ຫນຸ່ມ ເຕີ້ຍ ແກ້ວນາຄອນ ມາໃໝ່ຈາກນັກຮ້ອງສູ່ບົດພະເອກ  ໃນຊີຣີເລື່ອງທໍາອິດ

578

ທີມຂ່າວບັນເທີງຈະນໍາທ່ານມາທໍາຄວາມຮູ້ຈັກກັບຫນຸ່ມຫລໍ່ແກ້ວສຽງດີ ກັບການຮັບບົດເປັນນັກສະແດງຄັ້ງທໍາອິດ ໃນເລື່ອງ  My Melody The Series ‘’ທໍານອງຫົວໃຈໄວລຸ້ນປັ້ນຝັນ’’ ຊຶ່ງຜົນງານຂອງນ້ອງກໍໃກ້ຈະສາຍອອກໃຫ້ແຟນໆ ໄດ້ຕິດຕາມໃນໄວໆນີ້ ຫນຸ່ມຫລໍ່ມາແຮງຄົນນີ້ ແກ້ວນາຄອນ ວົງໄຊຍາ ຫລື ເຕີ້ຍ ອາຍຸ 22ປີ, ເປັນນັກສະແດງ, ນັກຮ້ອງ ຈາກສັງກັດຄ້າຍ Tara academy ແລະ ເປັນນັກສະແດງ, ນັກຮ້ອງ ຢູ່ຫວຽດນາມອີກດ້ວຍ.

ຫນຸ່ມເຕີ້ຍໄດ້ໃຫ້ ສໍາພາດກັບທີມຂ່າວບັນເທີງຂອງເຮົາວ່າ: ຊີຣີເລື່ອງນີ້ເປັນເລື່ອງທຳອິດຂອງນ້ອງເລີຍ ແລະ ນ້ອງເອງກໍຕື່ນເຕັ້ນຫຼາຍ ຊຶ່ງການສະແດງເປັນເລື່ອງທີ່ຍັງໃໝ່ສຳລັບນ້ອງແຮງ ແລະ ເປັນຊີຣີທີ່ທ້າທາຍຄວາມສາມາດຫລາຍ ເພາະວ່າ ຄາແລັກເຕີທີ່ນ້ອງໄດ້ຮັບແມ່ນຈະຕ້ອງປ່ຽນແປງທຸກຢ່າງເລີຍ, ທັງວິທີການເວົ້າ, ການວາງໂຕ, ທ່າທາງທຸກຢ່າງ ແຕ່ກໍ່ໄດ້ອ້າຍ ຊູໂມ້ ( ຜູ້ກໍາກັບເລື່ອງ ) ຊ່ວຍສອນຫຼາຍຢ່າງເຮັດໃຫ້ນ້ອງມີຄວາມໝັ້ນໃຈຂຶ້ນຫຼາຍ.

ສໍາລັບ ຕົວລະຄອນທີ່ເຕີ້ຍໄດ້ຮັບແມ່ນ: ຮັບບົດເປັນ ຊອນນີ່ (ພະເອກຂອງເລື່ອງ) ຕົວລະຄອນ ຊອນນີ່ນັ້ນຈະເປັນຄົນເຂັ້ມໆ, ເວົ້າໜ້ອຍ, ມີເຫດຜົນ, ມັກກວນນາງເອກ ແລະ ສິ່ງທີ່ເຕີ້ຍປະທັບໃຈໃນຕົວລະຄອນ ຊອນນີ່ ກໍຄື: ຍ້ອນບົດບາດຂອງຕົວລະຄອນນີ້ແລະ ເຮັດໃຫ້ນ້ອງຂີ້ດື້ໜ້ອຍລົງ555 ເພາະຄາແລັກເຕີຕົວລະຄອນ ກັບຊີວິດຈິງແຕກຕ່າງກັນປານຟ້າກັບດິນ, ຕົວລະຄອນເຂັ້ມ, ນິ່ງໆ ແຕ່ຕົວຈິງຂີ້ດື້ເປັນຄວາມສາມາດພິເສດເລີຍ.

ຖ້າເວົ້າເຖິງການສະແດງ ສິ່ງທີ່ເປັນຄວາມທ້າທາຍທີ່ສຸດກໍຄື ທີ່ນ້ອງໄດ້ເວົ້າມາກ່ອນຫນ້ານີ້ເລີຍ ເປັນສິ່ງທີ່ທ້າທາຍເລື່ອງຂອງ ການສະແດງອອກໃຫ້ທຸກຄົນເຊື່ອວ່າເຮົາບໍ່ແມ່ນເຕີ້ຍ ແຕ່ເຮົາຄືຊອນນີ່ ພະເອກຂອງເລື່ອງ ທີ່ມີນິໄສ ແລະ ກິລິຍາທ່າທາງທີ່ແຕກຕ່າງຈາກຕົວນ້ອງຫລາຍສົມຄວນ ແຕ່ນ້ອງກໍໄດ້ມີການກຽມຕົວມາເປັນຢ່າງດີ, ຮຽນຮູ້ຈາກອ້າຍເຊີ້, ອ້າຍ ຊູໂມ່ ແລະ ນັກສະແດງລຸ້ນອ້າຍຫຼາຍຄົນ, ຈຶ່ງເຮັດໃຫ້ນ້ອງໝັ້ນໃຈຂຶ້ນ ແລະ ນ້ອງກໍຈະເຮັດໃຫ້ດີທີ່ສຸດເພື່ອໃຫ້ຜົນງານເລື່ອງນີ້ອອກມາດີ ແລະ ເຮັດໃຫ້ທຸກຄົນປະທັບໃຈຢ່າງແນ່ນອນ.

ເມື່ອເວົ້າເຖິງຜົນງານຜ່ານມາຂອງເຕີ້ຍເອງ ກໍຈະແມ່ນການໄປປະກວດຮ້ອງເພງຢູ່ທີ່ ສສ ຫວຽດນາມ ແລະ ກໍໄດ້ເປັນທີ່ຮູ້ຈັກຂອງຄົນຫວຽດນາມ ແລະ ຄົນລາວຫລາຍພໍສົມຄວນ ນອກນີ້ ເຕີ້ຍຍັງມີຜົນງານ ການໂຄເວີເພງລົງຊ່ອງ ຢູທູບຂອງຕົນເອງ ແລະ ຫຼ້າສຸດກໍໃກ້ຈະເຖິງ 400.000 ວິວແລ້ວ ກັບຜົນງານເພງ Thất Tình (ອົກຫັກ)  ວ່າງມໍ່ໆມານີ້ກໍໄດ້ຮ່ວມງານກັບ Bùi Tuấn Ngọc ເຈົ້າຂອງເພງ ສາວວຽງຈັນ ຮ່ວມ Remake ເພງເປັນເວີຊັ້ນພິເສດ ເປັນບົດເພງ ສານສຳພັນ ລາວ-ຫວຽດນາມ ແລະ ຈັ່ງໃດກໍຂໍຝາກຜົນງານນີ້ ຂໍໃຫ້ທຸກຄົນຊ່ວຍສະຫນັບສະຫນູນແດ່ເດີ້

ສ່ວນຕົວເຕີ້ຍເອງເປັນຄົນມັກແຕ່ງໂຕ ແລະ  ມັກຈະແຕ່ງຕາມອາລົມ, ສ່ວນຫຼາຍຈະແຕ່ງສະຕາຍໄອດໍ້ຈີນ, ເກົາຫຼີ  ແລະ ກິດຈະກໍາຍາມວ່າງນ້ອງມັກແຕ່ງເພງ, ອອກກໍາລັງກາຍ, ຖ່າຍຮູບ ແລະ ກິນ555 ສຸດທ້າຍນີ້, ນ້ອງເອງກໍຂໍຝາກຜົນງານ My Melody The Series ທີ່ຈະເລີ່ມຕອນທຳອິດວັນທີ 12ກັນຍາ ທາງເພຈ Acnes Laos ນີ້ແດ່ເດີ້ ແລະ ກໍຈະມີຜົນງານຕາມມາເລື້ອຍໆ ຝາກຕິດຕາມຜົນງານ ເປັນກໍາລັງໃຈໃຫ້ ເຕີ້ຍໄດ້ຜ່ານທາງເຟສບຸກສ່ວນຕົວ Keonakhon Tay.

ຮູບ: Keonakhon Tay