6 ກັນຍາ ລາວ ມີຜູ້ຕິດເຊື້ອ 125 ຄົນ ຊຸມຊົນ 50 ຄົນ ຂະນະທີ່ຍັງມີຜູ້ເດີນທາງເຂົ້າລາວ 1.900 ຄົນ.

605

ໃນວັນທີ 6 ກັນຍາ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານວ່າ: ມາຮອດປະຈຸບັນຕົວເລກຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ມີທັງໝົດ 16.058 ຄົນ, ມີຜູ້ເສຍຊີວິດສະສົມທັງໝົດ 16 ຄົນ ແລະ ຍັງມີຜູ້ກຳລັງປິ່ນປົວທົງໝົດ ຈຳນວນ 5.394 ຄົນ. ໃນວັນທີ 5 ກັນຍາຜ່ານມາໄດ້ເກັບເຊື້ອໄປກວດວິເຄາະຫາເຊື້ອຈຳນວນ 2.ໄດ້ກວດວິເຄາະທັງໝົດ 2.479 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 125 ຄົນເຊິ່ງ ຕິດເຊື້ອໃນຊຸມຊົນ 50 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 75 ຄົນ ຈາກ ສະຫວັນນະເຂດ 46 ຄົນ, ຈໍາປາສັກ 15 ຄົນ, ສາລະວັນ 6 ຄົນ, ນະຄອນຫຼວງວຽງຈັນ 4 ຄົນ ແລະ ຄໍາມ່ວນ 4 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ສຳລັບລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນຢູ່ບັນດາແຂວງ ເຊິ່ງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້: ຢູ່ແຂວງຈໍາປາສັກ 16 ຄົນ: ທັງໝົດແມ່ນ ຈຸ້ມຂອງເມືອງ ປະທຸມພອນ, ໃນນັ້ນ ຈາກບ້ານສ້າງທ່ຽງ ນະຄອນປາກເຊ 1 ຄົນ; ແຂວງຄໍາມ່ວນ 15 ຄົນ ໃນນັ້ນ 14 ຄົນ (8 ຄົນ ຈາກຕະຫລາດຫຼັກ 2 ແລະ 6 ຄົນ ຈາກຕະຫລາດຫຼັກ 3) ແລະ ອີກ 1 ຄົນ ແມ່ນເຈົ້າໜ້າທີ່ຕຳຫລວດ ຄ້າຍຄຸມຂັງ; ສະຫວັນນະເຂດ 8 ຄົນ ເປັນພະນັກງານແພດປະຈໍາຢູ່ສູນຫຼັກ 9 ຈຳນວນ 4 ຄົນ ເຂົ້າມາປະຈໍາການວັນທີ 24 ສິງຫາ 2021 ເຊິ່ງເປັນທີມແພດ ມາຈາກເມືອງອາດສະພັງທອງ, (ທ່ານໝໍ 1 ຄົນ ແລະ ພະຍາບານ 2 ຄົນ) ແລະ ພະຍາບານຈາກ ເມືອງພິນ 1 ຄົນ. ອີກ 4 ຄົນ ເຊິ່ງເປັນທີມງານແພດຈາກໂຮງໝໍສູນກາງ ທີ່ລົງໄປຊ່ວຍວຽກ ຢູ່ສະຖານທີ່ຄຸມຂັງ ແຂວງສະຫວັນະເຂດ; ຢູ່ແຂວງບໍ່ແກ້ວ 8 ຄົນ: ມາຈາກ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ (ຈີນ 6 ຄົນ, ມຽນມາ 1 ຄົນ ແລະ ລາວ 1 ຄົນ); ຢູ່ແຂວງສາລະວັນ 2 ຄົນ ເປັນລູກຊາຍຝາແຝດ ທີ່ພໍ່ ແລະ ແມ່ຕິດເຊື້ອ ເປັນພະນັກງານໄອຍະການ ແຂວງສາລະວັນ ທີ່ໄດ້ລາຍງານໃນວັນທີ 5 ກັນຍາ 2021; ສ່ວນຢູ່ແຂວງຫຼວງພະບາງ 1 ຄົນ: ເປັນເພດຊາຍ, ອາຊີບ: ກໍາມະກອນກໍ່ສ້າງທາງລົດໄຟ ຊື່ງຜູ້ກ່ຽວ ເດີນທາງມາຈາກເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ເດີນທາງກັບໄປຫລວງພະບາງ ແລ້ວຖືກນຳສົ່ງເຂົ້າສູນຈຳກັດບໍລິເວນ ທີ່ທາງແຂວງໄດ້ກຳນົດໄວ້.
ທ່ານກ່າວຕື່ມວ່າ: ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ວັນທີ 5 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1.900 ຄົນ. ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 89 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 8.272 ຄົນ.