ສະເປີ ກຽມປັບໄໝເງິນ 3 ນັກເຕະທີ່ລະເມີດຄໍາສັ່ງ ເດີນທາງເຂົ້າຮ່ວມທີມຊາດອາກຊັງຕິນ

372

ທ໊ອດແນມ ຮ໊ອດສະເປີ ສະໂມສອນຍັກໃຫຍ່ໃນພຣີເມຍລີກ ອັງກິດ ກຽມສັ່ງປັບໄໝ 3 ນັກເຕະຊາວອາເມຣິກາໃຕ້ ທີ່ລະເມີດຄໍາສັ່ງຫ້າມເດີນທາງກັບໄປຮັບໃຊ້ຊາດໃນໄລຍະພັກ ເພື່ອຫຼີກທາງໃຫ້ກັບການແຂ່ງຂັນລາຍການທີມຊາດ ຈາກການເປີດເຜີຍຂອງ ເດິ ມິເຣີ ສື່ຊັ້ນນໍາຂອງປະເທດອັງກິດ.

ກ່ອນໜ້ານີ້ ສະເປີ ໄດ້ແຈ້ງກັບ ຄຣິສຕຽນ ໂຣເມໂຣ ກັບ ໂລ ເຊລໂຊ 2 ນັກເຕະທີມຊາດອາກຊັງຕິນ ແລະ ດາວິນ ຊອນ ຊານເຊຊ ກອງຫຼັງທີມຊາດໂຄລົມບີ ຫ້າມເດີນທາງໄປຫຼິ້ນໃຫ້ກັບທີມຊາດບ້ານເກີດ ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນອາເມຣິກາໃຕ້.

ແຕ່ວ່າ 3 ນັກເຕະດັ່ງກ່າວກັບລະເມີດຄໍາສັ່ງຂອງສະໂມສອນ ແລະ ເດີນທາງໄປຮັບໃຊ້ປະເທດບ້ານເກີດ ໂດຍສະເພາະ ໂຣເມໂຣ ກັບ ເຊລໂຊ ທີ່ສ້າງປະເດັ່ນໃຫຍ່ ເມື່ອລົງແຂ່ງຂັນໃຫ້ກັບທີມຊາດອາກຊັງຕິນ ນັດທີ່ພົບກັບ ທີມຊາດບຣາຊິລ ໃນທ້າຍອາທິດ ທີ່ຜ່ານມາ ກ່ອນຖືກເຈົ້າໜ້າທີ່ ແລະ ທີມແພດສັ່ງໃຫ້ນັດດັ່ງກ່າວຍົກເລີກ ຫຼັງຈາກທີ່ແຂ່ງຂັນໄດ້ພຽງ 4 ນາທີ ເນື່ອງຈາກເດີນທາງມາຈາກປະເທດທີ່ສຸມສ່ຽງຈາກ ໂຄວິດ-19 ເຊິ່ງປະເທດອັງກິດ ແມ່ນຢູ່ໃນລາຍຊື່ປະເທດສ່ຽງຂອງ ບຣາຊິລ.

ເຮັດໃຫ້ ເຊລໂຊ, ໂຣເມໂຣ ແລະ ຊານເຊຊ ຈະຖືກບົດລົງໂທດປັບໄໝເງິນ ຈາກການທີ່ເດີນທາງໄປຊ່ວຍທີມຊາດ ທັງທີ່ບໍ່ໄດ້ຮັບອະນຸຍາດຈາກສະໂມສອນ ແລະ ແນ່່ນອນຈະເຮັດໃຫ້ພວກເຂົາຖືກກັກຕົວ ພ້ອມກັບພາດໂອກາດລົງສະໜາມໃຫ້ກັບ ສະເປີ ເຖິງ 3 ນັດ ຫຼັງຈາກທີ່ກັບມາຮອດປະເທດອັງກິດ.