ຣາດູຄານູ ນັກເທັນນິສດາວເດັ່ນອາຍຸ 18 ປີເຂົ້າຮອບ 8 ຄົນສຸດທ້າຍແກຣນສະແລມຄັ້ງທໍາອິດ

353
Emma Raducanu, of Britain, returns a shot against Shelby Rogers, of the United States, during the fourth round of the US Open tennis championships, Monday, Sept. 6, 2021, in New York. (AP Photo/Seth Wenig)

ເອມມາ ຣາດູຄານູ ນັກເທັນນິສຍິງດາວເດັ່ນອາຍຸ 18 ປີສ້າງຜົນງານໂດດເດັ່ນເອົາຊະນະ ເຊລບີ ໂຣເຈີ ນັກເທັນນິສເຈົ້າບ້ານ 2 ເຊັດລວດ ຜ່ານເຂົ້າຮອບ 8 ຄົນສຸດທ້າຍໃນລາຍການລະດັບແກຣນສະແລັມຄັ້ງທໍາອິດໃນອາຊີບ ລາຍການ ຢູເອັສ ໂອເພັນ 2021 ທີ່ສະຫະລັດອາເມຣິກາ ເມື່ອວັນທີ 6 ກັນຍາ 2021.

ແມັດດັ່ງກ່າວ ເອມມາ ຣາດູຄານູ ມຶື 150 ຂອງໂລກຈາກສະຫະຣາຊາອະນາຈັກ ສາມາດເອົາຊະນະ ໂຣເຈີ 2-0 ເຊັດ 6-2 ແລະ 6-1 ໃຊ້ເວລາໄປ 1 ຊົ່ວໂມງກັບ 7 ນາທີ ຜ່ານເຂົ້າຮອບ 8 ຄົນສຸດທ້າຍໄປພົບກັບ ເບລິນດາ ເບນຊິຊ ຈາກສະວິດ.

ການໄດ້ເຂົ້າຮອບ 8 ຄົນສຸດທ້າຍ ເປັນຄັ້ງທໍາອິດຂອງ ຣາດູຄານູ ໃນລາຍການລະດັບແກຣນສະແລມ ເພາະກ່ອນໜ້ານີ້ລົງແຂ່ງຂັນລາຍການ ວິມເບິລດັນ ຢຸດທີ່ຮອບ 16 ຄົນສຸດທ້າຍ ໂດຍລາວລົງແຂ່ງຂັນໃນ 4 ແມັດຂອງ ຢູເອັສ ໂອເພັນ 2021 ຍັງບໍ່ເສຍຈັດເຊັດເລີຍ. ນອກນັ້ນ ຍັງກາຍເປັນນັກເທັນນິສຈາກຮອບຄັດເລືອກຄົນທີ 3 ທີ່ສາມາດຜ່ານເຂົ້າເຖິງຮອບ 8 ຄົນສຸດທ້າຍຕໍ່ຈາກ ບາບາຣາ ເກີເຄນ ທີ່ເຄີຍເຮັດໄດ້ໃນປີ 1981 ແລະ ໄຄຢາ ຄາເນປີ ທີ່ເຮັດໄດ້ໃນປີ 2017.
ຮູບຈາກ: AP