ຫົວໜ້າທີມກ໊ອຟ ສະຫະລັດອາເມຣິກາ ເລືອກ 6 ນັກກ໊ອຟລຸຍ ໂຣເດີ ຄັບ 2021

314
KOHLER, WISCONSIN - SEPTEMBER 08: U.S. Ryder Cup captain Steve Stricker speaks during the 43rd Ryder Cup Captain's Picks Press Conference at Whistling Straits on September 08, 2021 in Kohler, Wisconsin. Stricker announced Tony Finau, Xander Schauffele, Jordan Spieth, Harris English, Daniel Berger and Scottie Scheffler as his captain's picks. (Photo by Patrick McDermott/Getty Images)

ສະຕີຟ ສະຕຣິກເກີ ຫົວໜ້າທີມກ໊ອຟຂອງ ທີມຊາດສະຫະລັດອາເມຣິກາ ຊຸດ ໄຣເດີ ຄັບ 2021 ຄັ້ງທີ 42 ທີ່ຈະລົງແຂ່ງຂັນກັບ ທີມເອີຣົບ ທີ່ສະໜາມ ວິສເຊິລລິງ ສະເຕຣດສ໌ ເມືອງເຮຟເວນ ສະຫະລັດອາເມຣິກາ ລະຫວ່າງວັນທີ 24-26 ກັນຍາ 2021 ອອກມາຢ່າງເປັນທາງການປະກອບມີ 6 ນັກກ໊ອຟ.

6 ນັກກ໊ອຟຕົວເລືອກຂອງຫົວໜ້າທີມປະກອບມີ: ແຊນເດີ ຊອຟເຟລ ເຈົ້າຂອງຫຼຽນຄໍາ ໂອແລມປິກ 2020, ສະກ໊ອດຕິີ ເຊຟເຟລ, ດານຽລ ເບເກີ, ແຮຣີິສ ອິງລິຊ, ໂທນີ ຟິເນົາ ແລະ ຈໍແດນ ສະປິດ.

ສ່ວນອີກ 6 ຄົນແມ່ນມາຈາກໂຄຕ້າຄະແນນສະສົມປະກອບມີ: ດັສຕິນ ຈອນສັນ, ໄບຣສັນ ເດີຊອບໂບ, ບຣູກສ໌ ໂຄບກາ, ຈັສຕິນ ໂທມັສ, ແພທຣິກ ຄານລີ ແລະ ຄອລລິນ ໂມຣິກາວິ. ຂະນະທີ່ ທີມຊາດເອີຣົບ ຫົວໜ້າທີມນໍາໂດຍ ເປເດຣກ ແຮຣິງຕັນ ນັກກ໊ອຟຊາວໄອຣ໌ແລນ ຈະມີການປະກາດລາຍຊື່ທັງໝົດຢ່າງເປັນທາງການໃນວັນທີ 12 ກັນຍາ 2021.