ຮູ້ຈັກວິທີຫຼິ້ນກີລາໝາກແລ້ ທີ່ໃຊ້ໃນກີລາແຫ່ງຊາດ

434

ເຊັ່ນເກົ່າເຊັ່ນເຄີຍໄລຍະນີ້ບໍ່ມີການແຂ່ງຂັນກີລາໃນ ສປປ ລາວ ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19. ດັ່ງນັ້ນ, ທີມຂ່າວເສດຖະກິດ-ການຄ້າ ຈິ່ງໄດ້ນໍາເອົາຄວາມຮູ້ກ່ຽວກັບກີລາຕ່າງໆມາແນະນໍາໃຫ້ຮູ້ຈັກນໍາກັນ ເຊິ່ງມື້ນີ້ພວກເຮົາຈະໄປຮູ້ຈັກຮູບແບບ ແລະ ວິທີການຫຼິ້ນກີລາໝາກແລ້ ທີ່ເຄີຍໃຊ້ໃນກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ທີ່ຜ່ານມາ.
ກ່ອນອື່ນໝົດເຮົາໄປເບິ່ງ ລາຍການແຂ່ງຂັນ ກີລາໝາກແລ້ ວ່າມີຈັກລາຍການດັ່ງນີ້:
+ລາຍການແຂ່ງຂັນ 10 ທ່າ
-ເພດຍິງ: ລາຍການທີມຍິງ 3 ຄົນສໍາຮອງ 1 ຄົນ, ລາຍການຄູ່ຍິງ 2 ຄົນ ແລະ ລາຍການດ່ຽວ 1 ຄົນ
-ເພດຊາຍ: ລາຍການທີມຊາຍ 3 ຄົນສໍາຮອງ 1 ຄົນ, ລາຍການຄູ່ຊາຍ 2 ຄົນ ແລະ ລາຍກາຍດ່ຽວຊາຍ 1 ຄົນ

+ລາຍການແຂ່ງຂັນ 2 ທ່າ
-ເພດຍິງ: ທີມຍິງ 3 ຄົນ ສຳຮອງ 1 ຄົນ, ຄູຍິງ 2 ຄົນ ແລະ ດ່ຽວຍິງ 1 ຄົນ
-ເພດຊາຍ: ທີມຊາຍ 3 ຄົນສໍາຮອງ 1 ຄົນ, ຄູຊາຍ 2 ຄົນ ແລະ ດ່ຽວຊາຍ 1 ຄົນ
+ວິທີຈັດການແຂ່ງຂັນ-ເຂົ້າແຂ່ງຂັນ.
-ການແຂ່ງຂັນລາຍການທີມ 10 ທ່າ ຈະແຂ່ງຂັນ 2 ຄັ້ງ ຜູ້ລະ 10 ໜ່ວຍ
-ການແຂ່ງຂັນລາຍການ 10 ທ່າ ຈະແຂ່ງຂັນກັນ 2 ຄັ້ງ ຜູ້ລະ 10 ໜ່ວຍ
-ການແຂ່ງຂັນລາຍການດ່ຽວ 10 ທ່າ ຈະແຂ່ງຂັນກັນ 2 ຄັ້ງ ຜູ້ລະ 10 ໜ່ວຍ
-ການແຂ່ງຂັນລາຍການທີມ 2 ທ່າ ຈະແຂ່ງຂັນກັນ 3 ຄັ້ງ ສົ່ງຜູ້ລະ 2 ໜ່ວຍ
– ການແຂ່ງຂັນລາຍການຄູ່ 2 ທ່າ ຈະແຂ່ງຂັນກັນ 3 ຄັ້ງ ສົ່ງຜູ້ລະ 2 ໜ່ວຍ
– ການແຂ່ງຂັນລາຍການດຽວ 2 ທ່າ ຈະແຂ່ງຂັນກັນ 3 ຄັ້ງ ສົ່ງຜູ້ລະ 4 ໜ່ວຍ

+ການນັບຄະແນນ 10 ທ່າມີລາຍລະອຽດດັ່ງຕໍ່ໄປນີ້.
-ທຸກໆ ລາຍການແຂ່ງຂັນ 10 ທ່າ, ຖ້າໝາກແລ້ໜ່ວຍແຂ່ງຂັນຂອງຕົນໄປຕໍາຖືກໜ່ວຍຕັ້ງຄູ່ຂອງຕົນຟົ້ງອອກໄປກາຍກາດແມ່ນໄດ້ 1 ຄະແນນ, ມີທ່າພິເສດຄື (ໝາກເຂົ້ານອ້ຍ, ແລ່ນດີ, ໝາກບິດ ແລະ ໝາກເຕະ) ຖ້າຜູ້ໃດສາມາດສົ່ງໝາກແລ້ຂອງຕົນແຕ່ເສັ້ນຫົວໂຮງໄປຕຳຖືກໝວຍຕັ້ງຄູ່ຂອງຕົນຟົ້ງອອກໄປກາຍກາດໃນບາດນັ້ນໄດ້ 2 ຄະແນນ.
-ລາຍການແຂ່ງຂັນທັງ 2 ແບບ.
1.ປະເພດທີມ 3 ຄົນ ຊາຍ-ຍິງ, ປະເພດຄູ່ຍິງ-ຊາຍ, ປະເພດດຽວຍິງ-ຊາຍ, ກໍມີໜ່ວຍຕັ້ງ 20 ໜ່ວຍ.
2.ໝາກແລ້ໜ່ວຍຕັ້ງ ແລະ ໜ່ວຍແຂ່ງຂັນຕ້ອງແມ່ນຂອງຄະນະກໍາມະການທັງໝົດ ນັກກິລາແຕ່ລະທີມ, ແຕ່ລະຄົນກ່ອນຈະເຂົ້າແຂ່ງຂັນຕ້ອງໄປຮັບເອົາໝາກແລ້ຈາກຄະນະກໍາມະການ ກ່ອນເອົາໄປແລ້ວຕ້ອງມີຄວາມຮັບຜິດຊອບບໍ່ໃຫ້ເສຍຫາຍ ແລະ ບໍ່ໃຫ້ປ່ຽນ.
3.ຖ້າໝາກແລ້ຖືກປ່ຽນເອົາ ຫຼື ວ່າເສຍຫາຍຢູ່ໃນຄວາມຮັບຜິດຊອບຂອງທີມໃດ ຫຼື ບຸກຄົນໃດ ຕ້ອງຖືກປັບໄໝຄືຈ່າຍໃຫ້ກໍາມະການໜ່ວຍລະ 20.000 ກີບ.
ຂ່າວ-ຮູບ: ຫຼ້າ MKP ຄັດຈາກກົດລະບຽບການແຂ່ງຂັນກີລາໝາກແລ້ ໃນກີລາແຫ່ງຊາດຄັ້ງທີ 10