ສະຫະພັນບານເຕະໂຮນລັງ ເຮັດແທ້ສັ່ງຫ້າມ ເດັກນ້ອຍ 13 ປີ ເຂົ້າສະໜາມ 5 ປີຫຼັງລົງໄປຂໍຖ່າຍຮູບກັບນັກເຕະ

297
A young fan ran onto the pitch to take a selfie with Memphis Depay of the Netherlands during the World Cup 2022 group G qualifying soccer match between the Netherlands and Montenegro at the Philips stadium in Eindhoven, Netherlands, Saturday, Sept. 4, 2021. (AP Photo/Peter Dejong)

ສະຫະພັນບານເຕະໂຮນລັງ ປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ ຫຼ້າສຸດປະກາດລົງໂທດ ອາມິນ ເດັກນ້ອຍອາຍຸ 13 ປີຫ້າມເຂົ້າສະໜາມເຖິງ 5 ປີ ຫຼັງຈາກທີ່ແລ່ນເຂົ້າສະໜາມໄປຂໍຖ່າຍຮູບກັບ ເມມຟິສ ເດປາຍ ໃນລະຫວ່າງການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ເມື່ອວັນທີ 5 ກັນຍາ 2020 ນັດທີ່ ໂຮນລັງ ເອົາຊະນະ ມອນເຕເນໂກຣ 4-0.

ເຫດການດັ່ງກ່າວເກີດຂຶ້ນນາທີໆ 89 ອາມິນ ເດັກນ້ອຍຄົນດັ່ງກ່າວໄດ້ແລ່ນໄປຫາ ເດປາຍ ກາງສະໜາມ ແລະ ຈັບໂທລະສັບຂຶ້ນນໍາເພື່ອຖ່າຍນັກເຕະຂວັນໃຈຂອງຕົວເອງ, ເຊິ່ງນັດດັ່ງກ່າວ ເດປາຍ ສ້າງຜົນງານຢ່າງໂດດເດັ່ນ ຍິງ 2 ປະຕູໃຫ້ກັບທີມຊາດ ກ່ອນພາທີມເອົາຊະນະ ມອນເຕເນໂກ ໄປຂາດລອຍ 4-0.

ຫຼ້າສຸດໃນວັນທີ 8 ກັນຍາ 2021 ສື່ຕ່າງປະເທດລາຍງານວ່າ: ສະຫະພັນບານເຕະໂຮນລັງ ປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ ແລະ ສັງລົງໂທດ ອາມິນ ຫ້າມເຂົ້າສະໜາມເຖິງ 5 ປີ ພ້ອມປັບໄໝເງິນ 100 ເອີໂຣ.
ຮູບຈາກ: AP