ຈຸດສ່ຽງໃໝ່ໃນນະຄອນຫຼວງວຽງຈັນ ແລະ ບ້ານເຂດແດງໃໝ່ 2 ບ້ານ ພ້ອມລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ 77 ຄົນ ມື້ນີ້

1576

ສປປລາວ ພົບກໍລະນີຕິດເຊື້ອໃຫມ່ 221 ຄົນ; ໃນນິີເປັນກໍລະນີເຂົ້າທັງໝົດ 134 ຄົນ, ໃນຊຸມຊົນພາຍໃນ 77 ຄົນ ຫຼາຍກວ່າໝູ່ແມ່ນແຂວງຄໍາມ່ວນ 30 ຮອງມາແມ່ນ ຈໍາປາສັກ 16 ຄົນ,
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນດັ່ງນີ້

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.576 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.510 ຄົນ.
ສຳລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 2 ບ້ານ ຄື: ບ້ານດອນຕີ້ວ ເມືອງໄຊທານີ ແລະ ບ້ານອ່າງໃຫ່ຍ ເມືອງ ສີໂຄດຕະບອງ.

ສຳລັບສະຖານທີ່ສ່ຽງໃນນະຄອນຫຼວງວຽງຈັນມີ: ຕະຫຼາດດົງໝາກຄາຍ, ຕະຫຼາດຂາຍຜັກແຄມທາງໃຫ່ຍບ້ານສະພັງມືກ.

ຜູ້ຕິເຊື້ອໃນຊຸມຊົນ ນະຄອນຫຼວງ 7 ຄົນ ຈາກ ບ. ດອນຕິ້ວ ມ. ໄຊທານີ 1 ຄົນ, ບ້ານ. ໄຊ ເມືອງໄຊທານີ 1 ກໍລະນີ (ມາຈາກແຂວງບໍ່ແກ້ວ ກັກໂຕ ຢູ່ສູນປາກງື່ມ), ບ້ານຊຽງດາ ເມືອງໄຊເສດຖາ 1 ຄົນ ມີອາການໄລຍະກັກຕົວ, ບ້ານອ່າງໃຫ່ຍ 3 ຄົນ ເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ ແລະ ບ້ານ ຫາດຊາຍຂາວ ເມືອງຫາດຊາຍຟອງ 1 ຄົນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາເຊັ່ນກັນ.

ຄໍາມ່ວນ 30 ຄົນ ກຳລັງເກັບກຳຂໍ້ມູນຄົນເຈັບຕິດເຊື້ອທັງໝົດ ສ່ວນລາຍລະອຽດຈະແຈ້ງໃຫ້ທ່ານຊາບພາຍຫຼັງ
ຈໍາປາສັກ 16 ຄົນ 10 ຄົນແມ່ນພົວພັນກັບກຸ່ມຕິດເຊື້ອເມືອງປະທຸມພອນ, 2 ຄົນແມ່ນຢູ່ນະຄອນປາກເຊ ແລະ ກຳລັງສອບຖາມຂໍ້ມູນເພີ່ມເຕີມ 6 ຄົນ.

ສະຫວັນນະເຂດ 10 ຄົນ: 05 ຄົນແມ່ນເຈົ້າໜ້າທີ່ຢູ່ຄ້າຍຄຸມຂັງ, ພະນັກງານຂັບລົດບໍລິສັດຫຸມຄຳ 02 ຄົນ, 1 ຄົນແມ່ນພະນັກງານເກັບຂີ້ເຫຍື້ອ, 2 ຄົນແມ່ນປະຊາຊົນ ຈາກບ້ານສະພານເໜືອ ແລະ ບ້ານໂພນສະຫ່ວາງໃຕ້.
ບໍ່ແກ້ວ 5 ຄົນ ໃນນີ້ຈາກເຂດເສດຖະກິດພິເສດ 3 ຄົນ ແລະ 2 ຄົນຈາກເມືອງຫ້ວຍຊາຍ.
ສາລະວັນ 7 ຄົນ ທັງໝົດເປັນຄົນໃນຄອບຄົວດຽວກັນກັບຜູ້ຕິດເຊື້ອຜ່ານມາ

ຫຼວງພະບາງ 2 ຄົນ 1 ຄົນເດີນທາງມາຈາກແຂວງບໍ່ແກ້ວທີ່ກັກໂຕຢູ່ສູນຈຳກັດບໍລິເວນ ແລະ 1 ຄົນແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.