ແຮງງານທີ່ກັບຈາກໄທ ໃຜຢູ່ໃກ້ແຂວງນີ້ໄປຝຶກວິຊາຊີບໄດ້

760

ສຳລັບແຮງງານທີ່ກັບຄືນປະເທດແລ້ວ ຜູ້ທີ່ກັກຕົວຄົບ ຫຼື ໄດ້ອະນຸຍາດຈາກທາງຄະນະສະເພາະກິດໃຫ້ໃຊ້ຊີວິດແບບປົກກະຕິແລ້ວ ເຊື່ອວ່າຫຼາຍຄົນກໍ່ຄົງບໍ່ຕ້ອງການທີ່ຈະໃຊ້ຊີວິດແບບບໍ່ມີລາຍຮັບບໍ່ມີວຽກເຮັດງານທຳ ຖ້າທ່ານຢາກມີວຽກເຮັດງານທຳຢາກຝຶກວິຊາຊີບ ແບ່ງເບົາພາລະຄອບຄົວໃນພາວະວິກິດແບບນີ້ ໃຫ້ຕິດຕໍ່ຫາສູນພັດທະນາສີມືແຮງງານແຂວງຈຳປາສັກໄດ້.


ສູນພັດທະນາສີມືແຮງງານ ແຂວງ ຈຳປາສັກ ໄດ້ປະກາດຮັບສະຫມັກ ແຮງງານລາວທີ່ກັບຄືນມາຈາກຕ່າງປະເທດ ແລະ ຜູ້ວ່າງງານ ທີ່ສົນໃຈຢາກເຮັດວຽກ ຫຼື ເຝິກວິຊາຊີບໄລຍະສັ້ນ (10 ວັນ ຟຣີ) ສາຂາຊ່າງ ຕັດຫຍິບເສື້ອຜ້າ ຈໍານວນ 43 ຄົນ ເພື່ອບັນຈຸເຂົ້າເຮັດວຽກທີ່ ບໍລິສັດ ຕັດຫຍິບ ອາເດັນ ໂຄດທິງ ຕັ້ງຢູ່ບ້ານຫນອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ຜູ້ເຂົ້າຮ່ວມຝຶກອົບຮົມຫຼັງສຳເລັດແລ້ວຈະໄດ້ເຮັດວຽກກັບບໍລິສັດ ຕັດຫຍິບ ອາເດັນ ໂຄດທິງ ທາງບໍລິສັດມີຫໍພັກໃຫ້ຢູ່ຟຣີ, ເງິນເດືອນເລີ່ມຕົ້ນ1.400.000-2.500.00 ຕໍ່ເດືອນ ສຳລັບເງື່ອນໄຂຜູ້ທີ່ຈະສາມາດສະໝັກແມ່ນ: ອາຍຸ 18-35 ປີ(ເພດຍິງ), ເປັນຜູ້ທີ່ໄດ້ຮັບການສັກຢາວັກຊີນຄົບ ແລະ ຕ້ອງແມ່ນແຮງງານລາວ ຫລື ຜູ້ວ່າງງານ (ທີ່ຖືກຜົນກະທົບຈາກພະຍາດໂຄວິດ-19) ພ້ອມນີ້ທັງບໍລິສັດຍັງມອບສະຫວັດດີການເຊັ່ນ: ຕະຫຼອດໄລຍະການຝຶກ 10 ວັນ, ແຕ່ວັນທີ20-29 ກັນຍາ 2021 ການກິນ, ການພັກເຊົາແມ່ນທາງສູນຮັບຜິດຊອບ ແລະ ພາຍຫຼັງສໍາເລັດການຝຶກ 10 ວັນ ຈະໄດ້ເດີນທາງຂຶ້ນໄປນະຄອນຫລວງວຽງຈັນເພື່ອປະກອບເຂົ້າເຮັດວຽກ.

ສະຖານທີ່ເຝິກອົບຮົມແມ່ນ ຕັ້ງຂອງສູນແມ່ນຕັ້ງຢູ່ ບ້ານ ຈັດສັນ(ຫລັກ7), ນະຄອນປາກເຊ, ແຂວງ ຈຳປາສັກ ແລະ ຫຼັງຈາກຜ່ານການເຝິກພາຍໃນ 10 ວັນ ແລ້ວ ທາງບໍລິສັດຈະສົ່ງຕົວຜູ້ກ່ຽວຂຶ້ນໄປເຮັດວຽກຢູ່ນະຄອນຫລວງວຽງຈັນ) ສົນໃຈໂທຣ: 030 9210 090, 020 5975 2666