ຜູ້ທີ່ມີສ່ວນກ່ຽວຂ້ອງໃນໂຮງຮຽນນີ້ຕ້ອງກັກຕົວເອງດ່ວນ

802

ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໄລຍະຜ່າມາກໍ່ໄດ້ສ້າງຄວາມເສຍຫາຍ ແລະ ສົ່ງຜົນກະທົບຢ່າງຫຼວງຫຼາຍໃນຫຼາຍເວດວົງບໍ່ເວັ້ນແຕ່ຂະແໜງການສຶກສາ ພ້ອມຍັງສ້າງຄວາມແຕກຕື່ນໃຫ້ກັບສັງຄົມ ແລະຕ້ອງໄດ້ລະມັດລະວັງໃນການໃຊ້ຊີວິດ ເນື່ອງຈາກເຮົາບໍ່ສາມາດຮູ້ໄດ້ເລີຍວ່າສະພາບແວດລ້ອມອ້ອມຂ້າງ ອາດນຳຄວາມໂຊກຮ້າຍມາສູ່ເຮົາໄດ້.

ດັ່ງທີ່ກັບເຫດການວ່າມີຜູ້ປົກຄອງຂອງນັກຮຽນ ທີ່ໂຮງຮຽນລ້ຽງເດັກ ແລະ ອະນຸບານສີມີໄຊ ເມືອງສາລະວັນ ແຂວງສາລະວັນຕິດເຊື້ອພະຍາດໂຄວິດ-19 ເຊິ່ງຕໍ່ກັບເລື່ອງດັ່ງກ່າວນັ້ນທາງໂຮງຮຽນກໍ່ໄດ້ອອກມາແຈ້ງໃຫ້ຊາບເຖິງລາຍລະອຽດໃນວັນທີ 4 ກັນຍາ 2021 ໂດຍມີໃຈຄວາມວ່າ:

ເລື່ອງດັ່ງກ່າວແມ່ນເປັນຄວາມຈິງ ໃນວັນທີ 4 ກັນຍາ 2021 ມີຜູ້ປົກຄອງນັກຮຽນຕິດເຊື້ອໂຄວິດ-19 ເຊິ່ງເປັນຜູ້ປົກຄອງຂອງນັກຮຽນ ຫ້ອງອະນຸບານ 3 ທີ່ມີອາການໄຂ້, ເຈັບຄໍ ແລະ ລິ້ນບໍ່ມີລົດຊາດ ດັ່ງນັ້ນຜູ້ກ່ຽວຈຶ່ງໄດ້ໄປກວດຫາເຊື້ອດັ່ງກ່າວ ຢູ່ທີ່ໂຮງໝໍແຂວງ ເຊິ່ງຜົນກວດອອກມາພົບມາເປັນບວກ ຫຼື ວ່າຕິດເຊື້ອພະຍາດໂຄວິດ-19.

ສຳລັບຜູ້ປົກຄອງຂອງນັກຮຽນດັ່ງກ່າວນັ້ນ ແມ່ນບໍ່ໄດ້ເຂົ້າມາໃນບໍລິເວນຂອງໂຮງຮຽນແຕ່ວັນທີ 30 ສິງຫາ- 2 ກັນຍາ 2021 ສ່ວນອາການຂອງນັກຮຽນທັງໝົດພາຍໃນຫ້ອງອະນຸບານ 3 ແມ່ນຍັງຢູ່ໃນຊ່ວງຂອງການຕິດຕາມ ແລະ ຍັງບໍ່ພົບວ່າມີໃຜທີ່ສະແດງອາການແຕ່ຢ່າງໃດ ເຊິ່ງກໍ່ຕ້ອງຈະໄດ້ມີການຕິດຕາມຢ່າງໃກ້ສິດ.

ພາບປະກອບຈາກອິນເຕິເນັດ

ທັງນີ້ເພື່ອເປັນການຕິດຕາມ ແລະ ເບິ່ງສະພາບການ ຜູ້ປົກຄອງຂອງນັກຮຽນທັງໝົດ, ພະນັກງານຄູ ຫຼື ບຸກຄົນອື່ນໆທີ່ມີສ່ວນກ່ຽວຂ້ອງ ຫຼື ວ່າໃກ້ຊິດກັບໂຮງຮຽນແຫ່ງດັ່ງກ່າວ ຄວນກັກຕົວເອງເປັນເວລາ 14 ວັນ ເພື່ອເປັນການລະມັດລະວັງໃນການແຜ່ເຊື້ອ ເນື່ອງຈາກມີຄວາມສ່ຽງ ຖ້າຫາກມີອາການຄ່າງໆ ກໍ່ຄວນນຳພາຕົນເອງໄປກວດທັນທີ ເພື່ອຈະໃຫ້ທັນຕໍ່ກັບການຄວບຄຸມເຊື້ອດັ່ງກ່າວ.