ກຽມສ້າງເສັ້ນທາງເຂົ້ານ້ຳຕົກຕາດແກ້ງຍຸ້ຍ, ຂົວຂ້າມນ້ຳຊອງ ແລະ ເສັ້ນທາງວົງແຫວນຊົນນະບົດຢູ່ເມືອງວັງວຽງ

1076

ຖ້າບໍມີການແຜ່ລະບາດໂຄວິດ-19 ການທ່ອງທ່ຽວຢູ່ໃນລາວຈະໄດ້ຮັບຄວາມສົນໃຈຫຼາຍທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະເມືອງວັງວຽງ ເຊິ່ງເປັນສະຖານທີ່ທີ່ຂຶ້ນຊື່ວ່າເປັນເມືອງປາຍທາງແຫ່ງການທ່ອງທ່ຽວ ຍິ່ງປັດຈຸບັນນີ້ ໃນການເດີນທາງແມ່ນມີຄວາມສະດວກນຳໃຊ້ທາງດ່ວນຊົ່ວໂມງດຽວກໍຮອດຈຸດໝາຍແລ້ວ ແລະຂ່າວດີໃໝ່ໆນີ້ກໍຈະມີການກໍ່ສ້າງເສັ້່ນທາງເຂົ້າຫາແກ້ງຍຸຍ, ເສັ້ນທາງຊົນນະບົດຢູ່ເມືອງວັງວຽງ ຍິ່ງຈະອຳນວຍຄວາມສະດວກແກ່ວຽກງານທ່ອງທ່ຽວຫຼາຍຂຶ້ນ.

ວັນທີ 3 ກັນຍາ 2021 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງໂຮງແຮມອາມາລີນ ໄດ້ເປີດກອງປະຊຸມປຶກສາຫາລືວຽກ ງານກ່ອນການລົງມືກໍ່ສ້າງກັບບໍລິສັດຜູ້ຮັບເໝົາໂຄງການກໍ່ສ້າງເສັ້ນທາງເຂົ້ານ້ຳຕົກຕາດແກ້ງຍຸ້ຍ, ຂົວຂ້າມນ້ຳຊອງ ແລະ ເສັ້ນທາງວົງແຫວນຊົນນະບົດເບື້ອງຕາເວັນຕົກຂອງສາຍນໍ້າຊອງ ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ.

ທ່ານ ສູນ ມະນີວົງ ຫົວໜ້າໂຄງການ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຂຶ້ນສະເໜີແຜນ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຂອງໂຄງການ TIIGP2-LAO-w03: ໂຄງການກໍ່ສ້າງເສັ້ນທາງເຂົ້ານ້ຳຕົກຕາດແກ້ງຍຸຍ, ຂົວຂ້າມນ້ຳຊອງ ແລະ ເສັ້ນທາງວົງແຫວນຊົນນະບົດເບື້ອງຕາເວັນຕົກຂອງສາຍນ້ຳຊອງ ເມືອງວັງວຽງ, ໂດຍອີງຕາມສັນຍາເລກທີ TIGP2-LAO-w03: ວຽກປັບປຸງເສັ້ນທາງຊອຍເຂົ້ານ້ຳຕົກຕາດແກ້ງຍຸຍ ແລະ ກໍ່ສ້າງເສັ້ນທາງຊອຍວົງແຫວນເບື້ອງທິດຕາເວັນຕົກ ເມືອງ ວັງວຽງ ແລະ ວຽກກໍ່ສ້າງຂົວ.

ໂຄງການນີ້ປະກອບມີ 2 ໂຄງການຍ່ອຍຄື: V2 ໂຄງການປັບປຸງເສັ້ນທາງຊອຍເຂົ້າຫາແຫລ່ງທ່ອງທ່ຽວນ້ຳຕົກຕາດແກ້ງຍຸຍ ລວມມີ ວຽກກໍ່ສ້າງເສັ້ນທາງປູເບຕົງ ລວງຍາວ 6 ກິໂລແມັດ ໜ້າທາງກວ້າງ 6 ແມັດ ແລະ ວຽກກໍ່ສ້າງສິ່ງອຳນວຍຄວາມສະ ດວກໃຫ້ແກ່ການທ່ອງທ່ຽວ ປະກອບມີ: ກໍ່ສ້າງບ່ອນຈອດລົດ, ວຽກປັບປຸງທາງຍ່າງ, ຂົວອູ່, ແລະ ວຽກກໍ່ສ້າງຮ້ານຂາຍເຄື່ອງ; V3 ໂຄງການກໍ່ສ້າງເສັ້ນທາງຊອຍວົງແຫວນເບື້ອງທິດຕາເວັນຕົກເມືອງວັງວຽງ ແລະ ກໍ່ສ້າງຂົວ ປະກອບມີ ວຽກກໍ່ສ້າງທາງປູຢາງສອງຊັ້ນ ລວງຍາວ 26 ກິໂລແມັດ ໜ້າທາງກວ້າງ 6 ແມັດ ເຊິ່ງລວມມີວຽກກໍ່ສ້າງລະບົບລະບາຍນ້ຳ, ສ້ອມແປງຂົວເກົ່າທີ່ມີແລ້ວ ແລະ ວຽກກໍ່ສ້າງຂົວເບຕົງອັດແຮງ ຂ້າມນ້ຳຊອງ ລວງຍາວ 80 ແມັດ, ກວ້າງ 11,6 ແມັດ.

ສັນຍາກໍ່ສ້າງ ໄດ້ເຊັນກັນໃນວັນທີ 23 ກໍລະກົດ 2021 ລະຫວ່າງກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ (ເຈົ້າຂອງໂຄງການ) ແລະ ບໍລິສັດ ໄຊຍາ ກໍ່ສ້າງ ແລະ ສ້ອມແປງຄົບວົງຈອນ ຈຳກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ໃນມູນຄ່າ 8.829.630,71 ໂດລາສະຫະລັດ.

ໂຄງການໄດ້ລົງມືຈັດຕັ້ງປະຕິບັດ ແຕ່ວັນທີ 1 ກັນຍາ 2021 ກຳນົດການກໍ່ສ້າງ 24 ເດືອນ.

ຫລັງຈາກນັ້ນໄດ້ມີການມອບ-ຮັບສະໜາມ ໂດຍທ່ານ ທ່ານ ສູນ ມະນີວົງ, ຫົວໜ້າໂຄງການ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອທ່ຽວ , ຝ່າຍບໍລິສັດ ທ່ານ ໄຊຍາ ໄຊສຸລີວົງ, ປະທານບໍລິສັດ ໄຊຍາກໍ່ສ້າງ ແລະ ສ້ອມແປງຄົບວົງຈອນ ຈຳກັດຜູ້ດຽວ.

 

Cr: ໝອນແກ້ວ