ໂກແມນ ແຊັກ ປັບຫຼຸດຄາດການເສດຖະກິດອາເມຣິກາລົງ

238

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 7 ກັນຍາ 2021 ວ່າ ໂກແມນ ແຊັກ ( Goldman sachs ) ສະຖາບັນການເງິນລາຍໃຫຍ່ຂອງສະຫະລັດອາເມຣິກາ ໄດ້ປັບຫຼຸດຄາດການເສດຖະກິດຂອງສະຫະລັດອາເມຣິກາ ໃນປີ 2021 ລົງເຫຼືອ 5,7% ເຊິ່ງຫຼຸດລົງຈາກຄາດການໃນຄັ້ງຜ່ານມາທີ່ຄາດວ່າ ຈະຂະຫຍາຍຕົວ 6% ເນື່ອງຈາກໂຄວິດ – 19 ສາຍພັນເດວຕ້າ ກຳລັງລະບາດຢ່າງໜັກ ສົ່ງຜົນໃຫ້ການໃຊ້ຈ່າຍຂອງຜູ້ບໍລິໂພກເລີ່ມຫຼຸດຜ່ອນລົງ, ມາດຕະການກະຕຸ້ນດ້ານການເງິນເລີ່ມຜ່ອນລົງ ແລະ ການຟື້ນຕົວຂອງພາກບໍລິການເປັນໄປຢ່າງຊ້າໆ ເຊິ່ງປັດໄຈເຫຼົ່ານີ້ໄດ້ກາຍເປັນອຸປະສັກຕໍ່ການຂະຫຍາຍຕົວເສດຖະກິດຂອງສະຫະລັດອາເມຣິກາ ໃນໄລຍະກາງ.

ນອກຈາກນີ້, ໂກແມນ ແຊັກ ຍັງໄດ້ປັບເພີ່ມອັດຕາວ່າງງານຂອງສະຫະລັດອາເມຣິກາໃນປີນີ້ ຂຶ້ນສູ່ລະດັບ 4,2% ຈາກຄາດການເດີມຢູ່ທີ່ລະດັບ 4,1%.

ກະຊວງແຮງງານຂອງສະຫະລັດອາເມຣິກາ ເປີດເຜີຍວ່າ: ຕົວເລກອັດຕາການຈ້າງງານນອກພາກກະສິກຳ ເພີ່ມຂຶ້ນພຽງ 235.000 ຕຳແໜ່ງ ໃນເດືອນສິງຫາ ເຊິ່ງຕ່ຳກວ່າຕົວເລກທີ່ຄາດການໄວ້ ທີ່ຄາດວ່າຈະຢູ່ໃນລະດັບ 720.000 ຕຳແໜ່ງ ແລະ ຕ່ຳກວ່າເດືອນກໍລະກົດທີ່ເພີ່ມຂຶ້ນສູງ ເຖິງ 1.053.000 ຕຳແໜ່ງ, ສິ່ງດັ່ງກ່າວໄດ້ບົ່ງຊີ້ວ່າ ຕະຫຼາດແຮງງານຂອງສະຫະລັດອາເມຣິກາ ໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ສາຍພັນເດວຕ້າ