ຄະນະຊີ້ນຳລະດັບຊາດ! ປະຊຸມຮ່ວມກັນເພື່ອພິຈາລະນາການກໍ່ສ້າງພະພຸດທະຮູບໃຫຍ່ຢູ່ບຶງທາດຫຼວງ

956

ເຂດເສດຖະກິດພິເສດບຶງທາດຫຼວງ ນອກຈາກຈະເປັນສູນກາງດ້ານເສດຖະກິດແລ້ວ ຍັງຈະສ້າງໃຫ້ເປັນແຫຼ່ງທ່ອງທ່ຽວເມືອງທັນສະໄໝຄວບຄູ່ວັດທະນະທຳ ໃນນັ້ນ ບໍ່ພຽງຈະມີສີສັນສວຍງາມແລ້ວຍັງຈະມີພະພຸດທະຮູບຂະໜາດໃຫຍ່ຕັ້ງຢູ່ແຄມໜອງໃຫ້ຜູ້ໄປທ່ຽວຊົມໄດ້ສັກກາລະບູຊາອີກ.

ເພື່ອ ຄວາມເປັນເອກະພາບໃນການສ້າງພະພຸດທະຮູບໃຫຍ່ດັ່ງກ່າວ ໃນຕອນເຊົ້າຂອງວັນທີ 31 ສິງຫາ 2021 ທີ່ຜ່ານມາ ໄດ້ມີກອງປະຊຸມຄະນະຊີ້ນຳລະດັບຊາດ ສຳລັບໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ໂດຍສະເພາະ ພາຍໃຕ້ການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ, ໂດຍມີພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ, ບັນດາທ່ານຮອງລັດຖະມົນຕີ, ທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ວ່າການຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ຂໍ້ມູນຈາກ ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມຄັ້ງປະຖົມມະລຶກຂອງຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າປຶກສາຫາລື ກ່ຽວກັບການກະກຽມວຽກງານ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ແລະ ສະເໜີຜ່ານຮ່າງຂໍ້ຕົກລົງຄະນະຮັບຜິດຊອບການຈັດຕັ້ງປະຕິບັດໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ປະກອບມີຄະນະຊີ້ນຳລວມ, ຄະນະຕິດຕາມກວດກາພາກສະໝາມແລະ ກອງເລຂາຊ່ວຍວຽກ ພ້ອມທັງ ປຶກສາຫາລືຄົ້ນຄວ້າ ການແບ່ງໜ້າທີ່ຄວາມຮັບຜິດຊອບວຽກງານຂອງ ຄະນະຊີ້ນຳລະດັບຊາດໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ຕາມຂໍ້ຕົກລົງ ສະບັບເລກທີ 47/ນຍ, ລົງວັນທີ 28 ພຶດສະພາ 2021.


ໃນໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນໂດຍມີບາງຕອນກ່າວວ່າ ການພັດທະນາຢູ່ເຂດເສດຖະກິດພິເສດນັ້ນເຫັນວ່າມີຫຼາຍຮູບແບບ ມີເຂດອຸດສາຫະກຳການຜະລິດ, ການຂົນສົ່ງ ແລະ ການພັດທະນາເມືອງໃໝ່ທີ່ທັນສະໄໜໂດຍຕິດພັນກັບສິ່ງແວດລ້ອມ ແລະ ວັດທະນະທໍາ ໂດຍສະເພາະ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ແມ່ນເປັນໂຄງການທີ່ແນໃສ່ການອະນຸລັກ ແລະ ສົ່ງເສີມທາງດ້ານວັດທະນະທຳ, ປະຫວັດສາດ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ, ເສີມສ້າງທາງດ້ານພຸດທະສາສະໜາໃຫ້ມີຄວາມຍືນຍົງທັນກັບຍຸກສະໄໝໂລກາພິວັດ, ທັງເປັນການກະຕຸກຊຸກຍູ້ເຮັດໃຫ້ເຂດເສດຖະກິດພິເສດບຶງທາດຫຼວງ ກາຍເປັນແຫຼ່ງສູນລວມທາງດ້ານເສດຖະກິດມີການພັດທະນາຮອບດ້ານ ເປັນແຫຼງທ່ອງທ່ຽວທີ່ຕິດພັນທາງດ້ານວັດທະນະທຳ, ປະຫວັດສາດອັນດີງາມຂອງຊາດລາວ.


ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຕື່ມວ່າ: ເພື່ອຄວາມເປັນເອກະພາບຮ່ວມກັນຂອງຂະແໜງການພາກລັດ ກໍ່ຄືການຫຼີກລ່ຽງບັນຫາຕ່າງໆທີ່ກະທົບຕໍ່ກັບການດຳເນີນໂຄງການກໍ່ສ້າງດັ່ງກ່າວ ແລະ ຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມຫຼັກການແລ້ວ ຂໍໃຫ້ບັນດາກະຊວງເອົາໃຈໃສ່ໃນການຄົ້ນຄວ້າຮູບແບບ, ໂຄງສ້າງຂອງພະພຸດທະຮູບໃຫຍ່ດັ່ງກ່າວໃຫ້ຖືກຕ້ອງທາງດ້ານສະຖາປັດຕະຍະກຳ ແລະ ສອດຄ່ອງຕາມຮີດຄອງປະເພນີ ແລະ ວັດທະນະທຳຂອງຊາດລາວ ໃຫ້ມີການຂຽນປະຫວັດຄວາມເປັນມາຢ່າງຈະແຈ້ງພ້ອມນັ້ນກໍ່ໃຫ້ເອົາໃຈໃສ່ໃນດ້ານເຕັກນິກ-ວິຊາການ, ແລະ ມາດຕະຖານຕ່າງໆໃນການກໍ່ສ້າງ ເພື່ອຮັບປະກັນຄວາມປອດໄພໃນດ້ານຕ່າງໆນຳ.