ການເຕີບໂຕຂອງອຸດສາຫະກຳແບບເພິ່ງພາ AI ສ້າງໂອກາດໃນທຸລະກິດ

817

ສຳລັບ AI ແມ່ນຄວາມສາມາດຂອງສິ່ງປະດິດໃນການສະແດງປະຕິກິລິຍາ ຫຼື ການກະທຳໃດໆ ໃນສະຖານະການຢ່າງໜຶ່ງດ້ວຍຕົນເອງ ປຽບດັ່ງການເຮັດວຽກຂອງມະນຸດ ຄວາມສາມາດນີ້ແມ່ນເກີດຈາກຄຳສັ່ງ ຫຼື ຊຸດຄຳສັ່ງທີ່ຖືກສ້າງຂຶ້ນ ເພື່ອໃຫ້ລະບົບຄອມພິວເຕີສາມາດຮວບຮວມຂໍ້ມູນ ວິເຄາະ ແລະ ປະມວນຜົນຂໍ້ມູນ. ທີ່ຈິງແລ້ວ AI ແມ່ນມີຄວາມໝາຍກວ້າງ ຕັ້ງແຕ່ລະບົບທີ່ຊ່ວຍຕັດສິນໃຈງ່າຍໆ ໄປຈົນເຖິງຫຸ່ນຍົນທີ່ມີສາມັນສຳນຶກຄືກັບຄົນແທ້ໆ.

ຄວາມສາມາດຂອງ AI ໃນປັດຈຸບັນຍັງຈຳສະເພາະເຈາະຈົງຢູ່ກັບງານສິ່ງໃດໜຶ່ງ ເຊັ່ນ: AI ສຳລັບການຮັບຮູ້ການເບິ່ງເຫັນ, AI ແນະນຳສິນຄ້າໃຫ້ລູກຄ້າ, AI ສຳລັບການຂັບເຄື່ອນລົດຕ່າງໆ ແຕ່ເຮົາຍັງບໍ່ມີ ສຳລັບສາມາດຈຳລອງການຮັບຮູ້ ແລະ ຮຽນຮູ້ແບບຄຸມທັງໝົດຄືກັບມະນຸດໄດ້.ຫາກເບິ່ງໃນແງ່ໂອກາດ AI ຄືການເລືອກນຳເຂົ້າມາປັບໃຊ້ໃນການຂະຫຍາຍທຸລະກິດ ແລະ ປັບປຸງປະສິດທິພາບຂອງຂັ້ນຕອນຕ່າງໆ ໂດຍໃຊ້ຈຸດແຂງຂອງເອໄອໃນດ້ານການຮຽນຮູ້ ແລະ ການເຮັດວຽກທີ່ມີລັກສະນະປະຈຳທຸກວັນ ເຊັ່ນ: ທຸລະກິດທີ່ມີບັນຫາດ້ານບຸກຄະລາກອນທີ່ບໍ່ພຽງພໍໃນການຕອບຄຳຖາມ ຫຼື ບໍລິການລູກຄ້າໃນຮູບແບບຕ່າງໆ ກໍອາດມີການນຳໃຊ້ລະບົບເອໄອໃນການເຂົ້າຊ່ວຍ ເອໄອ ກໍເປັນອີກຕົວຊ່ວຍໜຶ່ງໃນການແກ້ໄຂສະເພາະຢ່າງໃດໜຶ່ງ.

ທັງນີ້, ຫາກທຸລະກິດມີ ຄວາມພ້ອມ ເລັງເຫັນໂອກາດ ແລະ ຄວາມຈຳເປັນໃນການນຳໃຊ້ AI ເຂົ້າມາໃຊ້ ເຮົາຄວນມີພື້ນຖານທີ່ສຳຄັນ 2 ຢ່າງ ຄື: ການປ່ຽນຜ່ານອົງກອນສູ່ຄວາມເປັນດິຈິຕອນ ເຊັ່ນຫາກເຮົາຕ້ອງໃຊ້ເອໄອ ແຕ່ໃນອົງກອນຂອງເຮົາຍັງບໍ່ມີການອອກແບບວິທີການຈັດເກັບຂໍ້ມູນດິຈິຕອນ ແລະ ຂະບວນການທີ່ເໝາະສົມໃນການເຊື່ອມຕໍ່ຂໍ້ມູນ ຫຼື ໃນກໍລະນີອົງກອນຕ້ອງເຮັດລະບົບໂຕ້ຕອບກັບລູກຄ້າດ້ວຍລະບົບເອໄອ ແຕ່ບໍ່ມີລະບົບຄັງຄຳຕອບທີ່ເໝາະສົມສຳລັບການດຶງຄຳຕອບ ກໍຈະເກີດມີບັນຫາອີກຢ່າງໃນການດຳເນີນທຸລະກິດ.

ການປັບປ່ຽນທັກສະໃຫ້ກັບບຸກຄະລາກອນໃນອົງກອນ ເພື່ອຫຼຸດຊ່ອງວ່າງຄວາມເຂົ້າໃຈເລື່ອງຄວາມສາມາດຂອງເອໄອ ໃຫ້ກັບບຸກຄະລາກອນໃນທຸກລະດັບ ລວມໄປຈົນເຖິງການເລືອກໃຊ້ເຕັກໂນໂລຊີທີ່ເໝາະສົມເຂົ້າກັບອົງກອນ ເພື່ອຕອບໂຈດການສ້າງທັກສະດີຈິຕອນເຂົ້າໃນການເຮັດວຽກໃນຍຸກປັດຈຸບັນ ເພື່ອຊ່ວຍໃຫ້ມີສັກກະຍະພາບໃນການເຮັດວຽກ ແລະ ຕອບໂຈດໃນສັງຄົມປັດຈຸບັນ ກໍຄືໃນຍຸກໄອທີ.