ຂີງຈືນກອບ ຫອມແຊບ ຈາກສະໝຸນໄພ

589

ຈາກທີ່ເຄີຍນຳເອົາຂີງມາເຮັດອາຫານ ຫຼື ເຄື່ອງດື່ມ ລອງປ່ຽນມາເຮັດເປັນອາຫານກິນຫຼິ້ນກັນລອງເບິ່ງບໍ່. ມື້ນີ້ຜູ້ຂຽນຢາກຂໍນຳສະເໜີວິທີເຮັດຂີງຈືນ ເອົາຂີງຊອຍເປັນແຜ່ນຊຸບກັບແປ້ງ ແລ້ວເອົາໄປຈືນຈົນກອບ ບອກເລີຍວ່າຫຼາຍຄົນຈະຕ້ອງມັກ ແລະ ຖືກໃຈກັບເມນູນີ້ແນ່ນອນ.

May be an image of food and indoor

ສູດ ແລະ ວິທີເຮັດ “ ຂີງຈືນ ” ເມນູປ້ອງກັນໂຄວິດ – 19 ທີ່ຢາກຈະເອົາມາຝາກແຟນຂ່າວທຸກຄົນ ພ້ອມແລ້ວເຮົາໄປເຮັດກິນພ້ອມກັນເລີຍ.

ສ່ວນປະກອບ

ຂີງອ່ອນ 100 ກຣາມ

ເກືອ 2 ບ່ວງແກງ

ນ້ຳຕານ 2 ບ່ວງແກງ

ນ້ຳສົ້ມສາຍຊູຈາກເຂົ້າໝັກ ( Rice Vinegar ) 2 ກຣາມ

ສ່ວນປະສົມແປ້ງສຳລັບຈືນ

May be an image of food and indoor

ແປ້ງຈືນກອບ 1 ຖ້ວຍ

ໄຂ່ໄກ່ 1 ໜ່ວຍ

ເກືອ 1 ບ່ວງຊາ

ພິກໄທ 1 ບ່ວງຊາ

ນ້ຳດື່ມສະອາດ 1/4 ຖ້ວຍ

ວິທີເຮັດຂີງຈືນ

May be an image of food

1 ລ້າງຂີງໃຫ້ສະອາດ ເພາະບາງທີຂີງຈະມີດິນຕິດມານຳ ແລ້ວຕັດລຳຕົ້ນຂອງຂີງອ່ອນອອກ ຊອຍຂີງເປັນແຜ່ນໆ ຄວາມໜາ 1/2 ຊັງຕີແມັດ.

2 ຈາກນັ້ນໃສ່ຂີງລົງໃນພາຊະນະ ໃສ່ເກືອ 1 ບ່ວງແກງລົງໄປ ຕື່ມນ້ຳສະອາດໃຫ້ຖ້ວມຂີງ ຄົນໃຫ້ເກືອລະລາຍແລ້ວແຊ່ຂີງໃນນ້ຳເກືອ 30 ນາທີ ເກືອຈະຊ່ວຍຫຼຸດຄວາມເຜັດຂອງຂີງ ເຮັດໃຫ້ກິນງ່າຍຂຶ້ນ.

3 ເມື່ອຄົບເວລາແລ້ວເທນ້ຳເກືອອອກ, ຈາກນັ້ນໃສ່ເກືອລົງໄປອີກ 1 ບ່ວງແກງ, ນ້ຳຕານ ແລະ ນ້ຳສົ້ມສາຍຊູຈາກເຂົ້າໝັກ.

4 ຕື່ມນ້ຳສະອາດລົງໄປໃຫ້ຖ້ວມຂີງ, ຈາກນັ້ນນຳເອົາໄປຂຶ້ນເຕົາຕົ້ມຂີງ 10 ນາທີ, ເມື່ອຄົບ 10 ນາທີ ແລ້ວກໍເອົາອອກຈາກເຕົາພັກໃຫ້ຂີງເຢັນ.

5 ລະຫວ່າງນັ້ນກໍກຽມແປ້ງສຳລັບຈືນ ໂດຍໃສ່ແປ້ງຈືນກອບ, ເກືອ, ໄຂ່ໄກ່, ພິກໄທ ແລະ ນ້ຳດື່ມ ຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນຈົນແປ້ງຂຸ້ນໜຽວເລັກໜ້ອຍ.

6 ຈາກນັ້ນຄ້າງໝໍ້ໃສ່ນ້ຳມັນໃຫ້ຮ້ອນດ້ວຍໄຟປານກາງ ແລ້ວກໍເອົາຂີງທີ່ເຢັນນັ້ນມາຊຸບແປ້ງຈືນໃຫ້ກອບ ໃຊ້ເວລາຈືນປະມານ 3 – 4 ນາທີ ກໍຕັກຂຶ້ນມາສະເດັດນ້ຳມັນ ຈັດໃສ່ຈານພ້ອມເສີບໄດ້ເລີຍ.

ທີ່ມາ: https://cooking.kapook.com/view243923.html