ລຸ້ນກຸ່ມ A ຄັດບານຍິງຊີງແຊັມອາຊີ 2022 ຈະເພີ່ມຊາດໃດເຂົ້າ ຫຼັງເຫຼືອພຽງ 2 ທີມ ລາວ-ບາເຣນ

617

ກຸ່ມ A ໃນການແຂ່ງຂັນບານເຕະຍິງ ຊີງແຊັມອາຊີ 2022 ຮອບຄັດເລືອກ ( AFC Women’s Asian Cup 2022 Qualifiers ) ທີ່ຈະຈັດຂຶ້ນລະຫວ່າງວັນທີ 13-25 ກັນຍາ 2021 ເປັນກຸ່ມທີ່ພົບບັນຫາຫຼາຍທີ່ສຸດ ຫຼັງຈາກທີ່ມີເຖິງ 2 ທີມທີ່ປະກາດຖອນຕົວ ເຮັດໃຫ້ປັດຈຸບັນເລືອພຽງ ທີມຊາດລາວ ແລະ ທີມຊາດບາເຣນ ເຮັດໃຫ້ ສະຫະພັນບານເຕະອາຊີ ( ເອເອັຟຊີ ) ຕ້ອງເລັ່ງເລືອກເຈົ້າພາບໃໝ່ ແລະ ເລື່ອນການແຂ່ງຂັນໄປໃນເດືອນຕຸລາ 2021.

ຜົນການຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະຍິງ ຊີງແຊັມອາຊີ 2022 ຮອບຄັດເລືອກ ໃນກຸ່ມ A ປະກອບມີ: ເຈົ້າພາບ ໄຕ້ຫວັນ, ເຕິກມິນິດສະຖານ ແລະ ບາເຣນ ແຕ່ກ່ອນໜ້ານີ້ ທີມຊາດ ເຕິດມິນິດສະຖານ ປະກາດຖອນຕົວໄປກ່ອນ ເນື່ອງຈາກບໍ່ສາມາດເຂົ້າຮ່ວມແຂ່ງຂັນໄດ້ ເຮັດໃຫ້ເຫຼືອພຽງ 3 ທີມ ແລະ ກໍານົດແຂ່ງຂັນວັນທີ 16 ກັນຍາ 2021.

ຫຼ້າສຸດ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ອອກແຈ້ງການວ່າ: ສະຫະພັນບານເຕະອາຊີ ( ເອເອັຟຊີ ) ໄດ້ສົ່ງໜັງສືແຈ້ງການໃຫ້ ສະຫະພັນບານເຕະແຫ່ງຊາດລາວ ເພື່ອຊາບວ່າ ໄຕ້ໄຫວ ບໍ່ສາມາດຕອບສະໜອງເງື່ອນໄຂການເປັນເຈົ້າພາບການແຂ່ງຂັນບານເຕະຍິງ ໃນໄລຍະທີ່ມີການລະບາດຂອງໂຄວິດ-19 ຈິ່ງຂໍຖອນຕົວຈາກການເປັນເຈົ້າພາບການແຂ່ງຂັນບານເຕະຊີງແຊັມອາຊີ ຮອບຄັດເລືອກ ກຸ່ມ A ໄປໃນທີ່ສຸດ.

ພ້ອມນັ້ນ ເອເອັຟຊີ ຍັງໄດ້ແຈ້ງໃຫ້ບັນປະເທດ, ເຈົ້າໜ້າທີ່ຂອງ ເອເອັຟຊີ ທີ່ຈະເຂົ້າຮ່ວມການແຂ່ງຂັນດັ່ງກ່າວ ໃຫ້ຍົກເລີກການເດີນທາງໄປຍັງ ໄຕ້ໄຫວ ໂດຍດ່ວນ ເຊິ່ງທີມຊາດລາວ ມີແຜນຈະເດີນທາງໄປ ໄຕ້ຫວັນ ໃນຕອນຄໍ່າຂອງວັນທີ 7 ກັນຍາ 2021 ເຊິ່ງເປັນທີ່ແນ່ນອນແລ້ວວ່າ ການແຂ່ງຂັນຂອງກຸ່ມດັ່ງກ່າວຈະຖືກເລື່ອນໄປແຂ່ງຂັນໃນເດືອນຕຸລາ 2021 ໂດຍຈະໄດ້ຄົ້ນຄວ້າເຈົ້າພາບ ແລ້ວຈະແຈ້ງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮັບຊາບພາຍຫຼັງ.
ສໍາລັບ ທີມຊາດຍິງລາວ ແມ່ນມີຄວາມພ້ອມ 100% ຫຼັງທີ່ໄດ້ເອີ້ນນັກກີລາເຂົ້າມາແຕ່ເດືອນສິງຫາ ແລະ ປັດຈຸບັນແມ່ນໄດ້ 23 ນັກເຕະຕາມໂຄຕ້າເປັນທີ່ຮຽບຮ້ອຍ ລວມເຖິງກໍານົດອອກເດີນທາງໃນວັນທີ 7 ກັນຍາ 2021 ແຕ່ໜ້າເສຍດາຍລາຍການກໍຕ້ອງຍົກເລີກ ເພາະເຈົ້າພາບ ໄຕ້ຫວັນ ປະກາດຖອນຕົວໄປເສຍກ່ອນ. ຢ່າງໃດກໍຕາມ ເອເອັຟຊີ ຈະເລືອກເຈົ້າພາບໃໝ່ ແລະ ເລື່ອນແຂ່ງຂັນໄປໃນເດືອນຕຸລາ 2021.
ຂ່າວ-ຮູບ: ຫຼ້າ MKP.