ມື້ນີ້ພົບຜູ້ຕິດເຊື້ອໃໝ່ 172 ຄົນ, ຊຸມຊົນ 56 ຄົນ ບ້ານແດງໃໝ່ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ

1205

ອັບເດດສະຖານະການໂຄວິດ 19 ມື້ນີ້ ວັນທີ 5 ກັນຍາ 2021 ອີງຕາມການຖະແຫຼງຂ່າວ ຈາກ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ວັນທີ 4 ກັນຍາ 2021ໄດ້ກວດວິເຄາະທັງໝົດ 3.093 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 172 ຄົນ

ໃນນີ້ຕິດເຊື້ອໃນຊຸມຊົນ 56 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 116 ຄົນຈາກ ສະຫວັນນະເຂດ 68 ຄົນ, ສາລະວັນ 14 ຄົນ, ນະຄອນຫຼວງວຽງຈັນ 13 ຄົນ, ຈໍາປາສັກ 12 ຄົນ, ຄໍາມ່ວນ 5 ຄົນ, ແລະ ບໍລິຄໍາໄຊ 4 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:
ນະ​ຄອນຫຼວງວຽງ​ຈັນ 6 ຄົນ
ສະຫວັນນະເຂດ 21 ຄົນ

ຈໍາປາສັກ 13 ຄົນ
ຄໍາມ່ວນ 7 ຄົນ: ທັງໝົດແມ່ນ ພະນັກງານ ປກສ ຢູ່ຄ້າຍຄຸມຂັງ, ບ້ານຄຳຂີ້ໄກ່.
ຫຼວງນໍ້າທາ 5 ຄົນ

ສາລະວັນ 2 ຄົນ: ຄົນໃນຄອບຄົວດຽວກັນ (ຜົວ ແລະ ເມຍຕິດເຊື້ອ ເປັນພະນັກງານທັງສອງຄົນ)
ບໍ່ແກ້ວ 2 ຄົນ: ບ້ານຂຸນບົງ ມີປະຫວັດພົວພັນ ກັບບ້ານໃໝ່ສີເມືອງງາມ
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15.933 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5.464 ຄົນ.

ສຳລັບ ບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 1 ບ້ານຄື: ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ
ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 221.073.029 (488.429 ໃໝ່), ເສຍຊິວິດທັງໝົດ 4.574.376 (8.256 ໃໝ່), ປີ່ນປົວຫາຍດີ 197.562.639 (481.127 ໃໝ່). ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.