນຈະຕ້ອງໃຊ້ເວລາຮຽນຮູ້ຢ່າງຕໍ່ເນື່ອງ.
ຮູບຈາກ: AP