ສະຖານະການຂອງ ຫວຽດນາມ ໃນການລຸ້ນໄປບານໂລກ 2022 ຮອບສຸດທ້າຍເລີ່ມບໍ່ດີເສຍ 2 ນັດລວດ

344

ຄວາມຫວັງຂອງອາຊຽນໜຶ່ງດຽວກໍຄື ທີມຊາດຫວຽດນາມ ໃນການລຸ້ນໄປບານໂລກ 2022 ຮອບສຸດທ້າຍ ຢູ່ໃນສະຖະນະການທີ່ບໍ່ຄ່ອຍດີປານໃດ ຫຼັງຈາກລົງສະໜາມນັດທີ 2 ເປີດບ້ານເສຍໃຫ້ກັບ ທີມຊາດອົດສະຕຣາລີ 0-1 ໃນການແຂ່ງຂັນຮອບຄັດເລືອກໂຊນອາຊີ ຮອບ 12 ທີມ ກຸ່ມ B ເມື່ອວັນທີ 7 ກັນຍາ 2021 ເຮັດໃຫ້ເສຍເປັນນັດທີ 2.

ກ່ອນໜ້ານີ້ ທີມຊາດຫວຽດນາມ ລົງສະໜາມນັດທໍາອິດໃນຮອບຄັດເລືອກຮອບ 12 ທີມເສຍໃຫ້ກັບ ຊາອຸດິອາຣະບີ 1-3 ຫຼ້າສຸດໃນວັນທີ 7 ກັນຍາ 2021 ທີມຊາດຫວຽດນາມ ເປີດບ້ານຮັບການມາຢາມຂອງ ອົດສະຕຣາລີ ປາກົດວ່າ ຫວຽດນາມ ເສຍໃຫ້ກັບ ອົດສະຕຣາລີ ຫວຸດຫວິດ 0-1 ເຊິ່ງສະຖິຕິນັດດັ່ງກ່າວ ຫວຽດນາມ ສ້າງໂອກາດຍິງເຖິງ 11 ຄັ້ງ ( ເຂົ້າເປົ້າ 2 ), ສ່ວນ ອົດສະຕຣາລີ ສ້າງໂອກາດຍິງ 6 ( ເຂົ້າເປົ້າພຽງ 1 ຄັ້ງ ).

ຈາກຜົນນັດທີ 2 ເຮັດໃຫ້ ທີມຊາດຫວຽດນາມ ຕ້ອງພົບກັບສະຖານະການທີ່ບໍ່ດີ ເພາະຍັງບໍ່ມີຈັກຄະແນນ ຢູ່ອັນດັບ 5 ຂອງຕາຕະລາງຄະແນນລວມ ໂດຍມີ ອົດສະຕຣາລີ ທີມນໍາມີ 6 ຄະແນນ, ອັນດັບ 2 ຊາອຸດິອາຣະບີ ມີ 6 ຄະແນນ, ອັນດັບ 3 ຍີ່ປຸ່ນ ມີ 3 ຄະແນນ, ອັນດັບ 4 ໂອມານ ມີ 3 ຄະແນນ ແລະ ອັນດັບ 6 ສປ ຈີນ ຍັງບໍ່ມີຈັກຄະແນນ. ຢ່າງໃດກໍຕາມ, ຍັງຕ້ອງລຸ້ນຕໍ່ອີກ 8 ນັດທີ່ເຫຼືອຂອງແຕ່ລະທີມ ໂດຍສະເພາະນັດຕໍ່ໄປ ຫວຽດນາມ ຈະບຸກໄປຢາມ ສປ ຈີນ ໃນວັນທີ 7 ຕຸລາ 2021.

ສໍາລັບ ການແຂ່ງຂັນບານໂລກ 2022 ທີມຈາກໂຊນອາຊີ ແມ່ນໄດ້ສິດໄປຮອບສຸດທ້າຍຢູ່ 4,5 ທີມ ເຊິ່ງປັດຈຸບັນແມ່ນຢູ່ໃນໄລຍະແຂ່ງຂັນຮອບຄັດເລືອກຮອບ 12 ທີມ ( ຮອບ 3 ) ແບ່ງເປັນ 2 ກຸ່ມໆລະ 6 ທີມແຂ່ງຂັນແບບພົບກັນໝົດ ( ແຂ່ງໃນບ້ານ ແລະ ນອກບ້ານ ) ໂດຍຈະຄັດເອົາອັນດັບ 1 ແລະ 2 ຂອງທັງສອງກຸ່ມໄປແຂ່ງຂັນບານໂລກ 2022 ຮອບສຸດທ້າຍ ທີ່ປະເທດກາຕ້າ, ສ່ວນອັນດັບ 3 ຂອງທັງສອງກຸ່ມ ຈະໄປແຂ່ງຂັນຮອບທິີ 4 ເພື່ອຫາທີມຊະນະ ໄປແຂ່ງຂັນຮອບເພລອ໊ອຟ ກັບທີມຊາດຈາກໂຊນອື່ນ ເພື່ອຫາທີມຊະນະໄປຮອບສຸດທ້າຍ.
ຮູບຈາກ: AP