ພຣີເມຍລີກ ງານເຂົ້າ! ເມື່ອ ບຣາຊິນ ແຈ້ງຟີຟາ ໃຫ້ລົງໂທດ 8 ນັກເຕະ ທີ່ບໍ່ຍອມມາຮັບໃຊ້ທີມຊາດ

514

ເປັນອີກບົດຮຽນໃຫ້ກັບນັກກີລາ ແລະ ສະໂມສອນທັງຫຼາຍທັງພາຍໃນ ແລະ ຕ່າງປະເທດ ເມື່ອ ສະຫະພັນບານເຕະບຣາຊິນ ແຈ້ງໃຫ້ ສະຫະພັນບານເຕະນາໆຊາດ ( ຟີຟາ ) ວ່າ: ສະໂມສອນຂອງ 8 ນັກເຕະໃນພຣີເມຍລີກ ອັງກິດ ຂັດຂວາງບໍ່ຍອມປ່ອຍນັກເຕະມາຮັບໃຊ້ຊາດ ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນອາເມຣິກາໃຕ້.

ເຮັດໃຫ້ ສະຫະພັນບານເຕະບຣາຊິນ ເຫັນວ່າ: ນັກເຕະທີ່ບໍ່ໄດ້ຖືກສະໂມສອນປ່ອຍຕົວ ຕ້ອງຖືກແບນເປັນໄລຍະເວລາ 5 ວັນລະຫວ່າງວັນທີ 10-14 ກັນຍາ 2021 ຕາມກົດລະບຽບຂອງ ຟີຟາ ເຊິ່ງທັງ 8 ນັກເຕະດັ່ງກ່າວແມ່ນມາຈາກສະມໂສອນ ລິເວີພູລ, ແມນເຊັສເຕີ ຊິຕີ້, ເຊລຊິີ, ແມນເຊັສເຕີ ຢູໄນເຕັດ ແລະ ລີດສ໌ ຢູໄນເຕັດ.

ເຫດເກີດຈາກກ່ອນໜ້ານີ້ ສະໂມສອນໃນພຣີເມຍລີກ ອັງກິດ ຢືນຢັນບໍ່ປ່ອຍນັກເຕະໃນທີມໄປຮ່ວມກັບທີມຊາດບຣາຊິນ ເນື່ອງຈາກຫຼັງສໍາເລັດພາລະກິດ ນັກເຕະຈະຕ້ອງກັກຕົວເປັນໄລຍະເວລາ 10 ວັນ ເມື່ອກັບມາເຖິງປະເທດອັງກິດ ເພາະປະເທດບຣາຊິນ ເປັນພື້ນທີ່ສີແດງໃນການຄວບຄຸມ ໂຄວິດ-19 ຕາມນະໂຍບາຍຂອງ ປະເທດອັງກິດ.

ຢ່າງໃດກໍຕາມ, ຟີຟາ ຍັງບໍ່ໄດ້ມີການຕັດສິນໃຈແບບໃດອອກມາເທື່ອໃນຕອນລາຍງານຢູ່ນີ້ ແຕ່ຖ້າຫາກ ຟີຟາ ມີຄໍາສັ່ງຕັດສິນຕາມຄໍາຮ້ອງຂອງ ສະຫະພັນບານເຕະບຣາຊິນ ຈະເຮັດໃຫ້ ໂຣແບໂຕ ຟິມີໂນ, ຟາບິນໂຢ ແລະ ອະລີສຊອນ ເບັກເກີ ຕ້ອງອົດຊ່ວຍທີມນັດບຸກໄປຢາມ ລີກສ໌ ໃນວັນອາທິດທີ 12 ກັນຍາ 2021.

ສ່ວນ ເຟຣັດ ຈະໝົດສິດຊ່ວຍ ແມນເຊັສເຕີ ຢູໄນເຕັດ ພົບ ນິວຄາສເຊິລ ຢູໄນເຕັດ ໃນວັນທີ 11 ກັນຍາ 2021; ແມນເຊັສເຕີ ຊິຕີ້ ຈະອົດໃຊ້ງານ ເອແດຊອນ ຜູ້ຮັກສາປະຕູ ແລະ ດາບຣຽລ ເຊຊຸສ ກອງໜ້າໃນນັດທີ່ບຸກໄປຢາມ ເລັສເຕີ ຊິຕີ້ ແລະ ລີດສ໌ ຈະໝົດສິດໃຊ້ງານ ຣາຟິີນຢາ ກອງໜ້າຕົວເກັ່ງນັດພົບ ລິເວີພູລ.

ຂະນະທີ່ ເຊລຊີ ຈະອົດໃຊ້ງານ ຕິອາໂກ ຊິລວາ ກອງຫຼັງຕົວເກັ່ງນັດພົບກັບ ແອສຕັນ ວິລລາ ແລະ ຍັງຈະລວມໄປເຖິງການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ກັບ ເຊນິດ ເຊນ ປີເຕີສະເບີກ ໃນວັນທີ 14 ກັນຍາ 2021 ເຊັ່ນກັບ ເຟຣັດ ຈະອົດຊ່ວຍ ແມນເຊັສເຕີ ຢູໄນເຕັດ ພົບກັບ ຍັງບອຍສ໌ ໃນວັນດຽວກັນ.
ຮູບຈາກ: AP