ອຸຕຸແຈ້ງທົ່ວປະເທດ 7-9 ກັນຍານີ້ລະວັງຝົນຕົກໜັກ

918

ໄລຍະນີ້ ຖືວ່າຍັງເປັນຊ່ວງລະດູຝົນ ດັ່ງນັ້ນ, ຕ້ອງໄດ້ມີຄວາມລະມັດລະວັງກັບເລື່ອງຝົນຟ້າອາກາດ ເປັນຕົ້ນເມື່ອມີແຈ້ງການຝົນຕົກໜັກປະຊາຊົນຄວນເກັບມ້ຽນເຄື່ອງຂອງ, ສັດລ້ຽງໄປຢູ່ບ່ອນທີ່ປອດໄພ ປ້ອງກັນບັນຫານ້ຳຖ້ວມ, ນ້ຳຊຸ ແລະດິນເຈື່ອນ.

ເຊິ່ງກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການ ວັນທີ 07 ກັນຍາ 2021 ນີ້ໃຫ້ຮູ້ວ່າ: ຈະມີຝົນຕົກຫນັກ ໃນວັນທີ 07 ຫາ 09 ກັນຍາ 2021 ນີ້ໃຫ້ທຸກພາກຂອງປະເທດມີສະຕິ.

ແຈ້ງການລະບຸວ່າ: ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນພາດຜ່ານພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກຫນັກຢູ່ ຫຼາຍທ້ອງຖິ່ນແຂວງ ພາກາງ ແລະ ພາກເຫນືອ ໃນໄລຍະວັນທີ 07 ຫາ 09 ກັນຍາ 2021 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງຕ່າງໆເຊັ່ນ: ແຂວງ ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກຫນັກ ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີ ດິນເຈື່ອນ, ນ້ໍາຖ້ວມກະທັນຫັນ ແລະ ນ້ໍາຖ້ວມຊຸ