ການສົ່ງອອກຂອງແຂວງສາລະວັນ ເພີ່ມຂຶ້ນຫຼາຍ 6 ເດືອນມີມູນຄ່າເຖິງ 1.285 ຕື້ກວ່າກີບ ລື່ນແຜນປີ17,83%

868

ພະແນກອຸດສາຫະກຳ ແລະການຄ້າແຂວງສາລະວັນ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ 2021 ໃນວັນທີ 3 ສິງຫາ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ມີຄະນະພະແນກ, ຫົວໜ້າຫ້ອງການ-ຮອງຫ້ອງການອຸດສາຫະກຳການຄ້າ 8 ຕົວເມືອງ, ຫົວໜ້າຂະແໜງ-ຮອງຂະແໜງ ແລະແຂກທີ່ຖືກເຊີນຈາກພະແນກການອ້ອມຂ້າງເຂົ້າຮ່ວມ.


ທ່ານ ນາງ ກຸແກ້ວ ທອງມະນີລາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີຜ່ານມາ ແມ່ນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານ ມີຜົນສຳເລັດໃນແຕ່ລະດ້ານ, ທັງໄດ້ຕີລາຄາດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ໄລຍະ 6 ເດືອນຕົ້ນປີ ສາມາດເກັບລາຍຮັບເຂົ້າງົບປະມານ 100 ລ້ານກວ່າກີບ, ໃນນັ້ນ ຄ່າທໍານຽມ 3 ປະຕິບັດໄດ້ 95 ລ້ານກວ່າກີບ, ລາຍຮັບວິຊາການ 4 ລ້ານກວ່າກີບ ທຽບໃສ່ແຜນການປີທີ່ແຂວງກຳນົດ ປະຕິບັດໄດ້ 57,18%, ວຽກງານອຸດສາຫະກຳ ແລະຫັດຖະກຳປຸງແຕ່ງ ທົ່ວແຂວງມີໂຮງງານທັງໝົດ 517 ແຫ່ງ .ໃນນັ້ນ ໂຮງງານຂະໜາດໃຫຍ່ 18 ແຫ່ງ, ຂະໜາດກາງ 41 ແລະໂຮງງານຂະໜາດນ້ອຍ 307 ແຫ່ງ ແລະ ໂຮງງານແບບຄອບຄົວ 151 ແຫ່ງ, ມູນຄ່າການລົງທຶນທັງໝົດ 974,79 ຕື້ກີບ.

ຜ່ານມາລວມຍອດຜະລິດຕະພັນອຸດສາຫະກໍາປຸງແຕ່ງ ໄດ້ 169,61 ຕື້ກີບ ທຽບໃສ່ແຜນປີປະຕິບັດ 55,09%, ໄດ້ຊຸກຍູ້ສົ່ງເສີມຫັດຖະກຳຈັກສານ, ແຜ່ນແພ, ຜະລິດກາເຟ, ຕີພ້າ, ຄວັດສ່ຽນ ໃນ7 ຕົວເມືອງ ໄດ້ 12 ກຸ່ມບ້ານ, ມີ 416 ຄອບຄົວ, ວຽກການຄ້າພາຍໃນ ມູນຄ່າຈໍລະຈອນສິນຄ້າ ປະຕິບັດໄດ້ 774,55 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ 43,35%.


ການນຳເຂົ້າສິນຄ້າ ປະຕິບັດໄດ້ 57,95ຕື້ກວ່າກີບ ທຽບໃສ່ແຜນປີປະຕິບັດໄດ້ 36,10% ແລະ ສິນຄ້າສົ່ງອອກ ປະຕິບັດໄດ້ 1.285 ຕື້ກວ່າກີບ ໃນນັ້ນ ສົ່ງອອກ ໄປປະເທດໄທ ໄດ້ 964,26ຕື້ກວ່າກີບ ກວມເອົາ74,99%ຂອງມູນຄ່າສົ່ງອອກ, ສົ່ງອອກປະເທດຫວຽດນາມ ປະຕິບັດໄດ້ 295,27ຕື້ກວ່າກີບ ກວມເອົາ 22,96% ແລະສົ່ງອອກປະເທດກຳປູເຈຍ ປະຕິບັດໄດ້ 23,40 ຕື້ກວ່າກີບ ກວມເອົາ 1,82% ແລະສົ່ງໄປປະເທດອິນເດຍ ມູນຄ່າ 2,93 ຕື້ກວ່າກີບ ກວມເອົາ 0.23%.
ນອກນັ້ນຍັງມີວຽກງານຄຸ້ມຄອງຕະຫລາດ, ວຽກທະບຽນ ແລະຄຸ້ມຄອງວິສາຫະກິດ, ສົ່ງເສີມວິສາຫະກິດຂະໜາດນ້ອຍ, ກາງ ແລະການສິນຄ້າ, ວຽກແຜນການ ແລະການຮ່ວມມື, ວຽກກວດກາ ແລະວຽກຄຸ້ມຄອງລາຄາສິນຄ້າ ໃນຊ່ວງໄລຍະການແຜ່ລະບາດພະຍາດໂຄວິດ-19 ແມ່ນໄດ້ເອົາໃຈໃສ່ຕິດຕາມ, ກວດກາ ລາຄາສິນຄ້າໃນທ້ອງຕະຫຼາດ ແລະລາຍງານໃຫ້ຄະນະສະເພາະກິດເປັນປົກກະຕິ ພ້ອມທັງໄດ້ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການໃນການນຳເອົານຳຄ້າເຂົ້າ-ອອກ ແລະຈໍລະຈອນແຈກຢາຍສິນຄ້າພາຍໃນແຂວງຕື່ມອີກ.


ຈາກນັ້ນຜູ້ເຂົ້າຮ່ວມກອງປະຊູມກໍ່ໄດ້ຮັບຟັງທິດທາງແຜນການທ້າຍປີ 2021 ແລະ ແຜນພັດທະນາອຸດສາຫະກຳປຸງແຕ່ງປີ 2021-2025 ພ້ອມທັງໄດ້ຮ່ວມກັນປະກອບຄຳຄິດຄຳເຫັນ, ຄົ້ນຄວ້າບາງບັນຫາວຽກງານທີ່ຍັງຄົງຄ້າງ ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຂື້ນເປັນກ້າວໆ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ.