ມາຕິດຕາມ ມິມີ່ ບຸດສະບາ   ກັບບົດນາງເອກເລື່ອງທໍາອິດ ໃນຊີຣີ My Melody

974

ຄວາມສົດໃສ ຫນ້າຮັກ ແມ່ນຕ້ອງຍົກໃຫ້ຄົນນີ້ ເວລາຍິ້ມຍິ່ງມີສະເຫນ່ສຸດໆໄປເລີຍກັບສາວ  ມິມີ່ ບຸດສະບາ ພິດອານົງ ອາຍຸ 21ປີ ເປັນນັກສະແດງນ້ອງໃໝ່ຈາກສັງກັດ ທາລາອາຄາເດມີ້ Tara academy ແລະ ປັດຈຸບັນກໍາລັງມີຜົນງານການສະແດງ ທີ່ພວມຈະປ່ອຍອອກໃຫ້ແຟນໆໄດ້ຊົມກັັນ ເຮົາມາຕິດຕາມໄປພ້ອມກັນວ່າ ບົດບາດທີ່ ມິມີ່ຈະໄດ້ຮັບແມ່ນເປັນຕົວລະຄອນແບບໃດກັນ

ຫລາຍຄົນກໍອາດຈະຈະເຄີຍເຫັນຜົນງານນ້ອງຜ່ານມາຫລາຍແລ້ວ ກ່ຽວກັບການລີວິວສິນຄ້າ ຫລືຖ່າຍໂຄສະນາຕ່າງໆ ແຕ່ມື້ນີ້ແມ່ນໄດ້ຮັບບົດບາດທີ່ຫນັກຂຶ້ນນັ້ນກໍຄື ການຮັບບົດເປັນນັກສະແດງໃນຊີຣີ ເລື່ອງທໍາອິດ ‘’ My Melody The Series ນ້ອງມິມີ່ບອກວ່າ: ຊີຣີເລື່ອງ My Melody ທໍານອງຫົວໃຈໄວລຸ້ນປັ້ນຝັນນີ້ ເປັນເລື່ອງທໍາອິດຂອງມີ່ເລີຍ ແລະ ມີ່ເອງກໍຮູ້ສຶກດີໃຈຫລາຍ ແລະ ຂ້ອນຂ້າງຈະກົດດັນແດ່ ເພາະເລື່ອງທຳອິດກໍໄດ້ຮັບໂອກາດເປັນນັກສະແດງນຳເລີຍ.

ຕົວລະຄອນທີ່ມີ່ໄດ້ຮັບໃນເລື່ອງນີ້ແມ່ນຊື່ ‘’ຢາດຟ້າ’’ ເຊິ່ງເປັນນາງເອກຂອງເລື່ອງ ທີ່ເປັນເດັກນ້ອຍມໍ6 ທີ່ມີຄວາມດື້, ເວົ້າເກັ່ງກ້າຄິດກ້າສະແດງ ອອກປະທັບໃຈໃນຄວາມຕັ້ງໃຈຂອງຟ້າທີ່ຈະເຮັດຕາມຄວາມຝັນໂຕເອງ ກ້າທີ່ຈະລອງເຮັດສິ່ງໃໝ່ໆ ແລະ ມີ່ ຄິດວ່າຕົວລະຄອນ ຢາດຟ້າ ແມ່ນບໍ່ຄ່ອຍແຕກຕ່າງຈາກໂຕຈິງຫຼາຍ ເພາະໂຕຈິງມີ່ເອງເປັນຄົນດື້, ເວົ້າເກັ່ງຄືໃນຊີຣີເລີຍ555

ສໍາລັບ ການເປັນນັກສະແດງເປັນສິ່ງທີ່ບໍ່ເຄີຍເຮັດມາກ່ອນ ສິ່ງທີ່ທ້າທາຍແມ່ນ ການຈະສື່ອາລົມທີ່ເຮົາອ່ານເຮົາເຂົ້າໃຈຕາມບົດມານັ້ນ ສະແດງອອກມາແບບໃດ ໃຫ້ຄົນເບິ່ງເຂົ້າໃຈ ແລະ ອິນໄປນຳກັບອາລົມຄວາມຮູ້ສຶກທີ່ເຮົາຢາກຈະສື່ອອກມາ ແລະ ເນື່ອງຈາກຕົວລະຄອນທີ່ມີ່ໄດ້ຮັບຕ້ອງເປັນນັກຮ້ອງນຳ ເຊິ່ງເຮົາເອງບໍ່ໄດ້ຮ້ອງເພງເກັ່ງເລີຍ ຈຶ່ງຕ້ອງຝຶກໃນການຮ້ອງເພງໃຫ້ດີຂຶ້ນ.

ສ່ວນຜົນງານທີ່ຜ່ານມາຂອງມີ່ ແມ່ນ: ຊະນະການປະກວດ Miss sofy girl 2018 ແລະ ສ່ວນໃຫຍ່ຈະເປັນການຖ່າຍໂຄສະນາຕ່າງໆ ຖ້າຖາມວ່າມີ່ ເປັນຜູ້ຍິງສະໄຕລ໌ ແບບໃດ ມີ່ຂໍຕອບເລີຍວ່າ ເປັນຄົນບໍ່ມີສະໄຕລ໌ 555 ຈະເນັ້ນແບບສະບາຍໆ, ງ່າຍໆຫລາຍກວ່າ ສໍາລັບການແຕ່ງຕົວກໍຕາມກາລະ,ໂອກາດຫຼາຍກວ່າ ເຊິ່ງເນັ້ນໃຫ້ມີຄວາມເຫມາະສົມ ແລະ ສວຍງາມນໍາ.

ກິດຈະກຳຍາມວ່າງມັກອ່ານປຶ້ມ, ເບິ່ງໜັງ ແລະ ຖ່າຍຮູບ ສຸດທ້າຍນີ້, ມີ່ເອງຂໍຝາກຜົນງານຊີຣີ້ເລື່ອງທຳອິດກໍ່ຄື My Melody ‘’ທຳນອງຫົວໃຈໄວ້ລຸ້ນປັ້ນຝັນ’’ ທີ່ກໍາລັງຈະອອກອາກາດໃນວັນທີ 12ເດືອນກັນຍານີ້ ທີ່ເພຈ Acnes Laos ທາງເຟສບຸກແດ່ເດີ້ ມີ່ ແລະ ທີມງານ, ນັກສະແດງທຸກໆຄົນຕັ້ງໃຈແລະເຕັມທີ່ກັບຜົນງານນີ້ຫຼາຍ ຫວັງວ່າທຸກຄົນຈະຊ່ວຍສະໜັບສະໜຸນຜົນງານຂອງຄົນລາວນຳກັນແນ່ເນີ້ ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆ ຂອງນ້ອງມິມີ່ໄດ້ ຜ່ານທາງເຟສບຸກສ່ວນຕົວ Mimi Boutsaba.

ຮູບ: Mimi Boutsaba.