7 ກັນຍາ ລາວ ມີຜູ້ຕິດເຊື້ອ 307 ຄົນ ຊຸມຊົນ 86 ຄົນ ໃນນັ້ນ ແຂວງຄຳມ່ວນມີຫຼາຍກວ່າໝູ່

640

ວັນທີ 7 ກັນຍາ ສປປລາວ ພົບກໍລະນີຕິດເຊື້ອໂຄວິດ-19 ເພີ່ມ307 ຄົນ; ໃນນິີ້ເປັນກໍລະນີໃນຊຸມຊົນພາຍໃນ 86 ຄົນ ຫຼາຍກວ່າໝູ່ແມ່ນແຂວງຄຳມ່ວນ 29 ຄົນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈຳວັນທີ 7 ກັນຍາ 2021 ວ່າ: ວັນທີ 6 ກັນຍາ 2021 ໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 4.159 ຄົນ ຜົນກວດພົບຜູ້ຕິດເຊື້ອໃໝ່ 307 ຄົນ. ໃນນີ້ຕິດເຊື້ອໃນຊຸມຊົນ 86 ຄົນ ເປັນຜູ້ສໍາຜັດໃກ້ຊິດນໍາຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍເຂົ້າ ມີ 221 ຄົນ ຈາກ ສະຫວັນນະເຂດ 195 ຄົນ, ຈໍາປາສັກ 14 ຄົນ, ສາລະວັນ 10 ຄົນ ແລະ ຄຳມ່ວນ 2 ຄົນ, ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ສຳລັບລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້: ຄໍາມ່ວນ 29 ຄົນ: ແພດທີ່ຈຳກັດບໍລະເວນ 2 ຄົນ, ຊຸມຊົນໂພນສະຫວ່າງ 8 ຄົນ, ຕະຫລາດຫລັກ 3 ມີ 1 ຄົນ, ຄອບຄົວພະນັກງານໄຟຟ້າ 3 ຄົນ, ໂຮງຮຽນ ການເມືອງ: 5 ຄົນ ແລະ ຊຸມຊົນອື່ນໆ 10 ຄົນ; ສະຫວັນນະເຂດ 26 ຄົນ: ສະຫັວນ ປາກ 2 ກໍລະນີ, ພະນັກງານຫ້ອງການກຸ່ມ 2 ກໍລະນີ ແລະ ຄອບຄົວພະນັກງານກຸ່ມ 1 ກໍລະນີ , ສ່ວນທີ່ເຫຼືອແມ່ນສໍາຜັດກັບກໍລະນີຕິດເຊື້ອທີ່ຜ່ານມາ ແລະ ອີກສ່ວນທີ່ເຫຼືອທີມງານລະບາດກຳລັງສອບສວນ ແລະ ເກັບກໍາຂໍ້ມູນເພີ່ມເຕີມ.

ສຳລັບຢູ່ແຂວງບໍ່ແກ້ວ 13 ຄົນ: ເຂດເສດຖະກິດພິເສດ ສາມຫຼຽ່ມຄໍາ 11 ຄົນ (ຕຳຫລວດ 02, ຄົນຈີນ 9), 1 ຈາກ ບ້ານຂອນແກ້ວ ເມືອງຫ້ວຍຊາຍ; ຢູ່ແຂວງຈຳປາສັກ 10 ຄົນ: ມາຈາກຊຸມຊົນ ເຂດ ຫລັກ 40 ກ່ຽວພັນກັບ ກຸ່ມໂຮງໝໍ ເມືອງປະທຸມພອນ; ສາລະວັນ 4 ຄົນ: ແມ່ນ ກຸ່ມ ທີ່ພົວພັນ ກັບ ເຈົ້າໜ້າທີ່ ໄອຍະການ ແລະ ຫ້ອງການຍຸດທິທຳແຂວງ ທີ່ເຄີຍໄດ້ ລາຍງານໃນ ສອງວັນຜ່ານມາ; ຢູ່ແຂວງຫຼວງນໍ້າທາ 2 ຄົນ: ຈາກບ້ານວຽງເງີນ, ເມືອງນ້ໍາທາ ພົວພັນ ກັບ ຜູ້ຕິດເຊື້ອ ຜ່ານມາຈາກບ້ານທົ່ງໄຈ້ເໜືອ, ເມືອງນ້ໍາທາ; ສະເພາະຢູ່ນະຄອນຫຼວງວຽງຈັນ 1 ຄົນ: ບ້ານ ດອນດູ່ ເມືອງ ຫາດຊາຍຟອງ ເປັນລູກ ຂອງຜູ້ທີ່ຕິດເຊື້ອ ຊື່ງໄດ້ລາຍງານ ໄລຍະວັນທີ 24 ສິງຫາ ຜ່ານມາ ແລະ ຢູ່ແຂວງຫຼວງພະບາງ 1 ຄົນ: ແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ.

ມາຮອດປະຈຸບັນທົ່ວປະເທດ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດໝົດ 16.365 ຄົນ, ມີຜູ້ເສຍຊີວິດສະສົມທັງໝົດ 16 ຄົນ ແລະ ຍັງມີຜູ້ກຳລັງປິ່ນປົວທົງໝົດ ຈຳນວນ 5.019 ຄົນ, ສ່ວນວຽກງານການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນທົ່ວປະເທດ ວັນທີ 6 ກັນຍາຜ່ານມາ ມີຜູ້ເດີນທາງເຂົ້າ ສປປ ລາວ ຈຳນວນ 1.814 ຄົນ ແລະ ທົ່ວປະເທດມີສູນຈຳກັດບໍລິເວນທັງໝົດ 90 ສູນ ກັບ 54 ໂຮງແຮມ ເຊິ່ງມີຜູ້ຈຳກັດບໍລິເວນທັງໝົດ 8.438 ຄົນ.