ການຊ່ວຍເຫຼືອລ້າໃຫ້ແກ່ແມ່ ແລະ ເດັກກ່ອນໄວຮຽນ ການໂອນເງິນຄັ້ງທໍາອິດໃຫ້ຜູ້ໄດ້ຮັບຜົນປະໂຫຍດພາຍໃຕ້ຂໍ້ລິເລີ່ມທີ່ໄດ້ເລີ່ມຕົ້ນໃນແຂວງອັດຕະປື

255

ການຊ່ວຍເຫຼືອລ້າໃຫ້ແກ່ ແມ່ ແລະ ເດັກກ່ອນໄວຮຽນ ( MECG ) ແມ່ນສ່ວນໜຶ່ງຂອງຂໍ້ລິເລີ່ມຮ່ວມກັນລະຫວ່າງອົງການ UNICEF, ILO ແລະ UNCDF ແນໃສ່ປັບປຸງການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ການປົກປ້ອງເດັກໃນ ສປປ ລາວ ສຳລັບແມ່ມານ ແລະ ເດັກ.

ວັນທີ 12 ສິງຫາ 2021 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອັດຕະປື ແລະ ບໍລິສັດ Star Fintech ( ບໍລິສັດຍ່ອຍຂອງບໍລິສັດ Star Telecom ) ໄດ້ເລີ່ມຕົ້ນໂອນເງິນສົດເປັນຄັ້ງທໍາອິດໃຫ້ແກ່ບັນດາຜູ້ຮັບຜົນປະໂຫຍດພາຍໃຕ້ຂໍ້ລິເລີ່ມການຊ່ວຍເຫຼືອລ້າໃຫ້ແກ່ ແມ່ ແລະ ເດັກກ່ອນໄວຮຽນ ( MECG ) ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 982 ຄົນ ໃນ 46 ບ້ານຂອງເມືອງສະໜາມໄຊ ທີ່ໄດ້ເຂົ້າຮ່ວມໂຄງການ MECG ເຊິ່ງເປັນການທົດລອງໂອນເງິນສົດໃຫ້ແກ່ແມ່ມານ ແລະ ເດັກກ່ອນໄວຮຽນ ໂດຍມີຈຸດປະສົງເພື່ອປັບປຸງການໃຫ້ວັກແຊັງກັນພະຍາດ ແລະ ການເຂົ້າເຖິງການຝາກທ້ອງ ແລະ ການບໍລິການຮັກສາສຸຂະພາບຫຼັງເກີດລູກ ພ້ອມທັງການບໍລິການປົກປ້ອງເດັກ ລວມທັງແມ່ມານ 529 ຄົນ ແລະ ເດັກ 453 ຄົນ ທີ່ມີອາຍຸຕໍ່າກວ່າ 6 ເດືອນ.

อาจเป็นรูปภาพของ 1 คน, กำลังนั่ง, กำลังยืน, กลางแจ้ง และต้นไม้

ມາຮອດປັດຈຸບັນການຈ່າຍເງິນແມ່ນຜ່ານວິທີການຈ່າຍເງິນສົດເຖິງປະຕູເຮືອນໃນ 37 ບ້ານ ແລະ ມີຜູ້ໄດ້ຮັບຜົນປະໂຫຍດ 402 ຄົນ ເຊິ່ງໄດ້ກວມເອົາປະມານ 63% ຂອງການຈ່າຍເງິນແລ້ວ, ການຈ່າຍເງິນຄັ້ງທໍາອິດນີ້ຈະສໍາເລັດໃນບໍ່ເທົ່າໃດອາທິດຕໍ່ໜ້າ ແລະ ຫຼັງຈາກນັ້ນຈະໄດ້ເລີ່ມຕົ້ນຈ່າຍເງິນຜ່ານແອັບການຈ່າຍເງິນທາງເອເລັກໂຕຣນິກ “ u-money ”.

ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສະຫວັດດີການສັງຄົມ ກະຊວງ ຮສສ ກ່າວວ່າ: “ ລັດຖະບານ ແຫ່ງ ສປປ ລາວ ຮັບຮູ້ວ່າການປົກປ້ອງທາງສັງຄົມມີບົດບາດສໍາຄັນໃນການຫຼຸດຜ່ອນ ຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບ ໃນຂະນະດຽວກັນກໍສົ່ງເສີມການພັດທະນາເສດຖະກິດ – ສັງຄົມ ແລະ ການຢູ່ຮ່ວມກັນຂອງສັງຄົມ. ເງິນສົດຢູ່ໃນມືຂອງແມ່ມານ ແລະ ແມ່ທີ່ພວມໃຫ້ນົມລູກຈະຊ່ວຍປັບປຸງໝາກຜົນດ້ານສຸຂະພາບ ແລະ ໂພຊະນາການຢູ່ໃນບັນດາເມືອງເປົ້າໝາຍ. ຍິ່ງໄປກວ່ານັ້ນ, ແຜນງານດັ່ງກ່າວບໍ່ພຽງແຕ່ເປັນຜົນປະໂຫຍດສະເພາະຕໍ່ເດັກເທົ່ານັ້ນ ແຕ່ຍັງເປັນຜົນປະໂຫຍດແບບຂະຫຍາຍເປັນວົງ ກວ້າງໄປເຖິງຄອບຄົວ, ຊຸມຊົນ ແລະ ປະຊາຊົນໃນທົ່ວປະເທດອີກດ້ວຍ ”.

อาจเป็นรูปภาพของ 1 คน และกำลังยืน

ບັນດາຜູ້ໄດ້ຮັບຜົນປະໂຫຍດຈາກຂໍ້ລິເລີ່ມດັ່ງກ່າວຈະໄດ້ຮັບຜົນປະໂຫຍດໂດຍກົງ ເດືອນລະ 150.000 ກີບ ເຊິ່ງເປັນການຈ່າຍເງິນທຸກໆ 2 ເດືອນເປັນຈໍານວນ 300.000 ກີບ ຜ່ານ u-money ແລະ ວິທີການນໍາສົ່ງເງິນສົດເຖິງປະຕູເຮືອນ ໂດຍ Star Fintech, ຂັ້ນຕອນດັ່ງກ່າວຍັງອີງໃສ່ລະບົບຄຸ້ມຄອງຂໍ້ມູນຂ່າວສານທາງຄອມພິວເຕີ ( MIS ) ເພື່ອຮັບປະກັນໃຫ້ເຖິງເປົ້າໝາຍທີ່ຖືກຕ້ອງ ແລະ ການຈ່າຍເງິນສົດໃຫ້ທັນເວລາ.

ໄດ້ຈັດຕັ້ງປະຕິບັດການທົດລອງ MECG ໃນທຸກບ້ານຂອງເມືອງສະໜາມໄຊ ແລະ ເມືອງພູວົງ ຂອງແຂວງອັດຕະປື, ຄຽງຄູ່ກັບເມືອງນອງ ຂອງແຂວງສະຫວັນນະເຂດ. ຜ່ານການບໍລິການແບບເຄື່ອນທີ່ຂອງພະນັກງານສາທາລະນະສຸກ ແລະ ການໄປຢ້ຽມຢາມເປັນປົກກະຕິ ໂດຍອົງການພາກລັດໃນທ້ອງຖິ່ນ ເຊັ່ນ: ສະຫະພັນແມ່ຍິງຂັ້ນບ້ານ ( ສຍລບ ) ແລະ ຕານ່າງປົກປ້ອງເດັກ ( CPN ) ຈະໄດ້ລະດົມຊຸກຍູ້ໃຫ້ບັນດາຜູ້ໄດ້ຮັບຜົນປະໂຫຍດເຂົ້າເຖິງການບໍລິການ ເພື່ອຮັບປະກັນການນໍາໃຊ້ເງິນສົດໃຫ້ດີພາຍໃຕ້ໂຄງການນີ້.

อาจเป็นรูปภาพของ 3 คน, ผู้คนกำลังนั่ง, ผู้คนกำลังยืน และกลางแจ้ง

ໂຄງການທົດລອງ MECG ເປັນສ່ວນໜຶ່ງຂອງໂຄງການຮ່ວມກັນຂອງອົງການສະຫະປະຊາຊາດ ( UNJP ) ທີ່ເອີ້ນວ່າ: “ ພວກເຮົາພ້ອມກັນກ້າວໄປ: ສ້າງລະບົບປົກປ້ອງສັງຄົມຂັ້ນພື້ນຖານໃນ ສປປ ລາວ ” ເຊິ່ງເປັນຂໍ້ລິເລີ່ມຮ່ວມກັນລະຫວ່າງອົງການຢູນີເຊັບ, ອົງການແຮງງານສາກົນ ( ILO ) ແລະ ອົງການສະຫະປະຊາຊາດກອງທຶນ ເພື່ອພັດທະນາທຶນ ( UNCDF ), ໂຄງການຮ່ວມມືກັນນີ້ມີຈຸດປະສົງເພື່ອສ້າງຂີດຄວາມສາມາດຂອງລັດຖະບານ ແຫ່ງ ສປປ ລາວ ໃນການວາງແຜນການ, ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ( NSPS ) ທີ່ໄດ້ລົງນາມເຊັ່ນໃນເດືອນເມສາ ປີ 2020 ເຊິ່ງເປັນແຜນທີ່ເສັ້ນທາງເພື່ອພັດທະນາລະບົບການປົກປ້ອງທາງສັງຄົມ ເຊິ່ງມີ MECG ເປັນໂຄງການຕົ້ນຕໍພາຍໃນຍຸດທະສາດນີ້.

อาจเป็นรูปภาพของ 1 คน และกำลังยืน

ການຈັດຕັ້ງປະຕິບັດໂຄງການຮ່ວມກັນຂອງອົງການສະຫະປະຊາຊາດ ( UNJP ) ນຳພາໂດຍ ກະຊວງ ຮສສ ດ້ວຍການຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ, ອຳນາດການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງຂອງບັນດາເມືອງທົດລອງ ແລະ ອົງການສະຫະປະຊາຊາດປະຈຳ ສປປ ລາວ, ໂຄງການດັ່ງກ່າວຈັດຕັ້ງປະຕິບັດຕັ້ງແຕ່ເດືອນມັງກອນ 2020 ເຖິງເດືອນມີນາ 2022.

ແຜນງານດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຈາກກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດຂອງອົສຕຣາລີ ( DFAT ) ແລະ ກອງທຶນຮ່ວມກັນຂອງ SDG ກ່ຽວກັບການປົກປ້ອງທາງສັງຄົມ ໂດຍມີກະຊວງ ຮສສ ເປັນຜູ້ນຳພາ ແລະ ມີການປະສານງານໃນການຈັດຕັ້ງປະຕິບັດທັງໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໂດຍມີການສະໜັບສະໜູນດ້ານວິຊາການຈາກອົງການຢູນີເຊັບ ປະຈໍາ ສປປ ລາວ.