5 ກັນຍາ ລາວ ມີຜູ້ຕິດເຊື້ອ 172 ຄົນ ຕິດເຊື້ອຊຸມຊົນ 56 ຄົນ

403

ໃນວັນທີ 5 ກັນຍາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ປະຈຳວັນ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ມາຮອດວັນທີ 5 ກັນຍາ 2021 ສປປ ລາວ ມີຕົວເລກສະສົມທັງໝົດ ຈຳນວນ 15.933 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກຳລັງປິ່ນປົວ ທັງໝົດ ຄົນ. ເຊິ່ງຜ່ານການເກັບຕົວຢ່າງໄປກວດວິເຄາະຫາເຊື້ອໃນວັນທີ 4 ກັນຍາ 2021 ຈຳນວນ 3.093 ຕົວຢ່າງ ກວດພົບຜູ້ຕິດເຊື້ອ 172 ຄົນ ໃນນັ້ນມີຜູ້ຕິດເຊື້ອໃນຊຸມຊົນ ຈຳນວນ 56 ຄົນ ແລະ ເປັນກໍລະນີຕິດເຊື້ອນຳເຂົ້າຈຳນວນ 116 ຄົນ; ສຳລັບກໍລະນີຕິດເຊື້ອໃນຊຸມຊົນ 56 ຄົນນັັ້ນມີດັ່ງນີ້: ສະຫວັນນະເຂດ 21 ຄົນ, ຈຳປາສັກ 13 ຄົນ, ຫຼວງນໍ້າທາ 5 ຄົນ, ບໍ່ແກ້ວ 2 ຄົນ, ຢູ່ນະຄອນຫຼວງວຽງຈັນ 6 ຄົນ ຈາກ ສະຫວັນນະເຂດ 68 ຄົນ, ສາລະວັນ 14 ຄົນ, ນະຄອນຫຼວງວຽງຈັນ 13 ຄົນ, ຈໍາປາສັກ 12 ຄົນ, ຄໍາມ່ວນ 5 ຄົນ, ແລະ ບໍລິຄໍາໄຊ 4 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້: ສະຫວັນນະເຂດ 21 ຄົນຈໍາປາສັກ 13 ຄົນ, ຄໍາມ່ວນ 7 ຄົນ: ທັງໝົດແມ່ນ ພະນັກງານ ປກສ ຢູ່ຄ້າຍຄຸມຂັງ, ບ້ານຄຳຂີ້ໄກ່, ຫຼວງນໍ້າທາ 5 ຄົນ, ສາລະວັນ 2 ຄົນ: ຄົນໃນຄອບຄົວດຽວກັນ (ຜົວ ແລະ ເມຍຕິດເຊື້ອ ເປັນພະນັກງານທັງສອງຄົນ) ບໍ່ແກ້ວ 2 ຄົນ: ບ້ານຂຸນບົງ ມີປະຫວັດພົວພັນ ກັບບ້ານໃໝ່ສີເມືອງງາມ, ນະຄອນຫຼວງວຽງຈັນ 6 ຄົນ (ຄົນໃນຄອບຄົວດຽວກັນ): ເພດຊາຍ, ອາຍຸ 24 ປີ, ບ້ານ ຫາດຊາຍຂາວ, ເມືອງຫາດຊາຍຟອງ, ອາຊີບ ພະນັກງານທະຫານ (ໂພນເຄັງ) ຄົນໃນຄອບຄົວຕິດເຊື້ອສັກຢາວັກຊີນຄົບ 2 ເຂັມ ເພດຊາຍ , ອາຍຸ 52 ປີ, ບ້ານ ຫາດຊາຍຂາວ, ເມືອງ ຫາດຊາຍຟອງ ອາຊີບ: ພະນັກງານທະຫານ (ໂພນເຄັງ) ຄົນໃນຄອບຄົວຜູ້ຕິດເຊື້ອໄດ້ສັກຢາວັນຊີນ 2 ເຂັມ ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນເລືອດສູງ ເພດຍິງ, ອາຍຸ 19 ປີ, ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ, ອາຊີບ ຂາຍເຄື່ອງ Online ຄົນໃນຄອບຄົວຕິດເຊື້ອບໍ່ມີພະຍາດປະຈຳໂຕ ແລະ ຍັງບໍ່ໄດ້ສັກຢາວັນຊີນ ເພດຊາຍ, ເດັກອາຍຸ 8 ເດືອນ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ຄົນໃນຄອບຄົວຕິດເຊື້ອ ມີອາການວັນທີ 2/9: ໄຂ້, ນ້ຳມູກຍ້ອຍ ເພດຍິງ , ອາຍຸ 52 ປີ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ອາຊີບ: ພະນັກງານທະຫານ (ໂພນເຄັງ) ຄົນໃນຄອບຄົວຕິດເຊື້ອພະຍາດປະຈຳໂຕ: ເບົາຫວານ ໄດ້ສັກຢາວັນຊີນ 2 ເຂັມ ເພດຊາຍ, ອາຍຸ 18 ປີ, ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ ອາຊີບ ນັກຮຽນ ຄົນໃນຄອບຄົວຕິດເຊື້ອ ບໍ່ມີພະຍາດປະຈຳໂຕ ສັກຢາວັກຊີນ 2 ເຂັມ.


ສຳລັບສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງ: ວັນທີ 31 ສິງຫາ : ຮ້ານມ່າລ່າ ແຖວຊ້າງເຜືອກ, ຮ້ານຕັດຜົມຕໍ່ໜ້າບໍລິສັດ ສະກາຍ, ວັດທ່າແຂກ ເມືອງຫາດຊາຍຟອງ, ຮ້ານເສີມສວຍ ດອນນົກຂຸ້ມ, ວັນທີ 1 ກັນຍາ: ຕະຫຼາດໜອງໄຮ; ວັນທີ 2 ກັນຍາ ຮ້ານ J-mark ສາຂາທາດຫຼວງ, ຮ້ານ 365 ຢູ່ຫຼັກ 8; ວັນທີ 3 ກັນຍາ ຮ້ານອາຫານ ຊັ້ນ 6 ຢູ່ໄອເຕັກ.


ສຳລັບ ບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 1 ບ້ານຄື: ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ນະຄອນຫຼວງວຽງຈັນນີ້ ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີລາຍງານຄົນເຈັບຕິດເຊື້ອ, ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້; ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ວັນທີ 4 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1.872 ຄົນ, ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 90 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 8.144 ຄົນ.


ທ່ານກ່າວຕື່ມວ່າ: ສະຖານະການ ການລະບາດຂອງພະຍາດນີ້ທັງໃນທົ່ວໂລກ ແລະ ໃນປະເທດເຮົາ ຍັງໜ້າເປັນຫ່ວງ, ຕົວເລກການຕິດເຊື້ອໃນຊຸມຊົນ ໃນ ສປປລາວ ໄດ້ເພີ້ມຂື້ນຢ່າງຕໍ່ເນື່ອງ, ການຕິດເຊື້ອນີ້ແມ່ນເກີດຂື້ນໃນຫຼາຍສາຂາອາຊີບ ທັງພະນັກງານດ່ານໜ້າ, ພະນັກງານລັດຖະກອນ, ບໍລິສັດເອກະຊົນ, ອົງການຈັດຕັ້ງ, ຊາວຄ້າຂາຍ ແລະ ອື່ນໆ; ເພື່ອຫຼີກລ້ຽງ ແລະ ຕັດວົງຈອນ ຂອງພະຍາດ ພວກເຮົາທຸກຄົນ ແມ່ນຕ້ອງ ພ້ອມໃຈກັນປະຕິບັດຕາມແຈ້ງການສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021, ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງ ສະບັບເລກທີ 015/ຈນວ, ລົງວັນທີ 30 ສິງຫາ 2021 ແລະ ແຈ້ງການ ຂອງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ສະບັບເລກທີ 378/ນຊ.ນວ, ລົງວັນທີ 3 ກັນຍາ 2021, ແຈ້ງການ ແລະ ຄໍາສັ່ງທັງໝົດທີ່ໄດ້ວາງອອກ ເພື່ອສະກັດກັ້ນການຕິດເຊື້ອ ບໍ່ໃຫ້ແຜ່ລະບາດເປັນວົງກວ້າງໃນຊຸມຊົນ. ສະນັ້ນ ອີກເທື່ອນື່ງ ໃນງານບຸນປະເພນີ ບຸນຫໍ່ເຂົ້າປະດັບດິນ ທີ່ຈະມາເຖິງໃນວັນຈັນ ວັນທີ 6 ກັນຍາ ນີ້ ແມ່ນ ຫ້າມໃສ່ບາດ ແລະ ວຽນທຽນ ຕໍ່ໄປ ຂ້າພະເຈົ້າ ຈະຂໍອ່ານແຈ້ງການ ຂອງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ສະບັບເລກທີ 378/ນຊ.ນວ, ລົງວັນທີ 3 ກັນຍາ 2021 ແລະ ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ເປັນຕົ້ນ ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70% ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ອະນາໄມຂ້າເຊື້ອຈຸດສ່ຽງ ແລະ ຫ້າມຊຸມແຊວກັນເປັນກຸ່ມ; ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ, ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ.