ພິທີເປີດທົດລອງການນຳໃຊ້ລະບົບບໍລິຫານ ທ່າບົກທ່ານາແລ້ງ

1421

ພິທີເປີດທົດລອງການນຳໃຊ້ລະບົບບໍລິຫານ ທ່າບົກທ່ານາແລ້ງ ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2021 ໃນເຂດໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ, ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມດ້ວຍພະນັກງານ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.

ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການທ່າບົກທ່ານາແລ້ງ ກ່າວວ່າ: ທ່າບົກທ່ານາແລ້ງ ແມ່ນນອນຢູ່ໃນແຜນຍຸດທະສາດພັດທະນາໂລຊິດສະຕິກ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫັນປ່ຽນປະເທດລາວ ເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສາກົນ ເຊິ່ງໃນດໍາລັດວ່າດ້ວຍທ່າບົກ ໄດ້ກໍານົດຈຸດປະສົງໃຫ້ທ່າບົກເປັນການບໍລິການດ້ານຄົມມະນາຄົມ ມີສະດວກ, ວ່ອງໄວ, ປອດໄພໂລ່ງລ່ຽນທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ເຊິ່ງທ່າບົກທ່ານາແລ້ງຂອງພວກເຮົາ ແມ່ນເປັນດ່ານຊາຍແດນສາກົນ ໃນການຂົນສົ່ງສິນຄ້າຂ້າມແດນ ແລະ ເປັນທ່າບົກປະເພດໜຶ່ງທີ່ມີບໍລິການຄົບຊຸດ ສາມາດບໍລິການຕາມຈຸດປະສົງຂ້າງເທິງ ໂດຍມີການອອກແບບ, ຈັດສັນພື້ນທີ່ໃຫ້ບໍລິການເປັນສັດສ່ວນຄືກັບລະບົບທ່າເຮືອສາກົນ, ມີລະບົບອໍານວຍຄວາມສະດວກ, ທາງດ້ານຂໍ້ມູນຂ່າວສານ, ເຊື່ອມຕໍ່ກັບບັນດາສາຍເຮືອ, ຜູ້ປະກອບການຂົນສົ່ງ, ຕູ້ສິນຄ້າ ແລະ ພາກສ່ວນອໍານວຍຄວາມສະດວກອື່ນໆຢູ່ສິນຄ້າດ່ານສາກົນ. ການອໍານວຍຄວາມສະດວກດ້ານການຂົນສົ່ງມີຄວາມວ່ອງໄວເປັນໄປຕາມຂັ້ນຕອນຂອງສາກົນ ໂດຍສະເພາະການແຈ້ງຂໍ້ມູນຂົນສົ່ງລ່ວງໜ້າກ່ອນ 24 ຊົ່ວໂມງ, ການປ້ອນຂໍ້ມູນ ບໍລິຫານຄວາມສ່ຽງໃນການຂ້າມແດນໃຫ້ພາກສ່ວນດ່ານ ຈະເຮັດໃຫ້ພາຫະນະຂົນສົ່ງຕ່າງປະເທດ ສາມາດປະຢັດເວລາ ແລະ ຫຼຸດຜ່ອນຄວາມແອອັດໃຫ້ແກ່ການສົ່ງມອບສິນຄ້າຢູ່ທ່າບົກທ່ານາແລ້ງ ໂດຍການຫຼຸດຂັ້ນຕອນຂ້າມດ່ານທີ່ບໍ່ຈໍາເປັນໃຫ້ເຫຼືອສະເພາະມາດຕະການຄວບຄຸມຄວາມປອດໄພຊາຍແດນ.

ທ່ານ ສາຄອນ ພິລາງາມ ຍັງກ່າວໃຫ້ຮູ້ຕື່ມອີກວ່າ: ທ່າບົກທ່ານາແລ້ງ ເປັນຈຸດເຊື່ອມຈອດການຂົນສົ່ງຫຼາຍຮູບແບບທີ່ມີຄວາມສາມາດຮອງຮັບບໍລິມາດຕູ້ສິນຄ້າໄດ້ 1.000 ຫາ 3.000 ຕູ້ຕໍ່ວັນ ຈຶ່ງຕ້ອງໄດ້ນໍາໃຊ້ລະບົບບໍລິຫານຈັດການສະຖານີຂົນສົ່ງທີ່ບັນຊາຫາຫ້ອງຄວບຄຸມກາງ Control Room Center ທີ່ສາມາດບໍລິຫານຈັດການຂັ້ນຕອນການຮັບເຂົ້າ, ການກວດກາ ແລະ ຈັດລຽງຕູ້ສິນຄ້າໃນລານຕູ້ ກໍຄືການຈັດການຄ່ຽນຖ່າຍສິນຄ້າຂຶ້ນລົງພາຫະນະ ແລະ ເຂົ້າອອກພື້ນທີ່ເກັບຮັກສາສິນຄ້າຢ່າງເປັນລະບົບ ເຊິ່ງທ່າບົກທ່ານາແລ້ງ ແມ່ນໃຊ້ລະບົບບໍລິຫານຈັດການ Terminal Operation System ( TOS ) ຈຶ່ງຈໍາເປັນຕ້ອງໄດ້ມີການທົດລອງນໍາໃຊ້ເຂົ້າໃນວຽກງານຕົວຈິງ ຂະໜານກັບລະບົບເດີມທີ່ມີຢູ່ລາວ ເພື່ອທົດສອບສັກກະຍະພາບໃນການເກັບກໍາຂໍ້ມູນ, ການເຊື່ອມໂຍງກັບລະບົບອື່ນ, ການນໍາໃຊ້ເຂົ້າໃນການບັນຊາ, ການຍົກຍໍຄ່ຽນຖ່າຍປະລິມານຕູ້ສິນຄ້າຈໍານວນຫຼວງຫຼາຍ ພ້ອມທັງຄວາມສາມາດສະຫຼຸບລາຍງານບັນດາສະຖິຕິ, ຕົວຊີ້ວັດກໍຄືລາຍງານການເງິນໃຫ້ແກ່ພາກສ່ວນກ່ຽວຂ້ອງ ພາຍໃນບໍລິສັດ ກໍຄືພາກສ່ວນອື່ນໆໃຫ້ມີຄວາມຄົບຖ້ວນ ແລະ ທັນເວລາ ເຊິ່ງຜົນສໍາເລັດຂອງການນໍາໃຊ້ປະຕິບັດການທ່າບົກ TOS ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ປະກອບການຂົນສົ່ງທາງບົກ ແລະ ທາງລົດໄຟ ທີ່ຈະໄດ້ມີໂຄງລ່າງພື້ນຖານທາງດ້ານຄົມມະນາຄົມທີ່ທັນສະໄໝ, ມີຄວາມສາມາດໃຫ້ບໍລິການໃນປະລິມານສູງ ແລະ ເຊື່ອມຈອດບັນດາເສັ້ນທາງເຊື່ອມຕໍ່ການຂົນສົ່ງທາງບົກ ສາຍເອເຊຍເລກທີ 12 ( AH12 ) ກໍຄືເສັ້ນທາງລົດໄຟລາວ – ຈີນ ແລະ ລົດໄຟລາວ – ໄທ ທີ່ສາມາດໃຫ້ບໍລິການການຂົນສົ່ງທີ່ມີຕົ້ນທຶນຕໍ່າ ເຊິ່ງຈະນໍາໄປສູ່ການຫຼຸດຜ່ອນຕົ້ນທຶນໂລຊິດສະຕິກຂອງ ສປປ ລາວ ໃຫ້ສາມາດແຂ່ງຂັນໄດ້.

ທັງນີ້, ຜົນສໍາເລັດຂອງການບໍລິການທີ່ເປັນລະບົບຂອງທ່າບົກທ່ານາແລ້ງ ຈະສາມາດຍົກຍ້າຍບໍລິການຄ່ຽນຖ່າຍສິນຄ້າເຂົ້າ – ອອກຕູ້, ການເຕົ້າໂຮມ ແລະ ການກະຈາຍສິນຄ້າມາໄວ້ຢູ່ ສປປ ລາວ ອັນຈະເປັນການສ້າງລາຍຮັບເຂົ້າປະເທດ. ນອກຈາກນັ້ນ, ທີ່ຕັ້ງທ່າບົກທ່ານາແລ້ງຍັງເປັນຈຸດເຊື່ອມຈອດການຂົນສົ່ງສິນຄ້າລົດໄຟລາວ – ໄທ ແລະ ລົດໄຟ ລາວ – ຈີນ ຈຶ່ງສາມາດນໍາໄປສົ່ງການບໍລິການຜ່ານແດນສິນຄ້າລະຫວ່າງໄທ ແລະ ຈີນ ເຊິ່ງຈະເປັນນະວັດຕະກໍາໃໝ່ໃນການນໍາໃຊ້ທ່າບົກທ່ານາແລ້ງ ໃຫ້ເກີດປະສິດທິພາບສູງສຸດ.

ໂອກາດດັ່ງກ່າວ, ທ່ານ ວຽງສະຫວັດ ສີພັນດອນ ກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ໂຄງການທ່າບົກທ່ານາແລ້ງ ກໍຄືບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ທີ່ໄດ້ໃຊ້ເວລາພຽງແຕ່ 9 ເດືອນໃນການກໍ່ສ້າງຈົນມີ ຄວາມສຳເລັດຫຼາຍກວ່າ 90% ແລະ ໄດ້ເຮັດການທົດລອງເປີດນຳໃຊ້ລະບົບບໍລິຫານຂອງທ່າບົກທ່ານາແລ້ງ ເພື່ອກຽມຄວາມພ້ອມໃຫ້ແກ່ການເປີດຢ່າງເປັນທາງການໃນເດືອນພະຈິກ ທີ່ຈະມາເຖິງນີ້. ພ້ອມດຽວກັນນີ້, ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວ ພ້ອມທີ່ຈະສືບຕໍ່ຊຸກຍູ້, ສະໜັບສະໜູນວຽກງານທີ່ກ່ຽວຂ້ອງຂອງໂຄງການໃຫ້ປະສົບຜົນສຳເລັດໃນຕໍ່ໜ້າ.