ລັອກດາວ ປາບໂຄວິດໄດ້ໜຶ່ງຜົນດີຕາມມາຄືອາກາດ

493

ລັອກດາວ! ເຊື່ອວ່າຫຼາຍປະເທດໃນໂລກໄດ້ປະຕິບັດເຊັ່ນດຽວກັນ ທັງນີ້ຈຸດປະສົງກໍ່ເພື່ອເປັນການຢັບຢັ້ງການແຜ່ເຊື້ອ ໂຄວິດ-19 ທີ່ກຳລັງແຜ່ລະບາດ ເຊິ່ງວ່າການປະກາດລັອກດາວນີ້ມີຜົນຢັ້ງຢືນວ່າບໍ່ພຽງຊ່ວຍຫຼຸດການຕິດເຊື້ອໄດ້ເທົ່ານັ້ນແຕ່ອາກາດກໍ່ສົດໃສຂຶ້ນ ສຳຄັນແມ່ນຫຼຸດມົນລະພິດ PM2.5.

ການລັອກດາວ, ປິດປະເທດ ຫຼື ປິດເມືອງ ແລະ ຈຳກັດໃນການເດີນທາງ ແມ່ນເຮັດໃຫ້ຄ່າຂອງຝຸ່ນລະອອງພິດ PM2.5 ຫຼຸດລົງ ຄຸນນະພາບທາງອາກາດໃນໂລກດີຂຶ້ນຊົ່ວຄາວ ຢ່າງທີ່ບໍ່ເຄີຍມີມາກ່ອນ ເຊິ່ງວ່າຂໍ້ມູນດັ່ງກ່າວຖືກເຜີຍແຜ່ໂດຍ ອົງການ ອຸຕຸນິຍົມ ວິທະຍາໂລກ ລະບຸວ່າຄ່າຂອງລະອອງຝຸ່ນPM2.5 ຫຼຸດລົງເຖິງ 40% ໃນແອັບຟິກກາ, ອາເມລິກາໃຕ້ ແລະ ອາຊີໃຕ້ ນອກຈາກນີ້ ຫຼຸດລົງນ້ອຍກວ່າ 40% ໃນເອີຣົບ ແລະ ອາເມລິການເໜືອ.


ນັ້ນໝາຍຄວາມວ່າມາດຕະການລັອກດາວເຮັດໃຫ້ການປ່ອຍມົນລະພິດຂຶ້ນສູ່ອາກາດນັ້ນນ້ອຍລົງ ໂດຍສະເພາະໃນຊຸມຊົນເມືອງ ເຖິງຈະເປັນເວລາສັ້ນໆໃດໜຶ່ງ ແຕ່ວ່າມັນກໍ່ເປັນການຫຼຸດມົນລະພິດຊ່ວຍໂລກໄດ້ດີ ແລະ ປັບອາກາດໄປໃນໂຕໃຫ້ມີອາກາດທີ່ປອດໂປ່ງຂຶ້ນຫຼາຍ.

ມົນລະພິດທາງອາກາດແມ່ນມີຄວາມສ່ຽງສູງ ທີ່ອາດເຮັດໃຫ້ມີການເສຍຊີວິດກ່ອນໄວອັນຄວນ ຂອງປະຊາກອນໂລກ ເຊິ່ງອົງການດັ່ງກ່າວຍັງລະບຸອີກວ່າ ມົນລະພິດທາງອາກາດ ມີແນວໂນ້ມຫຼຸດເກນອາຍຸລົງ 40% ທຽບໄດ້ເທົ່າກັບ 9 ປີ ດັ່ງນັ້ນ, ເມື່ອເຮົາຮູ້ແບບນີ້ແລ້ວ ສຳລັບມາດຕະການປ້ອງກັນໂຄວິດ-19 ຖືວ່າມີຄວາມສຳຄັນຫຼາຍ ນອກຈາກຈະເຮັດໃຫ້ຄວບຄຸມການແຜ່ເຊື້ອຍັງສາມາດປັບສະພາບອາກາດໃຫ້ດີຂຶ້ນອີກດ້ວຍ.