ໄປເບິ່ງຄວາມພ້ອມດ້ານການແພດຂອງ ທີມຊາດຍິງລາວ ຊຸດໃຫຍ່ ຈະໄປກັກຕົວທີ່ ໄຕ້ຫວັນ ກ່ອນແຂ່ງ

429

ດັ່ງທີ່ຮູ້ໄລຍະນີ້ໃນທົ່ວໂລກມີການແຜ່ລະບາດຂອງໂຄວິດ-19 ຢ່າງໜັກ ເຊັ່ນດຽວກັບ ທີມຊາດຍິງລາວ ຊຸດໃຫຍ່ ທີ່ຈະເດີນທາງໄປແຂ່ງຂັນບານເຕະຍິງ ຊີງແຊັມອາຊີ 2022 ຮອບຄັດເລືອກທີ່ໄຕ້ຫວັນ ໃນວັນທີ 7 ກັນຍາ 2021 ເຊິ່ງຕ້ອງມີການກັກຕົວຕາມລະບຽບກ່ອນການແຂ່ງຂັນ.

ຫຼ້າສຸດ ທ່ານ ນາງ ຕິກຕ້າ ດວງພະຈັນ ແພດປະຈໍາທີມ ເຊິ່ງເປັນແພດປະຈໍາສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດ-ການຄ້າ ຂອງພວກເຮົາວ່າ: ດັ່ງທີ່ຮູ້ໄລຍະນີ້ພວກເຮົາມີຄວາມຫຍຸ້ງຍາກ ເພາະໄດ້ຮັບຜົນກະທົບຈາກ ໂຄວິດ-19. ຢ່າງໃດກໍຕາມ ພວກເຮົາກໍມີວິທີຮັບມື ແລະ ປ້ອງກັນຢ່າງເຄັ່ງຄັດ ເຊິ່ງນັບແຕ່ທີມຊາດຍິງລາວ ເຂົ້າສູນມາແມ່ນໄດ້ຕິດຕາມ ແລະ ປະຕິບັດຕາມມາດຕະການຢ່າງໃກ້ຊິດຄື ກ່ອນເຂົ້າສູນແມ່ນຄະນະນໍາ, ຄູຝຶກ ແລະ ນັກເຕະ ຕ້ອງເຂົ້າກວດພາເຊື້ອໂຄວິດ-19 ກ່ອນຈະລົງຊ້ອມກໍຕ້ອງມີການກວດອຸ່ນຫະພູມ ແລະ ລ້າງມືດ້ວຍສະເປຂ້າເຊື້ອທຸກໆຄັ້ງ.

“ ຫຼ້າສຸດເມື່ອທ້າຍອາທິດທີ່ຜ່ານ ຄະນະນໍາ, ຄູຝຶກ ແລະ ນັກເຕະ ແມ່ນໄດ້ໄປກວດຫາເຊື້ອໂຄວິດ-19 ຄັ້ງທີ 2 ເປັນທີ່ຮຽບຮ້ອຍແລ້ວ ກ່ອນຈະອອກເດີນທາງໄປໄຕຫວັນ ໃນຄໍ່າຄືນຂອງວັນທີ 7 ກັນຍາ 2021 ໂດຍຄູຝຶກ ແລະ ນັກກີລາທຸກຄົນຕ້ອງໃສ່ຜ້າປິດປາກ ແລະ ມີເຈວລ້າງມືປະຈໍາຕົວ ຈົນເຖິງ ວັນທີ 8 ກັນຍາ 2021 ແມ່ນຈະຮອດໄຕຫວັນ ແລະ ໄປກັກຕົວຢູ່ໂຮງແຮມລະຫວ່າງວັນທີ 9-14 ກັນຍາ 2021 ເຊິ່ງໄລຍະນີ້ນັກກີລາແມ່ນຈະມີການຝຶກຊ້ອມຜ່ານລະບົບອອນລາຍ ແລະ ວັນທີ 15 ກັນຍາ 2021 ແມ່ນໄປຊ້ອມຢູ່ສະໜາມແຂ່ງຂັນຕົວຈິງ ກ່ອນຮອດມື້ແຂ່ງຂັນ ” ແພດປະຈໍາທີມ ກ່າວ.

ນາງ ຕິກຕ້າ ກ່າວອີກວ່າ: ຫຼັງຈາກແຂ່ງຂັນສໍາເລັດໃນວັນທີ 19 ກັນຍາ 2021, ວັນທີ 20-22ກັນຍາ ແມ່ນພັກ ແລະ ກັກຕົວຢູ່ໂຮງແຮມ ເພື່ອກະກຽມການເດີນທາງກັບ ໃນວັນທີ 23 ກັນຍາ 2021 ຈາກ ໄຕ້ຫວັນ ມາ ອິນຊອນສ.ເກົາຫຼີ ແລະ ວັນທີ 24 ກັນຍາ 2021 ເດີນທາງຈາກ ອິນຊອນ ມາ ນະຄອນຫຼວງວຽງຈັນ ເຊິ່ງຈະສືບຕໍ່ກັກຕັວເປັນໄລຍະເວລາ 14 ມື້ືທີ່ສູນຝຶກຊ້ອມທີມຊາດ ຫຼັກ 16 ຈິ່ງຈະສາມາດກັບບ້ານໄດ້ ແລະ ເມື່ອກັບບ້ານໄປແລ້ວກໍສືບຕໍ່ກັກຕົວອີກ 14 ມື້ ຈິ່ງຈະສາມາດອະນຸຍາດໃຫ້ ນັກກີລາ ໃຊ້ຊີວິດແບບປົກກະຕິໄດ້.

ສໍາລັບ ການເດີນທາງໄປຄັ້ງນີ້ມີ ຄະນະນໍາ + ຄະນະຄູຝຶກ ຈໍານວນ 11 ທ່ານ ( ແພດ 2 ທ່ານ ) ແລະ ນັກກີລາຍິງ 23 ຄົນ ໂດຍຕາຕະລາງແຂ່ງຂັນມີດັ່ງນີ້:
+ວັນທີ 16 ກັນຍາ 2021 ເວລາ 19:00 ໂມງ ລາວ ພົບ ໄຕ້ຫວັນ ທີ່ສະໜາມ National Stadium, Kaohsiung City.
+ວັນທີ 19 ກັນຍາ 2021 ເວລາ 19:00 ໂມງ ລາວ ພົບ ບາເຣນ ທີ່ສະໜາມ National Stadium, Kaohsiung City.
ຂ່າວ: ຄໍາສອນ; ຮູບ: ຂັນທະລີ ຕະຕີເດດ ແລະ ຫຼ້າ MKP