ການພັດທະນາໂທລະຄົມມະນາຄົມຂອງລາວ ແລະ ວິທີການໃນອະນາຄົດ

425

ໃນໄລຍະ 2 – 3 ປີມານີ້ ການແຜ່ລະບາດຂອງພະຍາດໄດ້ສົ່ງຜົນກະທົບຢ່າງຮ້າຍແຮງມາສູ່ຊີວິດຂອງທຸກຄົນ. ແຕ່ເຖິງຢ່າງໃດກໍຕາມ ຜົນກະທົບຈາກໂຄວິດ – 19 ໄດ້ເລັ່ງການນໍາໃຊ້ເຕັກໂນໂລຊີດິຈິຕອນ ແລະ ການປ່ຽນແປງຫຼາຍຢ່າງທີ່ເກີດຂຶ້ນໃນໄລຍະນີ້ ເຊິ່ງເປັນຜົນກະທົບທາງບວກ ແລະ ຈະຢູ່ກັບພວກເຮົາໄປດົນນານ. ພ້ອມກັບການປິດປະເທດ ແລະ ມາດຕະການຮັກສາໄລຍະຫ່າງທາງສັງຄົມ ບັງຄັບໃຫ້ລັດຖະບານ, ທຸລະກິດ ແລະ ໂຮງຮຽນຫຼາຍແຫ່ງຫັນໄປປະຕິບັດໃນຮູບແບບອອນລາຍ. ວິກິດໂຄວິດ – 19 ໄດ້ຕອກຢ້ຳຄວາມສໍາຄັນຂອງພື້ນຖານໂຄງລ່າງ ແລະ ການບໍລິການດ້ານການສື່ສານ, ໄປຈົນເຖິງການຄຸ້ມຄອງ ແລະ ການເຂົ້າເຖິງຂໍ້ມູນ; ການແກ້ໄຂບັນຫາຄວາມແຕກແຍກທາງດິຈິຕອນໃນຕົວເມືອງ ແລະ ຊົນນະບົດ ລວມໄປເຖິງກຸ່ມສັງຄົມເສດຖະກິດທີ່ດ້ອຍໂອກາດໃນການເຂົ້າເຖິງບອດແບນ ( ສັນຍານອິນເຕີເນັດ ), ການຍົກລະດັບເຄືອຂ່າຍໄປສູ່ວິວັດທະນາການຕໍ່ໄປຂອງບອດແບນ ( ສັນຍານອິນເຕີເນັດ ) ຄົງທີ່ ແລະ ໄຮ້ສາຍ ແລະ ປັບປຸງການເຂົ້າເຖິງ ແລະ ການແລກປ່ຽນຂໍ້ມູນຈະສາມາດຊ່ວຍກະຕຸ້ນຜົນປະໂຫຍດທາງດ້ານເສດຖະກິດ ແລະ ສັງຄົມ.

ບໍ່ວ່າວິກິດການ ແລະ ຜົນສະທ້ອນທີ່ຕາມມາຈະເປັນແນວໃດ, ບໍ່ຕ້ອງສົງໄສເລີຍວ່າເຕັກໂນໂລຊີດິຈິຕອນຈະສາມາດປ່ຽນແປງວິທີການດໍາລົງຊີວິດ ແລະ ການເຮັດວຽກຂອງພວກເຮົາໄດ້. ການປາກົດຕົວຂອງ 5G ແລະ IoT ຈະເປັນການກະຕຸ້ນການຜະລິດຂໍ້ມູນຂະໜາດໃຫຍ່ຕື່ມອີກ. ການສົນ ທະນາໃນຕອນນີ້ແມ່ນໃຫ້ຢ້ອນກັບຄືນສູ່ເສັ້ນທາງການພັດທະນາຂອງອຸດສາຫະກໍາໂທລະຄົມມະນາ ຄົມ/ICT ຂອງລາວຕະຫຼອດໄລຍະ 20 ປີທີ່ຜ່ານມາ ແລະ ເບິ່ງວ່າພວກເຮົາມາໄກປານໃດ ແລະຈິນຕະນາການວ່າອະນາຄົດຈະນໍາໄປສູ່ປະເທດຂອງພວກເຮົາແນວໃດ.

I. ປະຫວັດໂທລະຄົມມະນາຄົມລາວ, ການພັດທະນາ 2G, 3G, 4G ໃນ 20 ປີຜ່ານມາ.

ສປປ ລາວ ໄດ້ມີການປ່ຽນແປງໂຄງສ້າງພາກໂທລະຄົມມະນາຄົມຫຼາຍຄັ້ງ ໃນໄລຍະທົດສະວັດທີ່ຜ່ານມາ ລວມເຖິງການແນະນຳການລົງທຶນພາກເອກະຊົນໂດຍຜ່ານການຮ່ວມທຶນ ເຊິ່ງໄດ້ມີສ່ວນເຮັດໃຫ້ພື້ນຖານໂຄງລ່າງໂທລະຄົມມະນາຄົມມີຄວາມທັນສະໄໝ ແລະ ມີການພັດທະນາເຕັກໂນໂລຊີຂັ້ນສູງ, ເຮັດໃຫ້ມີຈໍານວນຜູ້ຈຳໜ່າຍ ແລະ ຜູ້ສະໜອງອຸປະກອນຊັ້ນນໍາໃຫ້ແກ່ຜູ້ປະກອບການຢູ່ໃນລາວຈຳນວນໜຶ່ງ ລວມທັງຜູ້ໃຫ້ບໍລິການດ້ານການແກ້ໄຂຫຼັກ ( solution ) ເຊັ່ນ: ບໍລິສັດ ຫົວເຫວີຍ ທີ່ຮອງຮັບເຄືອຂ່າຍການສື່ສານໂທລະຄົມມະນາຄົມຂອງຜູ້ໃຫ້ບໍລິການ Telco ເຊັ່ນ: ເຄືອຂ່າຍ 3G ທໍາອິດ ໃນປີ ( 2008 ) ແລະ 4G ໃນປີ ( 2012 ) ເພື່ອຮັບໃຊ້ປະຊາຊົນໃນປະເທດ.

ປະເທດລາວໄດ້ສ້າງຄວາມກ້າວໜ້າທີ່ໜ້າປະທັບໃຈໃນລະຫວ່າງຊຸມປີ 1990 ໃນການສົ່ງເສີມເຄືອຂ່າຍໂທລະສັບພື້ນຖານ, ລະບົບເຄືອຂ່າຍໂທລະສັບມືຖືແບບອານາລັອກຂັ້ນສູງ ( AMPS ) ໄດ້ຖືກເປີດຕົວໃນປີ 1993 ໃຫ້ບໍລິການຢູ່ນະຄອນຫຼວງວຽງຈັນ ແລະ ໜຶ່ງປີຕໍ່ມາລະບົບເຄືອຂ່າຍການສື່ສານມືຖືທົ່ວໂລກ ( GSM ) 900 ໄດ້ຖືກນໍາເຂົ້າໃຊ້ໃນປີ 1994.

ມາດຕະຖານໄຮ້ສາຍທີ່ລຸ້ນຕໍ່ໆມາ ເຊິ່ງຫຍໍ້ມາເປັນ “ G ” ໄດ້ນໍາສະເໜີຄວາມກ້າວໜ້າຂອງຄວາມສາມາດໃນການຮັບ – ສົ່ງຂໍ້ມູນ ແລະ ການຕອບສະໜອງຫຼຸດລົງ ເພື່ອໃຫ້ເຂົ້າໃຈຢ່າງແທ້ຈິງວ່າພວກເຮົາສາມາດມາຮອດຈຸດນີ້ໄດ້ແນວໃດ, ມັນເປັນປະໂຫຍດທີ່ຈະສ້າງຕາຕະລາງການເພີ່ມຂຶ້ນຂອງມາດຕະຖານໄຮ້ສາຍທີ່ບໍ່ຢຸດຢັ້ງໄດ້ຈາກລຸ້ນທໍາອິດ ( 1G ) ມາສູ່ບ່ອນທີ່ພວກເຮົາຢູ່ໃນທຸກມື້ນີ້, ຢູ່ໃນຈຸດສູງສຸດຂອງການເປີດຕົວ 5G ທົ່ວໂລກ.

ເມື່ອພວກເຮົາຫວນຄືນການພັດທະນາຂອງ GSM, 2G ໄດ້ຖືກເປີດຕົວພາຍໃຕ້ການບໍລິການມາດຕະຖານ GSM ໃນຄວາມຖີ່ 900 MHz ເປັນຄັ້ງທໍາອິດ, ການໂທສາມາດເຂົ້າລະຫັດໄດ້ ແລະ ການໂທດ້ວຍສຽງດິຈິຕອນມີຄວາມຊັດເຈນຫຼາຍຂຶ້ນ ໂດຍມີສຽງທີ່ຄົງທີ່ ແລະ ສຽງແຕກພື້ນຫຼັງໜ້ອຍລົງ. ແຕ່ 2G ແມ່ນຫຼາຍກວ່າໂທລະຄົມມະນາຄົມ; ມັນໄດ້ຊ່ວຍຈັດວາງພື້ນຖານສໍາລັບການປະຕິວັດທາງວັດທະນະທຳ. ເປັນຄັ້ງທໍາອິດທີ່ຜູ້ຄົນສາມາດນຳໃຊ້ບໍລິການສົ່ງຂໍ້ຄວາມສັ້ນ ( SMS ), ຂໍ້ຄວາມຮູບພາບ ແລະ ການບໍລິການຂໍ້ຄວາມ Multimedia ( MMS ) ຢູ່ໃນໂທລະສັບ ແລະ ໃນເດືອນ ຕຸລາ ປີ 2009 ໄດ້ເປີດບໍລິການລະບົບ 3G – ລະບົບໂທລະຄົມມະນາຄົມສາກົນ ( UMTS ) ຜ່ານຄວາມຖີ່ B1 ( 2100 MHz ). ຄວາມສາມາດໃນການຖ່າຍໂອນຂໍ້ມູນທີ່ເພີ່ມຂຶ້ນຂອງ 3G ( ໄວກວ່າ 2G 4 ເທົ່າ ) ນໍາໄປສູ່ການບໍລິການໃໝ່ໆ ເຊັ່ນ: ການປະຊຸມທາງວິດີໂອ, ການຖ່າຍທອດວິດີໂອ ແລະ ສຽງຜ່ານທາງອິນເຕີເນັດ ( VoIP ເຊັ່ນ Skype ), ເຄືອຂ່າຍ 4G ( LTE ) ຜ່ານຄວາມຖີ່ B3 ( 1800 MHz ) ໃນເດືອນເມສາ 2015, 4G ໃຫ້ການເຂົ້າເຖິງເວັບໄຊເທິງມືຖືໄດ້ຢ່າງວ່ອງໄວ ( ສູງເຖິງ 1 ກິກາບິດຕໍ່ວິນາທີ ສໍາລັບຜູ້ໃຊ້ທີ່ຢູ່ກັບທີ່ ) ເຊິ່ງອໍານວຍຄວາມສະດວກໃຫ້ກັບການບໍລິການເກມ, ວິດີໂອຄວາມລະອຽດສູງ ( HD ) ແລະ ການປະຊຸມທີ່ມີຄຸນນະພາບສູງລະດັບ( HD ).

อาจเป็นรูปภาพของ ท้องฟ้า

II. ອຸດສາຫະກໍາ ICT ມີຄວາມສໍາຄັນຫຼາຍຂຶ້ນ ແລະ ມີການປ່ຽນແປງຢູ່ເລື້ອຍໆ, ການລວມຕົວ ແລະ ປະສົມປະສານເຂົ້າກັບອຸດສາຫະກໍາທີ່ແຕກຕ່າງກັນຫຼາຍຂຶ້ນ.

ໂລກມີການເຊື່ອມໂຍງກັນຫຼາຍກວ່າທີ່ຜ່ານມາ, ດ້ວຍຄວາມກ້າວໜ້າຂອງເຕັກໂນໂລຊີດິຈິຕອນ ແລະ ການປະຕິວັດຂອງເຕັກໂນໂລຊີມີການພັດທະນາແບບທະວີຄູນ ແທນທີ່ຈະເປັນຮູບແບບເສັ້ນ ( linear pace ), ມັນກໍາລັງສົ່ງຜົນກະທົບຕໍ່ຫຼາຍອຸດສາຫະກໍາ ຄື: ການຂົນສົ່ງ, ການຄ້າ, ສຸຂະພາບ, ການສຶກສາ ແລະ ການວາງແຜນຜັງເມືອງ, ຄວາມກວ້າງ ແລະ ຄວາມເລິກຂອງການປ່ຽນແປງເຫຼົ່ານີ້ໄດ້ນໍາໄປສູ່ການຫັນປ່ຽນທັງລະບົບການຜະລິດ, ການຄຸ້ມຄອງ, ແລະ ການປົກຄອງ. ICT ກາຍເປັນຕົວຂັບເຄື່ອນທີ່ສໍາຄັນຕໍ່ກັບການພັດທະນາເສດຖະກິດ – ສັງຄົມ ແລະ ຈະນໍາເອົາອຸດສາຫະກໍາທັງໝົດມາເຊື່ອມໂຍງເຂົ້າກັນ; ພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ ICT ( ລວມທັງແກນກາງເສັ້ນໄຍແຫ່ງຊາດ, 5G, Cloud, AI, block chain, big data, ປະສິດທິພາບຄື້ນຄວາມຖີ່, ພະລັງງານສີຂຽວດິຈິຕອນ ແລະ ອື່ນໆ ) ຈະເປັນເຄື່ອງຈັກຫຼັກສໍາລັບເສດຖະກິດດິຈິຕອນ.

ເສດຖະກິດດິຈິຕອນຢູ່ທີ່ນີ້ ມັນຈະປ່ຽນແປງວິທີການເຮັດວຽກ, ຮຽນຮູ້, ຊື້ເຄື່ອງ, ເຮັດທຸລະກໍາ ແລະ ພົວພັນກັນທ່າມກາງການປ່ຽນແປງລະດັບໂລກ. ໃນຂະນະທີ່ການຫັນເປັນດິຈິຕອນສືບຕໍ່ຂະ ຫຍາຍຕົວຢູ່ໃນຂອບເຂດ ແລະ ວິທີການທີ່ບໍ່ເຄີຍມີມາກ່ອນ ແລະ ມີຄວາມຄືບໜ້າຫຼາຍສົມຄວນ, ປະ ເທດລາວກໍາລັງຕິດຕາມການຮັບຮອງເອົາດິຈິຕອນໃນທົ່ວປະເທດ, ຍຸດທະສາດບຸລິມະສິດຂອງພວກເຮົາແມ່ນເພື່ອປັບປຸງພື້ນຖານໂຄງລ່າງດິຈິຕອນ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ລະບົບນິເວດທີ່ເໝາະສົມ ສຳລັບການພັດທະນາອຸດສາຫະກຳ ICT ແລະ ແກ້ໄຂບັນຫາສຳຄັນຂອງການຮຽນຮູ້ດ້ານເຕັກໂນໂລຊີ ແລະ ທັກສະດ້ານດິຈິຕອນ.

III. ການປະສົມປະສານເຂົ້າກັບມາດຕະຖານຫຼັກຂອງພາກພື້ນ ແລະ ລະບົບນິເວດ ຈະເປັນແນວທາງທີ່ຖືກຕ້ອງສໍາລັບປະເທດລາວ, ທັງໃນດ້ານຂອງຄື້ນຄວາມຖີ່, ມາດຕະຖານຄວາມປອດໄພທາງໄຊເບີ ແລະ ມາດຕະຖານອຸດສາຫະກໍາອື່ນໆອີກຫຼວງຫຼາຍ.

ການເກີດຂຶ້ນຂອງ 5G, Cloud, AI, big data ແລະ IoT ຈະຊ່ວຍສົ່ງເສີມການຜະລິດຂໍ້ມູນ ເພີ່ມຄວາມຮີບດ່ວນໃຫ້ກັບການສົນທະນານະໂຍບາຍຢ່າງຕໍ່ເນື່ອງ ກ່ຽວກັບການຄຸ້ມຄອງຂໍ້ມູນ, ຄວາມເປັນສ່ວນຕົວ ແລະ ຄວາມປອດໄພທາງໄຊເບີ. ໃນຖານະເປັນຜູ້ສ້າງນະໂຍບາຍເພື່ອປະເມີນຜົນນະໂຍບາຍດິຈິຕອນທີ່ມີຢູ່ແລ້ວໃນສະພາບການຂອງວິກິດໂຄວິດ – 19, ພວກເຮົາແນ່ນອນຈະປະເຊີນກັບບັນຫາທີ່ສັບຊ້ອນ ແລະ ກ່ຽວຂ້ອງກັນ ເຊິ່ງຮຽກຮ້ອງໃຫ້ມີການປະສານງານລະຫວ່າງປະເທດຮ່ວມກັນ, ຄວາມຮ່ວມມືສອງຝ່າຍ, ຄວາມຮ່ວມມືລະດັບພາກພື້ນ ເຊັ່ນ: ອາຊີ, APT ຕະຫຼອດຈົນ ເວທີລະຫວ່າງປະເທດຢ່າງ ITU.

ສໍາລັບການກໍານົດມາດຕະຖານຄື້ນຄວາມຖີ່ດັ່ງທີ່ພວກເຮົາຮູ້, ຄື້ນຄວາມຖີ່ແມ່ນຊັບພະຍາກອນທີ່ຫາຍາກ, ພວກເຮົາຕ້ອງວາງແຜນຢ່າງລະມັດລະວັງ ເພື່ອປະສິດທິພາບ ແລະ ການນໍາໃຊ້ທີ່ເໝາະສົມ ( ປັດຈຸບັນປະລິມານຂໍ້ມູນຜູ້ໃຊ້ບອດແບນໂທລະສັບມືຖື ( MBB ) ໂດຍສະເລ່ຍຕໍ່ເດືອນແມ່ນຫຼາຍກວ່າ 20GB, ສະເລ່ຍ 2 ເທົ່າຂອງໃນປະເທດຈີນ ແລະ ເອີຣົບ, ດ້ວຍຄວາມຕ້ອງການຊັບພະຍາກອນຢູ່ໃນລະດັບຄວາມຕ້ອງການທີ່ຫຼາຍຈະກໍ່ໃຫ້ເກີດການຂັດຂວາງ ), ໃນລະດັບນະໂຍບາຍສອງຝ່າຍ, ພວກເຮົາມີຄະນະກໍາມະການປະສານງານຮ່ວມກັນ ສໍາລັບການຄຸ້ມຄອງຄື້ນຄວາມຖີ່ທີ່ປະຊຸມປະຈໍາປີ ເພື່ອເຮັດວຽກຮ່ວມກັນ ເພື່ອຮັບປະກັນຄວາມກົມກຽວກັນລະຫວ່າງຄວາມຖີ່ ແລະ ຫຼຸດຜ່ອນການແຊກແຊງຄວາມຖີ່ຢູ່ຕາມຊາຍແດນ, ໃນຂະນະທີ່ຢູ່ໃນລະດັບພາກພື້ນພວກເຮົາມີກຸ່ມຍ່ອຍຂອງອາຊຽນ ແລະ ກຸ່ມບໍລິສັດໂທລະຄົມອາຊີປາຊີຟິກ; ກຸ່ມເຮັດວຽກຄື້ນຄວາມຖີ່ເພື່ອປະສານງານການຄຸ້ມຄອງຄວາມຖີ່ຢູ່ໃນລະດັບພາກພື້ນ, ພວກເຮົາຍັງໄດ້ເຮັດວຽກຢ່າງໃກ້ຊິດກັບສະຫະພັນໂທລະຄົມມະນາຄົມສາກົນ ( ITU ) ເພື່ອຄວາມກົມກຽວກັນ ແລະ ມາດຕະຖານຂອງຄື້ນຄວາມຖີ່ຈະຕ້ອງປະຕິບັດຕາມມາດຕະຖານສາກົນ ໂດຍສະເພາະການມອບຄວາມຖີ່ ແລະ ການຮັບຮອງເອົາຄວາມຖີ່.

ສິ່ງສໍາຄັນອີກອັນໜຶ່ງແມ່ນຄວາມປອດໄພທາງໄຊເບີ, ຂໍ້ມູນແຫ່ງຊາດແມ່ນມີຄວາມສຳຄັນຫຼາຍ ແລະ ມັນເປັນໄປບໍ່ໄດ້ທີ່ຈະຕໍ່ສູ້ກັບອາດຊະຍາກຳທາງອິນເຕີເນັດ/ການໂຈມຕີພຽງຢ່າງດຽວໄດ້. ສະນັ້ນ, ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບປະເທດເພື່ອນບ້ານຂອງພວກເຮົາ ແລະ ໃນລະດັບພາກພື້ນ, ພວກເຮົາມີກຸ່ມເຮັດວຽກດ້ານຄວາມປອດໄພເຄືອຂ່າຍອາຊຽນ ເພື່ອປະສານງານ ແລະ ເຮັດວຽກຮ່ວມກັນກ່ຽວກັບການພັດທະນານະໂຍບາຍທາງດ້ານໄຊເບີ, ແບ່ງປັນຂໍ້ປະຕິບັດທີ່ດີທີ່ສຸດ ແລະ ແລກ ປ່ຽນຂໍ້ມູນທີ່ກ່ຽວຂ້ອງກັບຄວາມປອດໄພຂອງເຄືອຂ່າຍ ແລະ ເລື່ອງຄວາມປອດໄພທາງໄຊເບີ.

IV. 5G ຈະເຂົ້າມາໃນໄວໆນີ້ສໍາລັບຄົນລາວ, ການຕັດສິນໃຈທີ່ຖືກຕ້ອງຂອງ 5G ຈະເປັນການເຊື່ອມໂຍງກັບບັນດາປະເທດອາຊຽນແລະ ຜູ້ຂາຍລາຍໃຫຍ່ ( ລວມທັງຫົວເຫວີຍ ).

ເມື່ອສຳຫຼວດເບິ່ງວ່າອັນໃດຈະເປັນອັນໃຫຍ່ອັນຕໍ່ໄປ ມັນລົງມາສູ່ພື້ນທີ່ທີ່ກຳລັງສຳຫຼວດຢູ່ໃນທຸກມື້ນີ້ເອີ້ນວ່າ: ອິນເຕີເນັດຂອງສິ່ງຕ່າງໆ ( internet of things ), ອັນນີ້ຍັງກ່ຽວຂ້ອງກັບການກຳເນີດຂອງ 5G; ດ້ວຍການສັນຍາວ່າ 5G ຈະມີຄວາມສາມາດ, ຈະມີການເຊື່ອມຕໍ່ອຸປະກອນຄວາມໄວສູງ ແລະ ອຸປະກອນອັດສະລິຍະຫຼາຍຂຶ້ນເລື້ອຍໆ, ແທ້ຈິງແລ້ວບໍ່ພຽງແຕ່ກ່ຽວກັບການປະມວນຜົນຂໍ້ມູນເພີ່ມຕື່ມ ແຕ່ອະນຸຍາດໃຫ້ມີການດໍາເນີນທຸລະກໍາໄດ້ຢ່າງຄ່ອງຕົວ ຄືກັນກັບພວກເຮົາໄດ້ຮັບການແຈ້ງໃຫ້ຊາບ, ສິ່ງທີ່ໂດດເດັ່ນກ່ຽວກັບ 5G ແມ່ນຄວາມສາມາດໃນການປັບປຸງຄວາມໄວສູງຂອງໂທລະສັບມືຖື, ການສື່ສານປະເພດເຄື່ອງຈັກຂະໜາດໃຫຍ່ ແລະ ການສື່ສານທີ່ໄວຂຶ້ນ ແລະ ເຊື່ອຖືໄດ້ສູງ.

5G ຈະມີເຂົ້າມາໃນໄວໆນີ້ສໍາລັບຄົນລາວ, ປັດຈຸບັນນີ້ຢູ່ໃນອາຊຽນ 5 ໃນ 10 ປະເທດໄດ້ເປີດໃຊ້ເຄືອຂ່າຍການຄ້າ 5G ໃນຮູບແບບການຄ້າ ຫຼື ວາງແຜນຈະເປີດໃຊ້ພາຍໃນປີນີ້. ປະເທດລາວຍັງໄດ້ເລີ່ມທົດລອງນຳໃຊ້ 5G ( ກ່ອນການນໍາໃຊ້ໃນຮູບແບບການຄ້າ ) ໂດຍການຮ່ວມມືກັບ ຫົວເຫວີຍ ໃນທ້າຍປີ 2019; ຫຼັງຈາກການຄົ້ນຄວ້າເກືອບສອງປີ ແລະ ການພັດທະນາລະບົບນິເວດອຸປະກອນ 5G ( ສະມາດໂຟນທີ່ມີລາຄາຖືກລຸ້ນຫຼ້າສຸດທີ່ຮອງຮັບຟັງຊັນ 5G ) ພວກເຮົາເຊື່ອວ່າພາຍໃນປີໜ້າ 5G ຮູບແບບການຄ້າ ເຄືອຂ່າຍຈະເປີດໃຫ້ບໍລິການໃນລາວ ( ໃນເບື້ອງຕົ້ນຈະຢູ່ໃນນະຄອນຫຼວງ ແລະ ບາງຕົວເມືອງໃຫຍ່ ).

ເຕັກໂນໂລຊີການສື່ສານ 5G ທີ່ປອດໄພຍັງເປັນສິ່ງຈໍາເປັນ ເພື່ອໃຫ້ມີວິທີການເປັນເອກະພາບກັນໃນການຮັກສາຄວາມປອດໄພທາງໄຊເບີໃນອຸດສາຫະກໍາໂທລະຄົມ, ອົງການ GS ເຊັ່ນ: GSMA ແລະ 3GPP ຍັງໄດ້ເຮັດວຽກຮ່ວມກັບພາກສ່ວນກ່ຽວຂ້ອງຂອງອຸດສາຫະກໍາ ເພື່ອຈັດຕັ້ງປະຕິບັດມາດຕະຖານຄວາມປອດໄພທາງໄຊເບີຢ່າງເປັນທາງການ ເຊັ່ນ: ຂໍ້ກໍານົດການຮັບປະກັນຄວາມປອດໄພຂອງ NESAS ແລະ ການຢັ້ງຢືນອິດສະຫຼະ, ພື້ນຖານເຫຼົ່ານີ້ເຮັດໃຫ້ເຫັນວ່າອຸດສາຫະກໍາໄດ້ມີການຮັບຮູ້ຢ່າງກວ້າງຂວາງ ແລະ ຈະມີບົດບາດສໍາຄັນໃນການພັດທະນາ ແລະ ກວດສອບເຄືອຂ່າຍທີ່ປອດໄພ. ໃນເດືອນມີນາ 2020, 5G RAN ຂອງຫົວເຫວີຍ ແມ່ນເປັນຜູ້ທໍາອິດທີ່ຜ່ານການກວດສອບ GSMA NESAS; ໃນເດືອນພຶດສະພາ 2020 ເຄືອຂ່າຍຫຼັກ 5G ຂອງ ຫົວເຫວີຍ ແມ່ນເປັນຜູ້ທໍາອິດທີ່ຜ່ານການກວດສອບ GSMA NESAS.

ເພື່ອພິຈາລະນາປະສົບການຜູ້ໃຊ້ 5G ທີ່ດີທີ່ສຸດ ພວກເຮົາຕ້ອງພິຈາລະນາມາດຕະຖານ ແລະ ລະບົບນິເວດຂອງໂລກທີ່ມີຢູ່, ສະເປັກທີ່ສໍາຄັນທີ່ຈະພິຈາລະນາແມ່ນຄື້ນຄວາມຖີ່ C-Band ( 3.5GHz ) ສໍາລັບຄວາມອາດສາມາດພື້ນຖານ ແລະ ຄື້ນຄວາມຖີ່ 700MHz ສໍາລັບການຄວບຄຸມ. ດ້ວຍການປະສົມປະສານຂອງທັງສອງ, ຜູ້ປະກອບການສາມາດຮັບປະກັນປະສົບການ 5G ທີ່ດີເລີດ, ດ້ວຍຄວາມໄວຂໍ້ມູນ 10 ເທົ່າ ແລະ ຄ່າໃຊ້ຈ່າຍ 1/10 ຕໍ່ GB ທຽບກັບເຕັກໂນໂລຊີ 4G.