ຊີ້ແຈງ ເລື່ອງສັກວັກຊິນ ເຂັມທີ 3 ບໍ່ອະນຸຍາດໃຫ້ສັກ ໃຜຝ່າຝືນແມ່ນຜິດລະບຽບຫຼັກການ

1078

ໃນວັນທີ 6 ກັນຍາ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານວ່າ: ໃນໄລຍະອາທິດທີ່ຜ່ານມາ ເຫັນວ່າ ຕົວເລກການຕິດເຊື້ອ ໃນພະນັກງານດ່ານໜ້າ ແມ່ນເພີ້ມຂື້ນຫຼາຍພໍສົມຄວນ ເຊິ່ງສົ່ງຜົນກະທົບຕໍ່ພະນັກງານສາທາລະນະສຸກ, ພະຍາບານ, ທະຫານ, ຕຳຫຼວດ ທີ່ມີຈຳນວນຈຳກັດຢູ່ແລ້ວ ແລະ ກໍ່ຍັງຕ້ອງໄດ້ສືບຕໍ່ປະຕິບັດໜ້າທີ່ ເພື່ອຮັບໃຊ້ປະຊາຊົນບັນດາເຜົ່າ ໃນສະພາວະທີ່ຫຍຸ້ງຍາກ. ໃນຈຳນວນຕົວເລກລາຍງານການຕິດເຊື້ອໃໝ່ໃນແຕ່ລະວັນນັ້ນ ກໍ່ຍັງພົບເຫັນວ່າ ການຮັບວັກຊີນ ກໍ່ບໍ່ທັນຄົບ ຫຼື ບໍ່ທັນໄດ້ຮັບເທື່ອ. ນອກຈາກນັ້ນ ການປ້ອງກັນຕົນເອງ ໃນສະຖານທີ່ເຮັດວຽກ, ສະຖານທີ່ຈຳກັດບໍລິເວນ, ດ່ານເຂົ້າ-ອອກ, ໂຮງໝໍພາກສະໜາ ກໍ່ຍັງບໍ່ທັນໄດ້ປະຕິບັດຢ່າງເຂັ້ມງວດ ຕາມຂ້ໍແນະນຳທາງດ້ານວິຊາການ ຈຶ່ງເຮັດໃຫ້ມີການຕິດເຊື້ອເກີດຂຶ້ນ; ປັດຈຸບັນ ສັງຄົມໃຫ້ຄວາມສົນໃຈຫຼາຍ ກ່ຽວກັບ ການສັກວັກຊີນເຂັມ 3 (Booster).


ຕໍ່ບັນຫາດັ່ງກ່າວ, ຍັງບໍ່ທັນມີຫຼັກຖານຢັ້ງຢືນ ທາງດ້ານວິທະຍາສາດ ຈາກອົງການອະນາໄມໂລກ ກໍ່ຄື ນະໂຍບາຍຂອງກະຊວງສາທາລະນະສຸກ ວ່າ ມັນສາມາດກະຕຸ້ນພູມຄຸ້ມກັນເພິ່ມຂຶ້ນໄດ້ ດັ່ງທີ່ຖືກຍົກຂຶ້ນໃນສື່ສັງຄົມອອນລາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ພັກ-ລັດຖະບານ ກໍ່ຄື ກະຊວງສາທາລະນະສຸກ ແມ່ນໄດ້ ຕິດຕາມຢ່າງໃກ້ຊິດ ແລະ ມອບໝາຍໃຫ້ທີມງານວິຊາການ ໂດຍສົມທົບກັບອົງການອະນາໄມໂລກ ຄົ້ນຄວ້າ, ສັງລວມຂໍ້ມູນ ກ່ຽວກັບ ການສັກວັກຊີນເຂັມທີ 3 ລວມທັງ ການສັກວັກຊີນໃນກຸ່ມອາຍຸຕໍ່າກວ່າ 18 ປີ ລວມທັງ ການສັກວັກຊີນຊະນິດໄຂ່ວຊະນິດກັນ ເພື່ອນຳສະເໜີໃຫ້ແກ່ກອງປະຊຸມຄະນະສະເພາະກິດ ເປັນບ່ອນອິງໃນການຕັດສິນວາງມາດຕະການໃນຕໍ່ໜ້າ.

ປັດຈຸບັນ ພວກເຮົາໄດ້ຮັບລາຍງານ ວ່າມີກຸ່ມຄົນຈຳນວນໜຶ່ງ ທີ່ພະຍາຍາມໄປຈຸດບໍລິການສັກວັກຊີນ ເພື່ອສັກເຂັມທີ 3 ເຊິ່ງພວກເຮົາໄດ້ມີການກວດກາຢ່າງເຄັ່ງຄັດ ແລະ ຖືວ່າ ການກະທຳດັ່ງກ່າວ ຜິດຕໍ່ລະບຽບຫຼັກການ ຈຶ່ງແຈ້ງມາຍັງບັນດາທ່ານ ວ່າການສັກວັກຊີນຄົບໂດສ ຍັງມີປະສິດທິພາບ ແລະ ປະສິດທິຜົນສູງ.