ທ່ານລັດຖະມົນຕີກະຊວງ ອຄ ລົງຊຸກຍູ້ການດໍາເນີນທຸລະກິດຂອງ ລນລ

1154

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຄ ປະທານສະພາບໍລິຫານ ລນລ ໄດ້ກ່າວວ່າ: ລນລ ໄດ້ສ້າງຕັ້ງຂຶ້ນໃນປີ 1976 ທີ່ເປັນຂະແໜງການໜຶ່ງຂອງ ກະຊວງ ສະໜອງວັດຖຸ – ເຕັກນິກ; ໃນປີ 1980 ໄດ້ຈັດຕັ້ງເປັນ ບໍລິສັດ ສະໜອງວັດຖຸເຊື້ອໄຟ ແລະ ໃນປີ 1986 ໄດ້ປ່ຽນຊື່ມາເປັນ ລນລ ຈົນເຖິງປັດຈຸບັນນີ້; ໃນປີ 1992 ໄດ້ມີການປະຕິຮູບການຈັດຕັ້ງຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບການດຳເນີນທຸລະກິດ ແລະ ຮັບໃຊ້ໜ້າທີ່ການເມືອງຕາມນະໂຍບາຍຂອງລັດຖະບານ.

อาจเป็นรูปภาพของ 1 คน, ดอกไม้ และสถานที่ในร่ม

ລນລ ມີໜ້າທີ່ພາລະບົດບາດທີ່ສຳຄັນ ຄື: ສະໜອງນໍ້າມັນໃຫ້ແກ່ວຽກງານການສ້າງສາພັດທະນາເສດຖະກິດ – ສັງຄົມ ແລະ ວຽກງານປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ໃຫ້ພຽງພໍ ແລະ ທົ່ວເຖິງ, ໃນເວລາດຽວກັນ ລນລ ຍັງຕ້ອງເຮັດໜ້າທີ່ທຸລະກິດແຂ່ງຂັນກັບບັນດາ ບໍລິສັດ ນໍ້າມັນເອກະຊົນ ແລະ ບໍລິສັດນໍ້າມັນຂ້າມຊາດອື່ນໆ. ປັດຈຸບັນ ລນລ ມີ 7 ສາຂາ, ມີສາງ 18 ແຫ່ງ ທີ່ຕັ້ງຢູ່ໃນທຸກພາກຂອງປະເທດ ແລະ ສາມາດບັນຈຸນໍ້າມັນໄດ້ 25,50 ລ້ານລິດ, ມີປໍ້າຕົວແບບຂອງຕົນເອງ 19 ແຫ່ງ, ໄດ້ຮັບລາງວັນຫຼຽນຄໍາ 2 ຄັ້ງ ທາງດ້ານຄຸນນະພາບ ແລະ ການບໍລິຫານຈັດການຈາກອົງການ Business Initiative Directions ( BID ) ແລະ ໄດ້ກາຍເປັນບໍລິສັດທີ່ໄດ້ຮັບຄວາມເຊື່ອໝັ້ນຈາກບັນດາໂຄງການກໍ່ສ້າງຕ່າງໆທັງພາຍໃນ ແລະ ຕ່າງປະເທດ.

อาจเป็นรูปภาพของ 7 คน, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม

ທ່ານ ອະນຸສິນ ພົນເສນາ ກ່າວວ່າ: ລນລ ແມ່ນປະກອບມີ ລນລ ນໍາເຂົ້າ ແລະ ສົ່ງອອກ, ລນລ ຈໍາໜ່າຍນໍ້າມັນເຊື້ອໄຟ ແລະ ລນລ ຂົນສົ່ງ ໂດຍລັດຖືຮຸ້ນ 100% ໂຄງຮ່າງການຈັດຕັ້ງ ປະກອບມີ: ຄະນະສະພາບໍລິຫານ, ຄະນະຜູ້ອໍານວຍການ ແລະ ພະນັກງານທັງໝົດ 489 ທ່ານ ( ຍິງ 128 ທ່ານ ) ຫ້ອງການສໍານັກງານໃຫຍ່ ຕັ້ງຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ນອກຈາກນັ້ນ, ລນລ ຍັງໄດ້ລົງທຶນ ແລະ ຮ່ວມມືກັບຕ່າງປະເທດ ປະກອບມີຄື: ໂຮງກັ່ນນ້ຳມັນ ລາວ – ຈີນ ( ຢູ່ຂັ້ນຕອນເລີ່ມນຳເຂົ້າວັດຖຸດິບ ແລະ ກຽມທົດລອງຜະລິດ ), ໂຮງກັ່ນນ້ຳມັນເຕົາຈາກຢາງຕີນລົດ ຫຼັກ 36 ( ໄດ້ຢຸດການບໍລິການມາໄດ້ 3 ປີແລ້ວ ) ແລະ ໂຮງກັ່ນນ້ຳມັນລາວດົງຈອງ ( ຢຸດຕິການກໍ່ສ້າງໄວ້ຊົ່ວຄາວ ).

ດ້ານການດໍາເນີນທຸລະກິດຜ່ານມາ ເຫັນວ່າມີປະສິດທິຜົນ, ມີຜົນກຳໄລ, ສາມາດຖອກເງິນປັນຜົນ, ພັນທະຕ່າງໆ ແລະ ສາມາດສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ ເຊິ່ງກວມສ່ວນແບ່ງຕະຫຼາດ 18 – 22% ຂອງການຈໍາໜ່າຍ ນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ. ໃນປີ 2020 ສາມາດຂາຍນ້ຳມັນເຊື້ອໄຟໄດ້ທັງ ໝົດ 317,93 ລ້ານລິດ ປະຕິບັດໄດ້ 96% ຂອງແຜນການປີ ( 332 ລ້ານລິດ ).

อาจเป็นรูปภาพของ กลางแจ้ง

ສໍາລັບປ້ຳນໍ້າມັນເຊື້ອໄຟ ກໍຍັງເປັນຕະຫຼາດຫຼັກຂອງ ລນລ ແຕ່ກໍຕ້ອງໄດ້ແຂ່ງຂັນສູງ; ປໍ້າຈໍານວນໜຶ່ງກໍຍັງເອົານໍ້າມັນຈາກພາກສ່ວນອື່ນມາລົງປໍ້າ, ຜູ້ຊົມໃຊ້ຫັນໄປໃຊ້ປໍ້າອື່ນ ເຮັດໃຫ້ປັດຈຸບັນ ລນລ ມີລູກຄ້າປໍ້າຕົວແທນທັງໝົດ 375 ປໍ້າ ແລະ ມີຕົວເລກຂາຍໃນປີ 2020 ຈຳນວນ 101,6 ລ້ານລິດ ກວມເອົາ 57% ຂອງຕົວເລກຂາຍທັງໝົດ ( ບໍ່ລວມຂາຍໃຫ້ ປຕທ ລາວ ), ຖ້າທຽບໃສ່ປີ 2019 ແມ່ນຫຼຸດລົງ 2%. ແຕ່ເຖິງຢ່າງໃດກໍຕາມ, ລນລ ກໍໄດ້ພັດທະນາປໍ້າບໍລິການ ໂດຍໄດ້ເພີ່ມທຸລະກິດເສີມອື່ນໆ ເຊັ່ນ: ຮ້ານກາເຟ, ມີນິມາດ, ຮ້ານອາຫານ, ໜ່ວຍບໍລິການທະນາຄານ ແລະ ອື່ນໆ.

อาจเป็นรูปภาพของ กลางแจ้ง

ຂໍ້ຫຍຸ້ງຍາກຂອງການດໍາເນີນທຸລະກິດ: ບັນຫາການແລກປ່ຽນເງິນຕາຕ່າງປະເທດມີຄວາມຫຍຸ້ງຍາກ ເຮັດໃຫ້ເປີດ L/C ບໍ່ໄດ້ຕາມແຜນການ, ຊຳລະຄ່າສິນຄ້າ ແລະ ຄ່າຂົນສົ່ງໃຫ້ຕ່າງປະເທດບໍ່ທັນເວລາ, ມີຄ່າໃຊ້ຈ່າຍເພີ່ມຂຶ້ນ ຈາກມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19, ການປັບລາຄາຂອງລັດຖະບານບາງຄັ້ງ ຍັງບໍ່ສອດຄ່ອງກັບການຈັດຊື້ຕົວຈິງຂອງ ລນລ ເຮັດໃຫ້ມີການຂາດທຶນ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວວ່າ: ຜ່ານການຮັບຟັງ ເຫັນໄດ້ວ່າການເຄື່ອນໄຫວທຸລະກິດຂອງ ລນລ ແມ່ນໄດ້ຮັບການເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ບໍ່ວ່າທາງດ້ານການເມືອງແນວຄິດ, ການຈັດຕັ້ງ ກໍຄືດ້ານວິຊາສະເພາະ ເຮັດໃຫ້ທຸລະກິດມີການຂະຫຍາຍຕົວເປັນກ້າວໆມາ, ມີຜົນກຳໄລໃນແຕ່ລະໄລຍະ ຖືໂອກາດນີ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ອຄ ຂໍສະແດງ ຄວາມຍ້ອງຍໍຊົມເຊີຍມາຍັງບັນດາທ່ານ, ບັນດາສະຫາຍ.

อาจเป็นรูปภาพของ 3 คน, ผู้คนกำลังยืน และสถานที่ในร่ม

ທ່ານກ່າວອີກວ່າ: ແຕ່ຢ່າງໃດກໍຕາມ ກໍຍັງມີສິ່ງທ້າທາຍຫຼາຍດ້ານທີ່ ລນລ ຈະຕ້ອງໄດ້ປະສົບ ແລະ ຜ່ານຜ່າເພື່ອໃຫ້ສາມາດພັດທະນາຕົນເອງໃຫ້ມີຜົນສຳເລັດຫຼາຍຂຶ້ນຕື່ມ. ຂ້າພະເຈົ້າ ຂໍແລກປ່ຽນບາງຄຳເຫັນ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານຂອງ ລນລ ຍົກສູງໜ້າທີ່ການເມືອງທີ່ຕົນຮັບຜິດຊອບ ດັ່ງນີ້:

อาจเป็นรูปภาพของ 2 คน และผู้คนกำลังยืน

– ດ້ານການເມືອງແນວຄິດ ການນຳພາໃນຂົງເຂດການເມືອງແນວຄິດ, ການຈັດຕັ້ງພະນັກງານ ແລະ ແບບແຜນວິທີເຮັດວຽກໃຫ້ເອົາໃຈໃສ່ສຶກສາອົບຮົມພະນັກງານ – ລັດຖະກອນ, ສະມາຊິກພັກໃຫ້ມີຄວາມເຂົ້າໃຈ ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະກ່ຽວກັບວຽກງານທີ່ຕົນຮັບຜິດຊອບ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

– ດ້ານວິຊາສະເພາະ ເອົາໃຈໃສ່ຍົກສູງຄວາມຮູ້, ຄວາມສາມາດ ໂດຍສະເພາະວຽກງານການດໍາເນີນທຸລະກິດ, ສ້າງ ຄວາມເປັນຊ່ຽວຊານສະເພາະດ້ານ, ການວາງແຜນທຸລະກິດຕາມຮູບແບບທຸລະກິດ ເພື່ອຫວັງຜົນກຳໄລລະບົບການຄຸ້ມຄອງທີ່ຄ່ອງຕົວ, ໄປຈົນເຖິງການບໍລິຫານທີ່ດີມີຄວາມໂປ່ງໃສ, ກວດສອບໄດ້.

ໃນຕອນທ້າຍ, ຍັງມີພິທີປະກາດ ແລະ ຂໍ້ຕົກລົງອະນຸມັດໃຫ້ພະນັກງານ ລັດວິສາຫະກິດຂົນສົ່ງນໍ້າມັນຮັບບໍານານ ໄດ້ແກ່ ທ່ານ ພິນດາລາ ລັບຫ່ຽມແສງ ຜູ້ອຳນວຍການລັດວິສາຫະກິດ ຂົນສົ່ງນໍ້າມັນເຊື້ອໄຟລາວ ທີ່ຮອດກະສຽນບໍານານ ຫຼື ຄົບອາຍຸຕາມລະບຽບປີການ.