ເດືອນກັນຍາ ລັດຖະບານ ຈະສຸມໃສ່ສົ່ງເສີມການຜະລິດກະສິກຳ ຄຸ້ມຄອງການເໜັງຕີງຂອງອັດຕາແລກປ່ຽນ

622

ໜ້າວຽກຈຸດສຸມຂອງລັດຖະບານໃນເດືອນກັນຍາ ແມ່ນສືບຕໍ່ສົ່ງເສີມການຜະລິດກະສິກຳ ຄຸ້ມຄອງການເໜັງຕີງຂອງອັດຕາແລກປ່ຽນ ດ້ວຍມາດຕະການຕ່າງໆໃຫ້ເໝາະສົມ; ສືບຕໍ່ເພີີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.

ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະ ມົນຕີ; ມີບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ ໄດ້ ກຳນົດໜ້າວຽກຈຸດສຸມຈຳນວນໜຶ່ງຂອງລັດຖະບານໃນເດືອນກັນຍາ 2021 ດັ່ງນີີ້:
1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໃຫ້ແຂງແຮງຂຶ້ນກວ່າເກົ່າ ເພືີ່ອຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງຕໍ່ເນື່ອງ ດ້ວຍມາດຕະການຕ່າງໆທີີ່ແທດເໜາະກັບຕົວຈິງກວ່າເກົ່າ ໃນນີີ້ລວມທັງການສືບຕໍ່ລາດຕະເວນຕາມຊາຍແດນ, ການປ້ອງກັນສໍານັກງານ, ອົງການ, ທ້ອງຖິີ່ນ ໃຫ້ເປັນປົກກະຕິ ແລະ ເຂັ້ມງວດ ທັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີເປັນກ້າວໆ.


2. ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກ, ຄຸ້ມຄອງການເໜັງຕີງຂອງອັດຕາແລກປ່ຽນ ດ້ວຍມາດຕະການຕ່າງໆໃຫ້ເໝາະສົມ, ເອົາໃຈໃສ່ ກ່ຽວກັບການສ້າງຖານລາຍຮັບ ຕິດພັນກັບການເກັບລາຍຮັບໃຫ້ຄົບຖ້ວນ ດ້ວຍການນຳໃຊ້ອຸປະກອນທັນສະໄໝ, ການປະຕິບັດມາດຕະການປະຢັດງົບປະມານ; ພ້ອມທັງ ສືບຕໍ່ສົ່ງເສີມການຜະລິດກະສິກຳ ແລະ ຈັດຕັ້ງປະຕິບັດ ວຽກງານຕ່າງໆ ໃນຂົງເຂດເສດຖະກິດ ໃຫ້ສໍາເລັດຕາມແຜນ.


3. ສຳລັບວຽກງານໃນຂົງເຂດວັດທະນະທໍາ-ສັງຄົມ ແມ່ນກະກຽມ ແລະ ເປີດສົກຮຽນໃໝ່ ສົກປີ 2021-2022 ຂອງທຸກຊັ້ນຮຽນ ໃຫ້ສອດຄ່ອງຕາມມາດຕະການຂອງຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ວາງອອກ; ສືບຕໍ່ເພີີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ການຂະຫຍາຍສູນກັກກັນ ແລະ ສູນປິ່ນປົວ ເພືີ່ອຮອງຮັບແຮງງານລາວ ທີີ່ກັບຄືນປະເທດ ລວມທັງດໍາເນີນການສັກວັກຊີນ ໃຫ້ບັນລຸຄາດໝາຍທີີ່ກໍານົດໄວ້; ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ-ລັດ ແລະ ຂໍ້ມູນກ່ຽວກັບຂົງເຂດແຮງງານ, ໂອກາດ ໃນການປະກອບອາຊີບ, ຕິດພັນກັບການສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ແຮງງານ ທີ່ກັບຄືນປະເທດ ເພື່ອເປັນຂໍ້ມູນ ແລະ ສ້າງຄວາມພ້ອມ ໃນການປະກອບສ່ວນ ໃນການພັດທະນາເສດຖະກິດ ຢູ່ ປະເທດເຮົາ, ລວມທັງ ສືບຕໍ່ໂຄສະນາມາດຕະການຕ່າງໆ ຂອງຄະນະສະເພາະກິດ ໂຄວິດ-19 ໃຫ້ສັງຄົມ ຮ່ວມມື ໃນການປົກປ້ອງຕົນເອງ ແລະ ຄອບຄົວ ຈາກການຕິດເຊື້ອ; ເພີ່ມທະວີການຕິດຕາມຂ່າວ, ຕອບໂຕ້ຂ່າວບິດເບືອນ, ແລະ ຂ່າວບໍ່ມີຄວາມຈິງ; ສືບຕໍ່ຄົ້ນຄວ້າຮູບການ ແລະ ວິທີການເປີດການທ່ອງທ່ຽວໃນຮູບແບບໃໝ່ ແລະ ເປີດການທ່ອງທ່ຽວຕາມຄວາມເໝາະສົມ ແລະ ຄວາມພ້ອມຂອງແຕ່ລະທ້ອງຖິ່ນ; ສືບຕໍ່ເກັບກໍາຂໍ້ມູນແຮງງານ ຕິດພັນກັບການຈັດຝຶກອົບຮົມສີມືແຮງງານ; ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ຕິດພັນກັບການສະໜອງຂໍ້ມູນຂ່າວສານ ທັງກະກຽມຮັບມືໃຫ້ທັນສະ ພາບການ ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະ ກຽມຄວາມພ້ອມໃນດ້ານຕ່າງໆ ເພືີ່ອຕ້ານແລ້ງ-ຕ້ານຖ້ວມ.


4. ສືບຕໍ່ປັບປຸງກົງຈັກການຈັດຕັ້ງຕ່າງໆ ຂອງອົງການບໍລິຫານລັດ ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີີ່ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນໃໝ່ ທັງໃຫ້ສາມາດຍົກສູງປະສິດທິພາບຂອງການຄຸ້ມຄອງລັດ ໂດຍການຫັນເປັນທັນສະໄໝ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ແຂງແຮງ, ຫຼຸດຜ່ອນສິ່ງກີດຂວາງຕ່າງໆ ທີີ່ເປັນອຸປະສັກໃຫ້ແກ່ການພັດທະນາ ຢູ່ປະເທດເຮົາ.


5. ສືບຕິດຕາມຢ່າງໃກ້ຊິດ ສະພາບພາກພື້ນ ແລະ ສາກົນ ທີີ່ມີການຜັນປ່ຽນຢ່າງສັບສົນ ເພືີ່ອດໍາເນີນແນວທາງການຕ່າງປະເທດຢ່າງເໝາະສົມ. ພ້ອມກັນນີ້, ກໍ່ໃຫ້ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເຄືີ່ອນໄຫວວຽກງານການຕ່າງປະເທດຂອງການນໍາພັກ-ລັດ ແລະ ກະກຽມການຕ້ອນຮັບຜູ້ນໍາຂອງບັນດາປະເທດເພື່ອນມິດ ທີ່ຈະເດີນທາງມາຢ້ຽມຢາມປະເທດເຮົາ.
ນອກຈາກນີ້, ເພືີ່ອໃຫ້ທິດທາງວຽກຈຸດສຸມ ໃນເດືອນກັນຍາ ປີ 2021 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຕົວຈິງ, ບັນດາທ່ານສະມາຊິກລັດຖະບານ ຕະຫຼອດຮອດອົງການປົກຄ້ອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ; ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນ ຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະໃຫ້ຈະແຈ້ງ ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງຂອງແຕ່ລະຂັ້ນ, ແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກຕ້ອງແທດຕົວຈິງ, ພະຍາຍາມຫຼີກເວັ້ນການປະຕິບັດວຽກງານທີີ່ມີລັກສະນະຮູບການ ໃນນີີ້ລວມທັງການປະຕິບັດ 2 ວາລະແຫ່ງຊາດທີີ່ສະພາແຫ່ງຊາດໄດ້ຮັບຮອງນັ້ນ ໃຫ້ໄດ້ຮັບຜົນເປັນຢ່າງດີ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.