ເອົາເລີກເອົາໄຊ! ສຸກອາພອນ ຍິງປະຕູທໍາອິດໃຫ້ກັບຕົ້ນສັງກັດໃໝ່ໃນໄທລີກ 2 ນັດເປີດສາກລະດູການ

343

ເປັນປະຕູເອົາເລີກເອົາໄຊຂອງ ສຸກອາພອນ ວົງຈຽງຄໍາ ກອງໜ້າຊາວລາວ ທີ່ຫຼິ້ນໃຫ້ກັບ ອຸດອນທານີ ເອັຟຊີ ໃນໄທລີກ 2 ສາມາດຍິງປະຕູທໍາອິດໃຫ້ກັບທີມ ແລະ ເປັນປະຕູທໍາອິດຂອງຕົວເອງໃນປີນີ້ອີກດ້ວຍ ເມື່ອທ້າຍອາທິດ ທີ່ຜ່ານມາ.

ການແຂ່ງຂັນບານເຕະ ໄທລີກ 2 ເປີດສາກຢ່າງເປັນທາງການໃນວັນທີ 4 ກັນຍາ 2021 ຫຼັງຈາກທີ່ເລື່ອນເປີດມາຫຼາຍເດືອນ ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19 ເຊິ່ງແນ່ນອນສິ່ງທີ່ໜ້າຕິດຕາມກໍຄື ສຸກອາພອນ ວົງຈຽງຄໍາ ໄດ້ລົງສະໜາມນັດທໍາອິດ ແລະ ເປັນຕົວຈິງໃນນັດທີ່ພົບກັບ ຣະນອງ ເມື່ອວັນທີ 4 ກັນຍາ 2021.

ຜ່ານການແຂ່ງຂັນປາກົດວ່າ ຣະນອງ ນໍາຢູ່ 1-0 ກ່ອນທີ່ ສຸກອາພອນ ຈະຍິງປະຕູທໍາອິດໃຫ້ກັບ ອຸດອນທານີ ເອັຟຊີ ໄລຍະນອກເສັ້ນ 18 ເຂົ້າໄປຢ່າງສວຍງາມຊ່ວຍໃຫ້ທີມໄລ່ມາເປັນ 1-1 ກ່ອນທີ່ຖັດມາພຽງນາທີໆ ຣະນອງ ຂຶ້ນນໍາອີກຄັ້ງເປັນ 2-1.ຢ່າງໃດກໍຕາມ ທີມຂອງ ສຸກອາພອນ ມາໄດ້ 2 ປະຕູລວດພິກຂຶ້ນນໍາ 3-2, ແຕ່ສຸດທ້າຍ ຣະນອງ ມາຕີສະເໜີ 3-3 ນາທີໆ 79 ເຮັດໃຫ້ຈົບການແຂ່ງຂັນສະເໝີກັນແບ່ງໄປທີມລະ 1 ຄະແນນ ໃນນັດເປີດລະດູການ 2021.

ຫຼັງຈົບການແຂ່ງຂັນ ສຸກອາພອນ ເປີດເຜີຍກັບທີມຂ່າວພວກເຮົາວ່າ: ເປັນຄວາມຮູ້ສຶກທີ່ດີຫຼາຍ ເພາະວ່າເປັນນັດເປີດສະໜາມ ຫຼັງຈາກທີ່ໄດ້ຫ່າງຫາຍຈາກການລົງສະໜາມມາດົນ ເພາະໄດ້ຮັບຜົນກະທົບຈາກໂຄວິດ-19 ແລະ ນັດນີ້ກໍໄດ້ລົງແຂ່ງຂັນໃນຕໍາແໜ່ງທີ່ຄິດວ່າຕົວເອງສາມາດຊ່ວຍທີມໄດ້ຫຼາຍທີ່ສຸດ ເຊິ່ງກໍສາມາດຍິງປະຕູໄດ້ສໍາເລັດ ແນ່ນອນຄວາມຫວັງຕໍ່ໄປກໍຈະພະຍາຍາມເຮັດໃຫ້ດີທີ່ສຸດ ແລະ ພະຍາຍາມຍິງປະຕູໃຫ້ແຟນບານໄດ້ຮັບຊົມ ໂດຍເຊື່ອວ່າຖ້າໄດ້ຮັບໂອກາດລົງສະໜາມ 90 ນາທີເລື້ອຍໆກໍຈະເຮັດໃຫ້ຕົວເອງມີການພັດທະນາຂຶ້ນ ແລະ ກໍຈະພະຍາຍາມຍາດແຍ່ງໂອກາດດັ່ງກ່າວ.

ສໍາລັບ ສຸກອາພອນ ວົງຈຽງຄໍາ ກອງໜ້າທີມຊາດລາວ  ເກີດວັນທີ 9 ມີນາ 1992 ເປີດຕົວກັບ ສະໂມສອນ ອຸດອນທານີ ເອັຟຊີ ( Udonthani FC ) ໃນໄທລີກ 2 ຢ່າງເປັນທາງໃນເດືອນມິຖຸນາ 2021 ເຊິ່ງກ່ອນໜ້ານີ້ແມ່ນເຄີຍຫຼິ້ນໃຫ້ກັບສະໂມສອນໃນໄທລີກມາຫຼາຍສະໂມສອນເຊັ່ນ ບີອີຊີ ເທໂຣ, ກຣະບີ່ ເອັຟຊີ, ພິດສະນຸໂລກ ເອັຟຊີ, ສຣະບູລີ ເອັຟຊີ, ສີສະເກດ ເອັຟຊີ ແລະ ໄຊນາກ ຮອນບິລ, ສ່ວນຜົນງານໃນ ສປປ ລາວ ເຄີຍຫຼິ້ນໃຫ້ກັບ ເອັສຣາ ເອັຟຊີ, ນະຄອນຫຼວງວຽງຈັນ ເອັຟຊີ, ລ້ານຊ້າງ ຢູໄນເຕັດ ແລະ ນະຄອນຫຼວງ ຢູໄນເຕັດ. ຂະນະທີ່ ທີມຊາດລາວ ແມ່ນຕິດມາແຕ່ເຍົາວະຊົນ ຈົນເຖິງຊຸດໃຫຍ່.

ຂ່າວ: ຫຼ້າ MKP; ຮູບຈາກ: Udonthani FC