ເບິ່ງຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງເລກທີ13 ເໜືອ ສີເກີດ-ໂພນໂຮງ

900

ເສັ້ນທາງເລກທີ 13 ເໜືອນັ້ນຜ່ານມາແມ່ນເກີດການເປ່ເພ ເຊິ່ງສ້າງຄວາມບໍ່ສະດວກໃນການສັນຈອນໄປມາ ດັ່ງນັ້ນ ລັດຖະບານຈຶ່ງຈັດສັນງົບປະມານເພື່ອພື້ນຟູບູລະນະ ເພື່ອໃຫ້ເສັ້ນທາງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ ເພາະຈະເວົ້າໄປແລ້ວເສັ້ນທາງເລກທີ 13 ຖືເປັນພື້ນຖານໂຄງລ່າງທີ່ສຳຄັນຂອງປະເທດເຮົາ ເປັນຖະໜົນເສັ້ນຫຼັກໃນການເຊື່ອມຕໍ່ແຕ່ເໜືອຕະຫຼອດໃຕ້.

ອິງຕາມຂໍ້ມູນລາຍງານຫຼ້າສຸດນີ້ຈາກເຈົ້າຂອງໂຄງການໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ເປັນທາງເບຕົງເສີມເຫຼັກ ມີລວງຍາວທັງຫມົດ 58 ກິໂລແມັດ, ລວງກວ້າງຂອງຫນ້າທາງ ຊ່ວງ 1 ກວ້າງ 23 ແມັດ ທາງຄົນຍ່າງເບື້ອງລະ 1,5 ແມັດ, ຊ່ວງ 2 ກວ້າງ 13-16 ແມັດ ໄດ້ເລີ່ມປະຕິບັດ ແຕ່ວັນທີ 28 ຕຸລາ 2019 ຈະສຳເລັດ ໃນຕົ້ນປີ 2023 ປະຈຸບັນປະຕິບັດຫນ້າວຽກໄດ້ ທັງຫມົດ 41,47% ເກີນແຜນການທີ່ຕັ້ງໄວ້.


ການກໍ່ສ້າງແມ່ນໄດ້ແບ່ງອອກເປັນ 2 ຊ່ວງ:
ໄລຍະທີ 1 ແຕ່ ສີເກີດ ຫາ ສົງເປືອຍ ລວງຍາວ 19,4 ກິໂລແມັດປະຕິບັດໄດ້ 26,61% ເກີນ ແຜນ 0,44%, ໄລຍະທີ 2 ແຕ່ ສົງເປືອຍ ຫາ ໂພນໂຮງ ລວງຍາວ 38,6 ກີໂລແມັດ ປະຕິບັດໄດ້ 54,16% ເກີນແຜນ 6,58% ໂຄງການດັ່ງກ່າວໄດ້ຮັບທືນຈາກທະນະຄານໂລກ, ກອງທຶນ ນໍດິກ ກອງທຶນໂຄງລ່າງ ພື້ນຖານອາຊີ ແລະ ກອງທືນທາງ (ລັດຖະບານລາວ).

ພາຍຫຼັງກໍ່ສ້າງສຳເລັດແລ້ວ ຍັງໄດ້ຮັບທືນບູລະນະຮັກສາຕື່ມອີກໄລຍະ 7 ປີ ແຕ່ຕະຫຼອດໄລຍະຂອງການກໍ່ສ້າງນີ້ ແມ່ນພໍ່ແມ່ປະຊາຊົນທີ່ນຳໃຊ້ ເສັ້ນທາງດັ່ງກ່າວ ແມ່ນຈະໄດ້ພົບບັນຫາການສັນຈອນໄປມາຫຍຸ້ງຍາກ ບາງບ່ອນອາດມີນໍ້າຖ້ວມຂັງ ຂໍໃຫ້ນັກຂັບຂີ່ມີສະຕິ ແລະ ລະມັດລະວັງ ການສັນຈອນໃນພື້ນທີ່ດັ່ງກ່າວ.

Cr: ຂະແຫນງຂົວທາງ