ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ ບ້ານ ຫາດຊາຍຂາວ ຕິດເຊື້ອໝົດຄອບຄົວ ມີເດັກນ້ອຍ 8 ເດືອນນຳ ສູ້ໆເດີ້

851

ລາຍລະອຽດຜູ້ຕິດເຊື້ອໂຄວິດໃນຊຸມຊົນມື້ນີ້ 5 ກັນຍາ 2021 ຈາກຜູ້ຕິດເຊື້ອທັງໝົດ 172 ຄົນ, ຊຸມຊົນ 56 ຄົນ, ສະຫວັນນະເຂດ 21 ຄົນ, ຈໍາປາສັກ 13 ຄົນ
ຄໍາມ່ວນ 7 ຄົນ: ທັງໝົດແມ່ນ ພະນັກງານ ປກສ ຢູ່ຄ້າຍຄຸມຂັງ, ບ້ານຄຳຂີ້ໄກ່, ຫຼວງນໍ້າທາ 5 ຄົນ, ສາລະວັນ 2 ຄົນ ຄົນໃນຄອບຄົວດຽວກັນ (ຜົວ ແລະ ເມຍຕິດເຊື້ອ ເປັນພະນັກງານທັງສອງຄົນ)
ບໍ່ແກ້ວ 2 ຄົນ: ບ້ານຂຸນບົງ ມີປະຫວັດພົວພັນ ກັບບ້ານໃໝ່ສີເມືອງງາມ

ໃນນະຄອນຫຼວງວຽງຈັນ 6 ຄົນ ຄົນໃນຄອບຄົວດຽວກັນ
1 ເພດຊາຍ, ອາຍຸ 24 ປີ, ບ້ານ ຫາດຊາຍຂາວ, ເມືອງຫາດຊາຍຟອງ, ອາຊີບ ພະນັກງານທະຫານ (ໂພນເຄັງ) ຄົນໃນຄອບຄົວຕິດເຊື້ອ, ສັກຢາວັກຊີນຄົບ 2 ເຂັມ
2 ເພດຊາຍ, ອາຍຸ 52 ປີ, ບ້ານ ຫາດຊາຍຂາວ, ເມືອງ ຫາດຊາຍຟອງ ອາຊີບ ພະນັກງານທະຫານ (ໂພນເຄັງ) ຄົນໃນຄອບຄົວຜູ້ຕິດເຊື້ອ ໄດ້ສັກຢາວັນຊີນ 2 ເຂັມພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນເລືອດສູງ
3 ເພດຍິງ, ອາຍຸ 19 ປີ, ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ, ອາຊີບ ຂາຍເຄື່ອງ Online ຄົນໃນຄອບຄົວຕິດເຊື້ອ ບໍ່ມີພະຍາດປະຈຳໂຕ ແລະ ຍັງບໍ່ໄດ້ສັກຢາວັນຊີນ

4 ເພດຊາຍ, ເດັກອາຍຸ 8 ເດືອນ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ຄົນໃນຄອບຄົວຕິດເຊື້ອ ມີອາການວັນທີ 2/9: ໄຂ້, ນ້ຳມູກຍ້ອຍ
5 ເພດຍິງ, ອາຍຸ 52 ປີ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ອາຊີບ ພະນັກງານທະຫານ (ໂພນເຄັງ) ຄົນໃນຄອບຄົວຕິດເຊື້ອ ພະຍາດປະຈຳໂຕ: ເບົາຫວານ, ໄດ້ສັກຢາວັນຊີນ 2 ເຂັມ
6 ເພດຊາຍ, ອາຍຸ 18 ປີ, ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ

ອາຊີບ ນັກຮຽນ ຄົນໃນຄອບຄົວຕິດເຊື້ອ ບໍ່ມີພະຍາດປະຈຳໂຕ, ສັກຢາວັກຊີນ 2 ເຂັມ
ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງ:
ວັນທີ 31/8: ຮ້ານມ່າລ່າ ແຖວຊ້າງເຜືອກ, ຮ້ານຕັດຜົມຕໍ່ໜ້າບໍລິສັດ ສະກາຍ, ວັດທ່າແຂກ ເມືອງຫາດຊາຍຟອງ, ຮ້ານເສີມສວຍ ດອນນົກຂຸ້ມ
ວັນທີ 1/9 ຕະຫຼາດໜອງໄຮ

ວັນທີ 2/9: ຮ້ານ J-mark ສາຂາທາດຫຼວງ, ວັນທີ 3/9, ຮ້ານອາຫານ ຊັ້ນ 6 ຢູ່ໄອເຕັກ
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,933 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,464 ຄົນ.
ສຳລັບ ບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 1 ບ້ານຄື: ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ

ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ເປັນຕົ້ນ ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70% ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ອະນາໄມຂ້າເຊື້ອຈຸດສ່ຽງ ແລະ ຫ້າມຊຸມແຊວກັນເປັນກຸ່ມ;
ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ, ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ.