ສະຫຼັດອາໂວຄາໂດແຊວມອນ ປະໂຫຍດລົ້ນຈານ

560

ໄລຍະນີ້ໃຜໆກໍຈັດໜັກແຕ່ບຸບເຟ່ ຜູ້ຂຽນກໍເລີຍໄປຊອກອາຫານທີ່ດີຕໍ່ຮ່າງກາຍມາຝາກທຸກຄົນ ກໍເລີຍໄດ້ເມນູນີ້ມາຝາກ ນັ້ນກໍຄືສະຫຼັດອາໂວຄາໂດແຊວມອນ ຜູ້ຂຽນບອກເລີຍວ່າດີຕໍ່ຮ່າງກາຍ ເພາະອາໂວຄາໂດເປັນໝາກໄມ້ທີ່ມີປະໂຫຍດຫຼາຍຢ່າງແຖມມາພ້ອມກັບປາແຊວມອນທີ່ອຸດົມໄປດ້ວຍໂປຣຕິນ ແລະ ວິຕາມິນທີ່ຫຼາກຫຼາຍ ຮັບຮອງວ່າທຸກຄົນທີ່ໄດ້ກິນເມນູນີ້ໄປແມ່ນບໍ່ຜິດຫວັງກັນແນ່ນອນ.

May be an image of food and indoor

ສ່ວນວັດຖຸດິບ ແລະ ສ່ວນປະກອບແມ່ນບໍ່ມີຫຼາຍ ບວກກັບວິທີເຮັດກິນແມ່ນງ່າຍໆບໍ່ຫຍຸ້ງຍາກເລີຍ ບໍ່ບັນລະຍາຍຫຼາຍເຮົາໄປເຮັດພ້ອມໆກັນເລີຍ.

ສ່ວນປະສົມ ແລະ ເຄື່ອງປຸງ:

ອາໂວຄາໂດ 1 ໜ່ວຍ

ແຊວມອນສົດ 400 ກຣາມ

ໄຂ່ປາແຊວມອນ/ໄຂ່ກຸ້ງ 1 ບ່ວງ

ຫອມບົ່ວໃຫຍ່ 1 ຫົວ

ໝາກເຫຼ່ນ 1 ໜ່ວຍ

ໝາກເຜັດຊີ້ຟ້າ 1 ໜ່ວຍ

ຜັກຫອມ

ງາຂາວ

ວິທີເຮັດ

May be an image of sashimi

1 ຜ່າໜ່ວຍອາໂວຄາໂດ ແລ້ວບິດເອົາເມັດອອກ ຊອຍເປັນປ່ຽງລອກເປືອກອອກໃຫ້ໝົດ ຊອຍໃຫ້ເປັນລູກເຕົ໋າ ( ຄວນເລືອກໝາກອາໂວຄາໂດສີເຂັ້ມຫຼາຍໆ ອອກດຳ ເພາະເໝາະສຳລັບຮັບປະທານໄດ້ເລຍ ).

2 ຊອຍແຊວມອນສົດທີ່ກຽມໄວ້ເປັນສີ່ຫຼ່ຽມລູກເຕົ໋າ.

3 ຊອຍຫອມບົ່ວໃຫຍ່ທີ່ກຽມໄວ້ ເປັນສີ່ຫຼ່ຽມລູກເຕົ໋ານ້ອຍໆ ( ຖ້າມັກແບບຊອຍຍາວເຄິ່ງຫົວກໍໄດ້ເຊັ່ນກັນ )

4 ຜ່າໝາກເຫຼ່ນເອົາໄສ້ໝາກເຫຼ່ນອອກ ( ບໍ່ອອກກໍໄດ້ ທີ່ເອົາໄສ້ອອກເພາະຈະໄດ້ບໍ່ມາຕັດລົດຂອງອາໂວຄາໂດ ) ຊອຍເປັນລູກເຕົ໋າ ຫຼື ຂະໜາດຕາມມັກ.

5 ເອົາໄສ້ໝາກເຜັດອອກ ແຕ່ຖ້າມັກລົດຊາດເຜັດກໍບໍ່ຕ້ອງເອົາອອກກໍໄດ້.

6 ຊອຍຜັກຫອມທີ່ກຽມໄວ້.

7 ນຳສ່ວນປະສົມທຸກຢ່າງມາຄົນໃຫ້ເຂົ້າກັນ ບໍ່ຟ້າວໃສ່ອາໂວຄາໂດ ເພາະມັນຈະເລະກ່ອນ ເມື່ອຄົນທຸກຢ່າງເຂົ້າກັນດີແລ້ວຈຶ່ງໃສ່ອາໂວຄາໂດທີ່ຊອຍໄວ້ແລ້ວນັ້ນ.

8 ໂຮຍງາຂາວ ແລະ ໄຂ່ປາແຊວມອນ ຫຼື ໄຂ່ກຸ້ງຕາມ ຄວາມມັກ.

ແຕ່ຖ້າຫາກຢາກເພີ່ມຄວາມແຊບ ກໍເຮັດແຈ່ວຊີຟູ໊ດຮວດ ແລະ ຄົນໃຫ້ເຂົ້າກັນ ກໍພ້ອມທີ່ຈະເສີມຄວາມແຊບໄປໄດ້ອີກແບບກັນເລີຍ.

ທີ່ມາ: https://www.nzavocado.com/th/fanblog/