ດ່ວນ! ຫ້າມບຸກຄົນ ເຂົ້າ-ອອກ ເທດສະບານເມືອງທ່າແຂກເດັດຂາດ

411

ແຈ້ງການດ່ວນຈາກ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ 19 ແຂວງຄຳມ່ວນ ແຈ້ງວ່າ
ອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງຄໍາມ່ວນ ໄດ້ມີກໍລະນີຜູ້ ຕິດເຊື້ອຢູ່ໃນຊຸມຊົນເພີ້ມຂື້ນຈໍານວນຫຼາຍ, ເຊິ່ງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດໃນຊຸມຊົນອອກ ເປັນວົງກວ້າງ ໂດຍສະເພາະແມ່ນຢູ່ເທດສະບານເມືອງທ່າແຂກ, ສະນັ້ນ ຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ຂັ້ນແຂວງ ຈື່ງອອກແຈ້ງການດັ່ງນີ້:

1 ໃຫ້ທຸກພາກສ່ວນເອົາໃຈໃສ່ເປັນເຈົ້າການຈັດຕັ້ງປະຕິບັດ ຄໍາສັ່ງຂອງ ເຈົ້າແຂວງ ສະບັບເລກທີ 07/ຈຂ, ລົງວັນທີ 31 ສິງຫາ 2021ຢ່າງເຂັ້ມງວດ ແລະ ເດັດຂາດ.
2 ໃຫ້ປິດການເຂົ້າ-ອອກ ເທດສະບານ ເມືອງທ່າແຂກ ຈົນເຖິງ ເວລາ 12:00 ໂມງ ຂອງວັນທີ 13 ກັນຍາ 2021, ຫ້າມບຸກຄົນໃນເທດສະບານເມືອງທ່າແຂກ, ບຸກຄົນຕ່າງແຂວງ ແລະ ຕ່າງເມືອງ ເດີນທາງ ເຂົ້າ-ອອກ ເທດສະບານເມືອງທ່າແຂກ ໂດຍເດັດຂາດ, ຖ້າມີຄວາມຈໍາເປັນຕ້ອງໄດ້ຮັບອະນຸຍາດຈາກຄະນະ ສະເພາະກິດຂັ້ນແຂວງ.
ລົດຂົນສົ່ງສິນຄ້າ, ລົດໂດຍສານ, ລົດສ່ວນບຸກຄົນ ທີ່ເດີນທາງຜ່ານແຂວງຄໍາມວນ ຫ້າມຈອດ ເອົາຄົນ ຂຶ້ນ-ລົງໂດຍເດັດຂາດ. ຖ້າມີການລະເມີດໃຫ້ປະຕິບັດຕາມມາດຕະການຢ່າງເຂັ້ມງວດ.

.

3 ຫ້າມບໍ່ໃຫ້ມີການສັນຈອນໄປ-ມາ ພາຍໃນເທດສະບານເມືອງທ່າແຂກ ນັບແຕ່ເວລາ 21:30 ໂມງ ຂອງແຕ່ລະວັນ ຈົນເຖິງເວລາ 05:30 ໂມງຂອງວັນຖັດໄປ, ຍົກເວັ້ນກໍລະນີເຈັບເປັນ, ເສຍຊີວິດ, ເຫດການສຸກເສີນຈໍາເປັນ ແລະ ເຈົ້າຫນ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຂວງ, ເມືອງທ່າແຂກ ແລະ ບ້ານ ຕິດຕາມ, ກວດກາ ແລະ ລາດຕະເວນ ຖ້າມີການລະເມີດໃຫ້ປະຕິບັດຕາມລະບຽບກົດຫມາຍຢ່າງເຂັ້ມງວດ,
4 ໃຫ້ປິດຕະຫຼາດ ຫຼັກ 2, ຕະຫຼາດຫຼັກ 3 ແລະ ຕະຫຼາດເຜັດມະນີ ເນື່ອງຈາກມີກໍລະນີຜູ້ຕິດເຊື້ອໃນ ຊຸມຊົນ, ສ່ວນຕະຫຼາດ ນາໂບ ມອບໃຫ້ເມືອງທ່າແຂກ ແລະ ພາກສ່ວນກ່ຽວຂ້ອງ ຕິດຕາມ, ແນນາ ໃຫ້ ບັດມາຕEວ ການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ

5 ຫ້າມຈັດງານຕ່າງໆ ງານບຸນປະເພນີພາຍໃນວັດ, ບ້ານ, ເຮືອນ ແລະ ສະຖານທີ່ນັ້ນໆໂດຍເດັດຂາດ; ຍົກເວັ້ນກໍລະນີເສຍຊີວິດ ທີ່ບໍ່ແມ່ນຍ້ອນສາເຫດພະບາດໂຄວິດ-19. ສ່ວນການຄົບງັນແມ່ນໃຫ້ເຮັດແບບ ລຽບງ່າຍບໍ່ຢູ່ງານດົນເກີນໄປ, ບໍ່ໃຫ້ມີການຈັດໂຕະກິນ-ດື່ມພາຍໃນງານ ແລະ ການສົ່ງສະການແມ່ນໃຫ້ປະຕິ ບັດມາດຕະການຢ່າງເຂັ້ມງວດ.
6 ຫ້າມພະນັກງານ, ລັດຖະກອນ, ພໍ່ແມ່ປະຊາຊົນ ພາຍໃນເທດສະບານເມືອງທ່າແຂກ ອອກຈາກເຮືອນ ຫຼື ບໍ່ຜັກອາໃສຂອງຕົນຢ່າງເດັດຂາດ, ຍົກເວັ້ນກໍລະນີທີ່ຈໍາເປັນ ເຊັ່ນ: ໄປໂຮງຫມໍກໍລະນີເຈັບສຸກເສີນ, ໄປຊື້ ເຄື່ອງອຸປະໂພກ-ບໍລິໂພກ; ສາມາດໄປໄດ້ແຕ່ໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ ຕິດຕາມ, ກວດກາ, ຄຸ້ມຄອງດ້ານຈໍານວນ ແລະຂອບເຂດການເຄື່ອນໄຫວຢ່າງເຂັ້ມງວດ.
ໃຫ້ພໍ່ແມ່ປະຊົນໃນຂອບເຂດເທດສະບານເມືອງທ່າແຂກ ພ້ອມກັນກະກຽມເຄື່ອງ ອຸປະ ໂພກ-ບໍລິໂພກ, ຢາປົວພະຍາດ, ສະບຽງອາຫານໄວ້ໃນຄົວເຮືອນໃຫ້ພຽງພໍ.

7 ໃຫ້ພະນັກງານ-ລັດຖະກອນ ແລະ ພະນັກງານບໍລິສັດ ເຮັດວຽກຢູ່ເຮືອນຂອງຕົນເອງ: ຍົກເວັ້ນ ຄະນະສະເພາະກິດ ແລະ ແພດ-ຫມໍ, ກໍາລັງ ປກຊ ປກສ, ເຈົ້າຫນ້າທີ່ໄດ້ຮັບມອບຫມາຍໃຫ້ໄປປະຈໍາການຢູ່
ດ່ານສາກົນ ແລະ ເຈົ້າຫນ້າທີ່ປະຕິບັດພາລະກິດໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19.
8 ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ເກີນລາຄາປົກກະຕິ ເປັນຕົ້ນ ແມ່ນເຄື່ອງອຸປະ ໂພກ-ບໍລິໂພກ ແລະ ເຄື່ອງອຸປະກອນການແພດ ແລະ ອື່ນໆ: ມອບໃຫ້ ເຈົ້າຫນ້າທີ່ກ່ຽວຂ້ອງຕິດຕາມ, ກວດກາ ຖ້າຫາກມີຜູ້ລະເມີດ ໃຫ້ດໍາເນີນມາດຕະການປັບໄຫມ ຕາມລະບຽບກົດຫມາຍຢ່າງເຂັ້ມງວດ.

9 ໃຫ້ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ຄະນະສະເພາະກິດເມືອງທ່າແຂກ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ລົງໂຄສະນາປະຊາສໍາພັນ ເພື່ອໃຫ້ປະຊາຊົນໄດ້ຮັບ ຊາບໂດຍທົ່ວເຖິງ.
10 ໃຫ້ກໍາລັງ ປກຊ ແລະ ປກສ ແຂວງ, ຄະນະສະເພາະກິດເມືອງທ່າແຂກ ເປັນເຈົ້າການຊີ້ນໍາ ການຈັດຕັ້ງທຸກພາກສ່ວນເອົາໃຈໃສ່ລົງໂຄສະນາເຜີຍແຜ່ ແນະນໍາໃຫ້ທຸກບ້ານ ແລະ ຊີ້ນໍາ ອໍານາດການ ປົກຄອງບ້ານໃຫ້ເຂັ້ມງວດ ພ້ອມທັງເອົາໃຈໃສ່ໃນການກວດກາ, ລາດຕະເວນ ຕະຫຼອດ 24 ຊົ່ວໂມງ; ຖ້າພົບ ເຫັນ ກຸ່ມຄົນ, ບຸກຄົນມີການລະເມີດໂດຍສະເພາະການຊຸມແຊວ, ດື່ມສິ່ງມຶນເມົາ, ຫຼີ້ນການພະນັນ ແລະ ອື່ນໆ ມອບໃຫ້ເຈົ້າຫນ້າທີ່ປະຕິບັດຕາມລະບຽບກົດຫມາຍຢ່າງເຂັ້ມງວດ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດເນື້ອໃນແຈ້ງການ ສະບັບນີ້ຢ່າງເຂັ້ມງວດ ນັບແຕ່ວັນທີ 04 ກັນຍາ 2021 ເຖິງ ວັນທີ 13 ກັນຍາ 2021, ໃນກໍລະນີມີການ ປ່ຽນແປງຈະແຈ້ງໃຫ້ຊາບຕື່ມແຕ່ລະໄລຍະ.