ການສົ່ງອອກເດືອນສິງຫາເພີ່ມຂຶ້ນ ມີມູນຄ່າລວມ428 ລ້ານໂດລາ

706

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນສິງຫາ 2021 ບັນລຸໄດ້ປະມານ 880 ລ້ານໂດລາສະຫະລັດ. ໃນນັ້ນການສົ່ງອອກ ມີປະມານ 428 ລ້ານໂດລາ ເພີ່ມຂຶ້ນຈາກ374 ລ້ານໂດລາໃນເດືອນກໍລະກົດ, ສ່ວນການນໍາເຂົ້າ ມີມູນຄ່າ452 ລ້ານໂດລາຫລຸດລົງຈາກ473ລ້ານໂດລາໃນເດືອນຜ່ານມາ ແລະ ຂາດດຸນການຄ້າປະມານ 24 ລ້ານໂດລາ.


ສູນຂໍ້ມູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນສິງຫາ 2021 ບັນລຸໄດ້ປະມານ 880 ລ້ານໂດລາ; ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 428 ລ້ານໂດລາ.


ໝວດສິນຄ້າສົ່ງອອກຫຼັກມີ ຄຳປະສົມ (ຄຳແທ່ງ) 65 ລ້ານໂດລາ, ໝາກກ້ວຍ 25 ລ້ານໂດລາ, ຢາງພາລາ 22 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 20 ລ້ານໂດລາ, ແຮ່ທອງມູນຄ່າ 19 ລ້ານໂດລາ, ນ້ຳຕານ 11 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 10 ລ້ານໂດລາ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ…) 7 ລ້ານໂດລາ ແລະ ຢາສູບ ມີມູນຄ່າປະມານ 5 ລ້ານໂດລາ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) 2 ລ້ານໂດລາ.


ສ່ວນໝວດສິນຄ້ານໍາເຂົ້າຫຼັກມີ ນ້ຳມັນກາຊວນ 39 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າ 33 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 33 ລ້ານໂດລາ,ແກ້ວປະເສີດ ຫຼື ເຄິ່ງປະເສີດ 22 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ 15 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 14 ລ້ານໂດລາ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ 12 ລ້ານໂດລາ,ນ້ຳມັນແອັດຊັງ-ແອັດຊັງພິເສດ 11 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 9 ລ້ານໂດລາ ແລະ ຜະລິດຕະພັນທາງເຄມີ 7 ລ້ານໂດລາ


5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ ອັນດັບ 1 ແມ່ນ ສປ ຈີນ ມູນຄ່າການສົ່ງອອກ 184 ລ້ານໂດລາ, ສສ ຫວຽດນາມ 90 ລ້ານໂດລາ, ໄທ 49 ລ້ານໂດລາ, ເຢຍລະມັນ 7 ລ້ານໂດລາ ແລະ ສະຫະລັດອາເມລິກາ 7 ລ້ານໂດລາ. ສ່ວນນໍາເຂົ້າຫຼັກ ແມ່ນຈາກປະເທດໄທ ມູນຄ່າ 249 ລ້ານໂດລາ, ສປ ຈີນ 100 ລ້ານໂດລາ, ສສ ຫວຽດນາມ 46 ລ້ານໂດລາ, ຢີ່ປຸ່ນ 5 ລ້ານໂດລາ ແລະ ສະຫະລັດອາເມລິກາ 22 ລ້ານໂດລາ.


ມູນຄ່າການນໍາເຂົ້າ ແລະ ສົ່ງອອກປະຈໍາເດືອນກໍລະກົດ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.