ຂົວມິດຕະພາບລາວ-ໄທ ແຫ່ງທີ 6 ຄາດວ່າຈະມີການກໍ່ສ້າງໃນປີ 2022

1552

ສອງປະເທດລາວ-ໄທ ແມ່ນໄດ້ຖືກຂະໜານນາມວ່າເປັນບ້ານໃກ້ເຮືອນຄຽງທີ່ສຸດ ທີ່ມີຄວາມຄ້າຍກັນໃນຫຼາຍໆດ້ານເຊັ່ນວ່າ: ພາສາ, ວັດທະນະທຳ, ສິລະປະ, ອາຫານການກິນ ແລະ ລວມເຖິງວິຖີວິດໃນການເປັນຢູ່ ເຊິ່ງວ່າມີພຽງແຕ່ແມ່ນ້ຳຂອງຂັ້ນກາງລະຫວ່າງພົມແດນເທົ່ານັ້ນ ແຕ່ເຖິງເຊັ່ນນັ້ນກໍ່ຕາມ ປັດຈຸບັນ ທັງສອງປະເທດກໍ່ໄດ້ມີການເດີນທາງໄປມາຫາສູ່ສະດວກສະບາຍ ໂດຍໃຊ້ຂົວມິດຕະພາບແຫ່ງຕ່າງໆ ແລະ ຕາມແຜນໃນປີ 2022 ນີ້ກໍຈະມີແຜນໃນການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ6 ທີ່ເຊື່ອມຕໍ່ລະຫວ່າງ ແຂວງສາລະວັນ ກັບຈັງຫວັດອຸບົນລາດຊະທານີ.


ປັດຈຸບັນ ສປປລາວ ແລະ ໄທ ມີຂົວມິດຕະພາບຂ້າມນ້ຳຂອງລະຫວ່າງປະເທດເຊື່ອມຫາກັນທັງໝົດ 4 ແຫ່ງ ນັ້ນໄດ້ແກ່: ຂົວມິດຕະພາບລາວ-ໄທ ແຫ່ງທີ 1( ນະຄອນຫຼວງວຽງຈັນ-ໜອງຄາຍ), ຂົວມິດຕະພາບລາວ-ໄທ ແຫ່ງທີ 2 ( ແຂວງສະຫວັນນະເຂດ-ມຸກດາຫານ), ຂົວມິດຕະພາບລາວ-ໄທ ແຫ່ງທີ 3 ( ຄຳມ່ວນ-ນະຄອນພະນົມ), ຂົວມິດຕະພາບລາວ-ໄທ ແຫ່ງທີ 4 (ບໍ່ແກ້ວ-ຊຽງຣາຍ).


ເມື່ອຮູ້ຂົວມິດຕະພາບ 4 ແຫ່ງແລ້ວຫຼາຍຄົນຄົງການຄຳຖາມຕົກລົງແຫ່ງທີ5 ຢູ່ໃສ ຄວາມຈິງແຫ່ງທີ5 ແມ່ນຕັ້ງຢູ່ແຂວງບໍລິຄຳໄຊ ເປັນຈຸດເຊື່ອມຕໍ່ລະຫວ່າງບໍລິຄຳໄຊ-ບຶງການຂອງໄທ ເຊິ່ງກຳລັງກໍ່ສ້າງຢູ່ໃນປັດຈຸບັນ.
ສຳລັບຂົວມິດຕະພາບລາວ-ໄທ ແຫ່ງທີ 6 ຈະມີການເລີ່ມກໍ່ສ້າງໃນປີ 2022 ເຊິ່ງມີຄວາມຍາວ1,02 ກິໂລແມັດ ເຊື່ອມຕໍ່ກັບເສັ້ນທາງເລກທີ 13 ໃຕ້ຂອງລາວທີ່ຈຸດເມືອງລະຄອນເພັງ ແຂວງສາລະວັນ ກັບທາງຫຼວງແຜ່ນດິນ ໝາຍເລກ 2112 ນາຕານ ຈັງຫວັດອຸບົນ ຂອງໄທ. ຫຼັງຈາກສຳເລັດການກໍ່ສ້າງ ຂົວດັ່ງກ່າວຈະສາມາດຍົກລະດັບທາງດ້ານການຄ້າ, ການລົງທຶນ ຊາຍແດນ ແລະ ສົ່ງເສີມການທ່ອງທ່ຽວລະຫວ່າງ 2 ປະເທດ.


ຈາກ: NBT UBON