ບໍລິສັດລົງທຶນລາຍໃຫຍ່ຂອງໂລກ ຍັງເຊື່ອໝັ້ນຕະຫຼາດຈີນ

189

ສຳນັກຂ່າວ CNN ລາຍງານໃນວັນທີ 6 ກັນຍາຜ່ານມາວ່າ: ບັນດາບໍລິສັດດ້ານການລົງທຶນລາຍໃຫຍ່ຂອງໂລກຫຼາຍແຫ່ງ ຍັງມີຄວາມເຊື່ອໝັ້ນໃນຕະຫຼາດຈີນ ໂດຍຄິດວ່າການທີ່ລັດຖະບານອອກມາດຕະການຄຸມເຂັ້ມບໍລິສັດເຕັກໂນໂລຊີ ເປັນສິ່ງທີ່ຈຳເປັນ ແລະ ຄວນເຮັດມານານແລ້ວ.

ລາຍງານລະບຸວ່າ ບໍລິສັດດ້ານການລົງທຶນໄດ້ແລເຫັນວ່າ ຂະນະນີ້ຕະຫຼາດຈີນ ເປັນຈຸດໝາຍທີ່ໜ້າລົງທຶນເປັນຢ່າງຍິ່ງ ເນື່ອງຈາກວ່າ ຈີນ ມີສັກກະຍະພາບໜ້າດຶງດູດໄລຍະຍາວ. ນັກວິເຄາະຄາດການວ່າ ຈີດີພີ ຂອງຈີນ ຍັງຄົງເຕີບໂຕໃນລະດັບສູງໃນອີກ 10 ປີຂ້າງໜ້າ ເຊິ່ງນັ້ນໄດ້ບົ່ງຊີ້ວ່າຊົນຊັ້ນກາງໃນຈີນ ຈະມີກຳລັງຊື້ເພີ່ມຂຶ້ນອີກ.

ນອກຈາກນີ້, ເງິນຢວນ ຍັງແຂງຄ່າເມື່ອທຽບກັບເງິນໂດລາ, ຂະນະທີ່ພັນທະບັດຂອງລັດຖະບານຈີນ ກໍມີຜົນງານດີ ສົ່ງຜົນເຮັດໃຫ້ຈີນ ເປັນແຫຼ່ງລົງທຶນສຳລັບນັກລົງທຶນຕ່າງຊາດ. ທັງນີ້ຕະຫຼອດຫຼາຍເດືອນຜ່ານມາ ລັດຖະບານຈີນ ໄດ້ກວດສອບພຶດຕິກຳການດຳເນີນທຸລະກິດຂອງບໍລິສັດຫຼາຍແຫ່ງ ນັບແຕ່ບໍລິສັດດ້ານເຕັກໂນໂລຊີ ໄປເຖິງທຸລະກິດດ້ານການສຶກສາ ໂດຍໄດ້ອ້າງເຖິງເຫດຜົນໃນການຄຸມເຂັ້ມຕໍ່ທຸລະກິດພາກເອກະຊົນວ່າ ມາຈາກຄວາມກັງວົນກ່ຽວກັບອິດທິພົນຂອງເຕັກໂນໂລຊີທີ່ເພີ່ມຂຶ້ນເລື້ອຍໆ.